10 ພຣະອົງກໍຈະຢູ່ທີ່ນັ້ນເພື່ອນຳພາຂ້ານ້ອຍ ແລະຢູ່ທີ່ນັ້ນເພື່ອຊ່ວຍເຫຼືອຂ້ານ້ອຍເຊັ່ນກັນ.
ພຣະອົງໃຫ້ຂ້ານ້ອຍມີແຮງຂຶ້ນໃໝ່ ທັງນຳສູ່ທາງອັນຖືກຕ້ອງ ເພາະເຫັນແກ່ນາມຊື່ຂອງພຣະອົງ.
ຂ້ານ້ອຍຕິດພັນຢູ່ກັບພຣະອົງສະເໝີ ແລະມືຂອງພຣະອົງກໍຮັກສາຂ້ານ້ອຍໄວ້ໃຫ້ປອດໄພ.
ແຕ່ປານນັ້ນກໍຢູ່ໃກ້ຊິດພຣະອົງເລື້ອຍມາ ພຣະອົງຈັບມືຂວາຈູງຂ້ານ້ອຍໄປບໍ່ຂາດ.
ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໃດ ເຮົາເປັນຜູ້ທີ່ໃຫ້ກຳລັງທັງສັ່ງສອນພວກເຈົ້າ, ຢ່າສູ່ພາກັນຢ້ານກົວແຕ່ຢ່າງໃດເລີຍ ເຮົາຈະຊ່ວຍເຫຼືອເອົາພວກເຈົ້າໄວ້.”
ຖ້າພວກເຂົາລີ້ຢູ່ເທິງຍອດພູກາເມນ ເຮົາກໍຈະຄົ້ນຫາ ແລະຈັບພວກເຂົາມາ. ຖ້າພວກເຂົາລີ້ຢູ່ພື້ນທະເລ ເຮົາກໍຈະສັ່ງມັງກອນທະເລ ກັດກິນພວກເຂົາເສຍ.