6 ຂ້ານ້ອຍຈະຮ້ອງເພງຖວາຍແກ່ພຣະເຈົ້າຢາເວ ເພາະພຣະຄຸນຄວາມດີທີ່ຊົງມີແກ່ຂ້ານ້ອຍນັ້ນ.
ຈິດໃຈຂອງຂ້ານ້ອຍເອີຍ ຈົ່ງເຊື່ອໝັ້ນເຖີດ ເພາະພຣະເຈົ້າຢາເວຊົງປະທານຄວາມດີແກ່ເຈົ້າແລ້ວ.
ເມື່ອຮຽນຮູ້ການຕັດສິນອັນຊອບທຳຂອງພຣະອົງ ຂ້ານ້ອຍຈະຍົກຍໍພຣະອົງດ້ວຍຈິດໃຈອັນບໍຣິສຸດ.
ຂ້າແດ່ພຣະເຈົ້າຢາເວ ພວກຂ້ານ້ອຍຈະຍ້ອງຍໍສັນລະເສີນພຣະອົງ ເພາະກຳລັງອັນຍິ່ງໃຫຍ່ຂອງພຣະອົງນັ້ນ ພວກຂ້ານ້ອຍຈະຮ້ອງລຳທຳເພງ ແລະຍ້ອງຍໍສັນລະເສີນຣິດທານຸພາບຂອງພຣະອົງ.
ພຣະເຈົ້າຢາເວເປັນປ້ອມປ້ອງກັນອັນເຂັ້ມແຂງຂອງຂ້ານ້ອຍ ແລະເປັນໂລ້ຕ້ານທານຂອງຂ້ານ້ອຍ. ສະນັ້ນ ຂ້ານ້ອຍຈຶ່ງໄວ້ວາງໃຈໃນພຣະອົງ. ພຣະອົງຊ່ວຍເຫລືອຂ້ານ້ອຍແລະເຮັດໃຫ້ຂ້ານ້ອຍຊົມຊື່ນຍິນດີ ດັ່ງນັ້ນ ຂ້ານ້ອຍຈຶ່ງສັນລະເສີນພຣະອົງດ້ວຍບົດເພງອັນອອນຊອນ.
ຄົນບໍ່ນັບຖືພຣະເຈົ້າກໍຕົກຫລຸມທີ່ພວກເຂົາຂຸດເອງ ພວກເຂົາຖືກດັກຈັບໃນບ່ອນທີ່ພວກເຂົາໄດ້ຫ້າງໄວ້ເອງ.