Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 139:3 - ພຣະຄຳພີສັກສິ

3 ພຣະອົງ​ເຫັນ​ຂ້ານ້ອຍ​ໄດ້ ເຖິງ​ແມ່ນ​ວ່າ​ຂ້ານ້ອຍ​ກຳລັງ​ເຮັດ​ວຽກງານ ຫລື​ພັກຜ່ອນ ພຣະອົງ​ຮູ້ຈັກ​ການກະທຳ​ທຸກຢ່າງ​ຂອງ​ຂ້ານ້ອຍ​ໄດ້.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 139:3
21 Jak'a apnaqawi uñst'ayäwi  

ເມື່ອ​ໝົດ​ກຳນົດ​ໄວ້ທຸກ​ແລ້ວ ກະສັດ​ດາວິດ​ກໍ​ໃຫ້​ຄົນ​ໄປ​ນຳ​ນາງ​ມາ​ທີ່​ວັງ. ນາງ​ຈຶ່ງ​ກາຍເປັນ​ເມຍ​ຂອງ​ເພິ່ນ ແລະ​ເກີດ​ລູກຊາຍ​ຄົນ​ໜຶ່ງ​ໃຫ້​ເພິ່ນ. ແຕ່​ພຣະເຈົ້າຢາເວ​ບໍ່​ພໍໃຈ​ກັບ​ສິ່ງ​ທີ່​ກະສັດ​ດາວິດ​ໄດ້​ເຮັດ​ນັ້ນ.


ເພິ່ນ​ໄດ້​ຕັ້ງ​ຄ້າຍ​ທະຫານ​ຕ່າງໆ ໄວ້​ຢູ່​ທົ່ວ​ເຂດແດນ​ຂອງ​ເອໂດມ ແລະ​ປະຊາຊົນ​ຕາມ​ບ່ອນ​ເຫຼົ່ານີ້​ກໍ​ຕົກ​ຢູ່​ໃຕ້​ອຳນາດ​ຂອງ​ເພິ່ນ. ພຣະເຈົ້າຢາເວ​ໄດ້​ຊ່ວຍ​ໃຫ້​ກະສັດ​ດາວິດ​ໄດ້​ຮັບ​ໄຊຊະນະ​ໃນ​ທຸກບ່ອນ​ທີ່​ເພິ່ນ​ໄປ​ສູ້ຮົບ.


ແຕ່​ພຣະເຈົ້າ​ຊົງ​ຮູ້​ທາງ​ທີ່​ຂ້ອຍ​ກ້າວ​ໄປ ເມື່ອ​ພຣະອົງ​ຊົງ​ທົດສອບ​ຂ້ອຍ​ແລ້ວ ພຣະອົງ​ຈະ​ພົບ​ວ່າ​ຂ້ອຍ​ບໍຣິສຸດ​ເໝືອນ​ຄຳ.


ພຣະເຈົ້າ​ຮູ້​ທຸກໆສິ່ງ​ທີ່​ຂ້ອຍ​ໄດ້​ກະທຳ ພຣະອົງ​ເຫັນ​ທຸກໆ​ບາດຕີນ​ທີ່​ຂ້ອຍ​ກ້າວ​ໄປ​ນັ້ນ.


ຂ້ານ້ອຍ​ຂັບ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ແລະ​ຄຳແນະນຳ​ຂອງ​ພຣະອົງ ພຣະອົງ​ຊົງ​ຮູ້​ເຫັນ​ທຸກສິ່ງ​ທີ່​ຂ້ານ້ອຍ​ກະທຳ​ນັ້ນ.


ຖ້າ​ຂ້ານ້ອຍ​ນັບ​ຄວາມຄິດ​ຂອງ​ພຣະອົງ​ໄດ້​ກໍດີ ຄົງ​ມີ​ຫລວງຫລາຍ​ກວ່າ​ເມັດ​ດິນ​ຊາຍ​ຫລາຍເທົ່າ ເຖິງ​ແມ່ນ​ວ່າ​ຂ້ານ້ອຍ​ນັບ​ໄດ້​ກໍດີ ຂ້ານ້ອຍ​ກໍ​ຍັງ​ເຂົ້າໃຈ​ພຣະອົງ​ບໍ່ໄດ້.


