Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 139:1 - ພຣະຄຳພີສັກສິ

1 ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ໄດ້​ກວດເບິ່ງ​ຂ້ານ້ອຍ ແລະ​ພຣະອົງ​ກໍ​ຮູ້ຈັກ​ຮອດ​ສ່ວນເລິກ ໃນ​ຈິດໃຈ​ຂອງ​ຂ້ານ້ອຍ​ນັ້ນ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 139:1
15 Jak'a apnaqawi uñst'ayäwi  

ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ຂ້ານ້ອຍ​ຈະ​ເວົ້າ​ຫຍັງ​ກັບ​ພຣະອົງ​ໄດ້​ອີກ ເພາະ​ພຣະອົງ​ຮູ້ຈັກ​ຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ພຣະອົງ​ດີທີ່ສຸດ.


ຂໍໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຂົາ​ດ້ວຍ. ທີ່​ສະຫວັນ​ບ່ອນ​ພຣະອົງ​ສະຖິດ​ຢູ່ ຂໍໂຜດ​ຟັງ​ແລະ​ຍົກໂທດ ແລະ​ຊ່ວຍເຫລືອ​ພວກເຂົາ​ດ້ວຍ​ເທີ້ນ. ພຣະອົງ​ເທົ່ານັ້ນ​ທີ່​ຮູ້ຈັກ​ຄວາມຄິດ​ໃນ​ຈິດໃຈ​ມະນຸດ. ຂໍໂຜດ​ເຮັດ​ກັບ​ແຕ່ລະຄົນ​ຕາມ​ທີ່​ເຂົາ​ສົມຄວນ​ຈະ​ໄດ້​ຮັບ​ດ້ວຍ​ເທີ້ນ.


ແຕ່​ເຮົາ​ຮູ້ຈັກ​ທຸກຢ່າງ​ກ່ຽວກັບ​ເຈົ້າ ບໍ່​ວ່າ​ເຈົ້າ​ເຮັດ​ຫຍັງ​ຫລື​ໄປ​ໃສ ເຮົາ​ຮູ້​ວ່າ​ເຈົ້າ​ກຽດຊັງ​ເຮົາ​ຫລາຍ.


ຂ້ານ້ອຍ​ຈະ​ເວົ້າ​ຢ່າງໃດ​ກັບ​ພຣະອົງ​ຕື່ມ​ອີກ ພຣະອົງ​ຮູ້ຈັກ​ຂ້ານ້ອຍ​ດີ ແລະ​ໃນ​ຂະນະ​ດຽວກັນ​ພຣະອົງ​ກໍ​ໃຫ້ກຽດ​ຂ້ານ້ອຍ​ຜູ້​ເປັນ​ຄົນ​ຮັບໃຊ້​ຂອງ​ພຣະອົງ.


ຕໍ່ມາ​ເພິ່ນ​ໄດ້​ກ່າວ​ແກ່​ໂຊໂລໂມນ​ວ່າ, “ລູກເອີຍ ເຈົ້າ​ຈົ່ງ​ຮໍ່າຮຽນ​ໃຫ້​ຮູ້ຈັກ​ພຣະເຈົ້າ​ອົງ​ທີ່​ພໍ່​ໄດ້​ຮັບໃຊ້​ນີ້​ໃຫ້​ດີໆ ແລະ​ຈົ່ງ​ບົວລະບັດ​ຮັບໃຊ້​ພຣະອົງ​ດ້ວຍ​ສຸດໃຈ​ແລະ​ສຸດ​ຄວາມຄິດ. ພຣະເຈົ້າຢາເວ​ຮູ້​ຄວາມຄິດ​ແລະ​ຄວາມ​ປາຖະໜາ​ທັງໝົດ​ຂອງ​ພວກເຮົາ. ຖ້າ​ເຈົ້າ​ສະແຫວງ​ຫາ​ພຣະອົງ ພຣະອົງ​ກໍ​ຈະ​ໃຫ້​ເຈົ້າ​ໄດ້​ພົບ​ກັບ​ພຣະອົງ, ແຕ່​ຖ້າ​ເຈົ້າ​ຫັນໜ້າ​ໜີໄປ​ຈາກ​ພຣະອົງ ພຣະອົງ​ກໍ​ຈະ​ປະຖິ້ມ​ເຈົ້າ​ຕະຫລອດໄປ.


ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ກວດກາ​ເບິ່ງ​ຂ້ານ້ອຍ ແລະ​ຮູ້​ຈິດໃຈ​ຂອງ​ຂ້ານ້ອຍ, ຂໍ​ຊົງ​ໂຜດ​ທົດສອບ​ເບິ່ງ​ຂ້ານ້ອຍ​ແລະ​ຄົ້ນເບິ່ງ​ຄວາມ​ນຶກຄິດ​ຂອງ​ຂ້ານ້ອຍ​ໄດ້.


ເມື່ອ​ພຣະອົງ​ຊົງ​ກວດເບິ່ງ​ຈິດໃຈ​ຂອງ​ຂ້ານ້ອຍ. ພຣະອົງ​ມາ​ຫາ​ຂ້ານ້ອຍ​ໃນ​ຕອນ​ກາງຄືນ; ເມື່ອ​ພຣະອົງ​ໄດ້​ກວດເບິ່ງ​ຂ້ານ້ອຍ ແລະ​ກໍ​ບໍ່​ພົບ​ຄວາມ​ປາຖະໜາ​ຊົ່ວ​ໃດໆ ຢູ່​ໃນ​ຈິດໃຈ​ຂອງ​ຂ້ານ້ອຍ.


ພຣະອົງ​ກໍ​ຕ້ອງ​ຄົ້ນພົບ​ເລື່ອງ​ນີ້​ຢ່າງ​ແນ່ນອນ ເພາະ​ຄວາມຄິດ​ອັນ​ເລິກລັບ ພຣະອົງ​ກໍ​ຊົງ​ຮູ້.


ຂ້າແດ່​ພຣະເຈົ້າຢາເວ ແຕ່​ພຣະອົງ​ຮູ້​ຂ້ານ້ອຍ​ດີ ເຫັນ​ສິ່ງ​ທີ່​ຂ້ານ້ອຍ​ກະທຳ ແລະ​ຮູ້​ວ່າ​ຂ້ານ້ອຍ​ຮັກ​ພຣະອົງ​ດ້ວຍ. ຈົ່ງ​ດຶງ​ຄົນຊົ່ວ​ອອກ​ມາ​ເບິ່ງດູ ດັ່ງ​ດຶງ​ແກະ​ໄປ​ຂ້າ ຈົ່ງ​ເຝົ້າເບິ່ງ​ພວກເຂົາ​ຈົນກວ່າ​ພວກເຂົາ​ຖືກ​ຂ້າ​ຖິ້ມ.


ແລ້ວ​ພຣະອົງ​ກໍ​ກ່າວ​ແກ່​ເປໂຕ​ເປັນ​ຄັ້ງ​ທີ​ສາມ​ວ່າ, “ຊີໂມນ​ລູກ​ໂຢຮັນ​ເອີຍ ເຈົ້າ​ຮັກ​ເຮົາ​ບໍ?” ເປໂຕ​ທຸກໃຈ​ທີ່​ພຣະເຢຊູເຈົ້າ​ໄດ້​ຖາມ​ຕົນ​ເຖິງ​ສາມ​ເທື່ອ​ວ່າ, “ເຈົ້າ​ຮັກ​ເຮົາ​ບໍ?” ສະນັ້ນ ເປໂຕ​ຈຶ່ງ​ຕອບ​ພຣະອົງ​ວ່າ, “ຂ້າແດ່​ພຣະອົງເຈົ້າ ພຣະອົງ​ຮູ້ຈັກ​ທຸກໆ​ສິ່ງ ພຣະອົງ​ຮູ້ຈັກ​ວ່າ ຂ້ານ້ອຍ​ຮັກ​ພຣະອົງ.” ພຣະເຢຊູເຈົ້າ​ສັ່ງ​ເປໂຕ​ວ່າ, “ຈົ່ງ​ລ້ຽງ​ແກະ​ທັງຫລາຍ​ຂອງເຮົາ​ເດີ.


ແລະ​ໃນ​ທຸກສິ່ງ​ທີ່​ໄດ້​ຖືກ​ສ້າງ​ຂຶ້ນ​ນັ້ນ ບໍ່ມີ​ສິ່ງໃດ​ຖືກ​ບັງລັບ​ໄວ້​ຈາກ​ພຣະພັກ​ພຣະອົງ​ໄດ້ ແຕ່​ທຸກສິ່ງ​ໄດ້​ປາກົດ​ແຈ້ງ​ຕໍ່​ສາຍຕາ​ຂອງ​ພຣະອົງ ຜູ້​ທີ່​ເຮົາ​ຈະ​ຕ້ອງ​ໃຫ້​ການ​ນັ້ນ.


“ຈົ່ງ​ຂຽນ​ໄປ​ຍັງ​ເທວະດາ​ຂອງ​ພຣະເຈົ້າ ໃນ​ຄຣິສຕະຈັກ​ທີ່​ເມືອງ​ທົວເຕຣາ​ວ່າ, ນີ້​ເປັນ​ຖ້ອຍຄຳ​ຈາກ​ພຣະບຸດ​ຂອງ​ພຣະເຈົ້າ ຜູ້​ທີ່​ມີ​ຕາ​ເໝືອນ​ດັ່ງ​ແປວໄຟ ຜູ້​ທີ່​ມີ​ຕີນ​ເໝືອນ​ດັ່ງ​ທອງ​ເຫລືອງ​ກ້ຽງ​ຊົງ​ກ່າວ​ດັ່ງນີ້​ວ່າ,


ເຮົາ​ຍັງ​ຈະ​ຂ້າ​ລູກ​ຂອງ​ນາງ​ດ້ວຍ ແລ້ວ​ຄຣິສຕະຈັກ​ທັງຫລາຍ​ກໍ​ຈະ​ຮູ້​ວ່າ ເຮົາ​ເປັນ​ຜູ້​ທີ່​ຮູ້​ຄວາມ​ຄິດ ແລະ​ຄວາມ​ປາຖະໜາ​ໃນ​ໃຈ​ຂອງ​ມະນຸດ​ທຸກຄົນ. ເຮົາ​ຈະ​ຕອບ​ແທນ​ພວກເຈົ້າ​ແຕ່ລະຄົນ ຕາມ​ການ​ກະທຳ​ຂອງຕົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka