13 ທຸກສ່ວນໃນຮ່າງກາຍຂອງຂ້ານ້ອຍແມ່ນພຣະອົງໄດ້ສ້າງມາ ໄດ້ປະກອບທຸກສ່ວນເຂົ້າກັນແຕ່ຢູ່ໃນທ້ອງແມ່.
ພຣະເຈົ້າອົງທີ່ໄດ້ສ້າງຂ້ອຍກໍແມ່ນອົງດຽວກັນ ກັບອົງທີ່ໄດ້ສ້າງພວກຄົນຮັບໃຊ້ຂອງຂ້ອຍ.
ພຣະອົງໄດ້ສ້າງຂ້ານ້ອຍທັງຮັກສາຂ້ານ້ອຍໃຫ້ປອດໄພ ຂໍຊົງໂຜດໃຫ້ຂ້ານ້ອຍເຂົ້າໃຈ ເພື່ອຮຽນຮູ້ເອົາກົດບັນຍັດຂອງພຣະອົງ.
ຂ້ານ້ອຍເພິ່ງພຣະອົງຊົ່ວຊີວິດສືບມາ ພຣະອົງຈຶ່ງໄດ້ຮັກສາຂ້ານ້ອຍໄວ້ ຕັ້ງແຕ່ມື້ເກີດກໍຄຸ້ມຄອງຕະຫລອດມາ ຈຶ່ງຂໍຍ້ອງຍໍສັນລະເສີນພຣະອົງຕໍ່ໄປເລື້ອຍໆ.
ຈົ່ງເຂົ້າມາກົ້ມຂາບນະມັດສະການພຣະອົງ ຄຸເຂົ່າລົງຕໍ່ໜ້າພຣະຜູ້ສ້າງຂອງພວກເຮົາ ຄືພຣະເຈົ້າຢາເວ.
ພຣະເຈົ້າຢາເວອົງທີ່ໄດ້ສ້າງເຈົ້າມາ ຕັ້ງແຕ່ເຈົ້າເກີດມາຜູ້ທີ່ຊ່ວຍເຫລືອເຈົ້າໄວ້. ເຈົ້າຢ່າສູ່ຢ້ານ ຜູ້ຮັບໃຊ້ຂອງເຮົາເອີຍ ເຈົ້າຄືປະຊາຊົນທີ່ເຮົາຮັກ ພວກທີ່ເຮົາເລືອກໄວ້.
ຈົ່ງຟັງເຮົາເທີ້ນ ເຊື້ອສາຍຂອງຢາໂຄບເອີຍ ຄືປະຊາຊົນທັງໝົດຂອງເຮົາທີ່ຍັງມີຊີວິດຢູ່ນັ້ນ. ເຮົາໄດ້ເບິ່ງແຍງພວກເຈົ້າແຕ່ໃດໆມາ ຄືຕອນທີ່ພວກເຈົ້າເກີດມາແຕ່ທ້ອງແມ່.
“ເຮົາເລືອກເຈົ້າໄວ້ ກ່ອນເຮົາໄດ້ໃຫ້ຊີວິດແກ່ເຈົ້າ ແລະກ່ອນເຈົ້າໄດ້ເກີດມາ ເຮົາໄດ້ເລືອກເອົາເຈົ້າໄວ້ແລ້ວ ເພື່ອໃຫ້ເປັນຜູ້ທຳນວາຍແກ່ປະຊາຊາດທັງຫລາຍ.”
ຖ້າອະໄວຍະວະທັງໝົດໃນຮ່າງກາຍເປັນຕາ ການໄດ້ຍິນຈະຢູ່ໃສ? ຖ້າຮ່າງກາຍທັງໝົດເປັນຫູ ການດົມກິ່ນຈະຢູ່ໃສ?