ພຣະເຈົ້າ​ຈະ​ຕັດສິນ​ທຸກສິ່ງ​ທີ່​ພວກເຮົາ​ເຮັດ ບໍ່​ວ່າ​ດີ​ຫລື​ຊົ່ວ ແມ່ນແຕ່​ສິ່ງ​ທີ່​ພວກເຮົາ​ໄດ້​ເຮັດ​ໃນ​ທີ່​ລັບລີ້​ດ້ວຍ.


ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ພວກ​ທີ່​ຊອກ​ປິດບັງ​ແຜນການ​ຂອງ​ພວກຕົນ​ໄວ້​ຈາກ​ພຣະເຈົ້າຢາເວ. ພວກເຂົາ​ເຮັດ​ຕາມ​ແຜນການ​ຂອງຕົນເອງ​ໃນ​ທີ່​ລັບລີ້ ແລະ​ຄິດ​ວ່າ​ບໍ່ມີ​ຜູ້ໃດ​ຮູ້​ເຫັນ​ພວກຕົນ​ກຳລັງ​ເຮັດ​ຢູ່.


ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ, “ບໍ່ມີ​ຜູ້ໃດ​ຫລົບລີ້​ຈາກ​ສາຍຕາ​ຂອງເຮົາ​ໄປ​ໄດ້. ພວກເຈົ້າ​ບໍ່​ຮູ້​ຫລື​ວ່າ ເຮົາ​ຢູ່​ທຸກໆ​ບ່ອນ​ທັງ​ໃນ​ສະຫວັນ ແລະ​ທີ່​ແຜ່ນດິນ​ໂລກ?” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.


ມື​ຂອງ​ເພິ່ນ​ຖື​ກະດົ້ງ​ຝັດ​ເຂົ້າ ເພິ່ນ​ຈະ​ເຮັດ​ລານເຂົ້າ​ໃຫ້​ກ້ຽງ​ດີ ແລະ​ຮວບຮວມ​ເອົາ​ເຂົ້າ​ເມັດ​ດີ​ຂອງ​ເພິ່ນ​ໄວ້​ໃນ​ເລົ້າ​ຂອງຕົນ ສ່ວນ​ເມັດ​ລີບ​ນັ້ນ ເພິ່ນ​ຈະ​ເອົາ​ໄຟ​ເຜົາ​ໃຫ້​ໄໝ້​ຢູ່​ຕະຫລອດໄປ.”


ເມື່ອ​ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ຂອງ​ພຣະອົງ ກຳລັງ​ຮ່ວມ​ຮັບປະທານ​ອາຫານ​ຢູ່​ນັ້ນ ມານຮ້າຍ​ໄດ້​ເຂົ້າ​ສິງ​ຢູ່​ໃນ​ໃຈ​ຂອງ​ຢູດາ​ອິດສະກາຣີອົດ ລູກຊາຍ​ຂອງ​ຊີໂມນ ໃຫ້​ມີ​ຄວາມ​ຄິດ​ທໍລະຍົດ​ຕໍ່​ພຣະເຢຊູເຈົ້າ.


ຫລັງຈາກ​ທີ່​ພຣະເຢຊູເຈົ້າ​ກ່າວ​ດັ່ງນີ້​ແລ້ວ ພຣະອົງ​ກໍ​ວຸ້ນວາຍ​ໃນ​ໃຈ ແລະ​ກ່າວ​ຢ່າງ​ເປີດເຜີຍ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ‘ມີ​ຜູ້ໜຶ່ງ​ໃນ​ພວກເຈົ້າ​ຈະ​ທໍລະຍົດ​ຕໍ່​ເຮົາ.”’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka