5 ຂ້ານ້ອຍໄວ້ວາງໃຈໃນຄວາມຮັກອັນໝັ້ນຄົງຂອງພຣະອົງ ແລະຊື່ນຊົມຍິນດີໃນການຊ່ວຍໃຫ້ພົ້ນຂອງພຣະອົງ.
ຈິດໃຈຂອງຂ້ານ້ອຍອິດອ່ອນ ຍ້ອນຄອຍຖ້າໃຫ້ພຣະອົງມາຊ່ວຍເຫລືອ ຂ້ານ້ອຍມອບຄວາມໄວ້ວາງໃຈຂອງຂ້ານ້ອຍ ໃນຖ້ອຍຄຳຂອງພຣະອົງ.
ແຕ່ຄວາມພໍໃຈຂອງພຣະເຈົ້າຢາເວຢູ່ນຳຜູ້ທີ່ຢຳເກງພຣະອົງ ຄືຜູ້ທີ່ໄວ້ວາງໃຈໃນຄວາມຮັກອັນໝັ້ນຄົງຂອງພຣະອົງ.
ພຣະເຈົ້າຂອງຂ້ານ້ອຍເອີຍ ຂ້ານ້ອຍໄວ້ວາງໃຈໃນພຣະອົງ ຂໍຊົງໂຜດຊ່ວຍໃຫ້ຂ້ານ້ອຍພົ້ນຈາກຄວາມພ່າຍແພ້ອັນອັບອາຍ ແລະຢ່າໃຫ້ສັດຕູໄດ້ຫົວເຍາະເຍີ້ຍໃສ່ຂ້ານ້ອຍ
ຄົນຊົ່ວຕ້ອງທົນທຸກໜັກ ແຕ່ຜູ້ທີ່ວາງໃຈໃນພຣະເຈົ້າຢາເວ ຄວາມຮັກອັນໝັ້ນຄົງຂອງພຣະອົງຈະຄຸ້ມຄອງໄວ້.
ພຣະເຈົ້າຢາເວເຝົ້າເບິ່ງຜູ້ທີ່ເຊື່ອຟັງພຣະອົງ ຄືຜູ້ໄວ້ວາງໃຈໃນຄວາມຮັກອັນໝັ້ນຄົງຂອງພຣະອົງນັ້ນ.
ຂ້າແດ່ພຣະເຈົ້າ ຄວາມຮັກອັນໝັ້ນຄົງຂອງພຣະອົງນັ້ນກໍປະເສີດຍິ່ງ ມະນຸດພົບພໍ້ ການຄຸ້ມຄອງໃຕ້ຮົ່ມປີກຂອງພຣະອົງ.
ຄວາມເຈັບປວດຍັງລົບກວນຂ້ານ້ອຍຢູ່ບໍ່ຂາດ ຂ້ານ້ອຍເກືອບຈະລົ້ມລົງແລ້ວ.
ຂໍຊົງໂຜດໃຫ້ມີຄວາມຊົມຊື່ນກັບຄວາມພົ້ນຂອງພຣະອົງ ແລະໂຜດເຮັດໃຫ້ມີໃຈປະສົງເຊື່ອຟັງພຣະອົງດ້ວຍ.
ແຕ່ຂ້ານ້ອຍເປັນດັ່ງຕົ້ນໝາກກອກເທດຕົ້ນໜຶ່ງ ທີ່ໃຫຍ່ຂຶ້ນຢູ່ໃນວິຫານຂອງພຣະເຈົ້າ ຂ້ານ້ອຍໄວ້ວາງໃຈ ໃນຄວາມຮັກອັນໝັ້ນຄົງຂອງພຣະເຈົ້າຕະຫລອດໄປ.
ເພື່ອວ່າຂ້ານ້ອຍຈະໄດ້ກ່າວຄຳຍ້ອງຍໍສັນລະເສີນພຣະອົງ ໃນປະຕູທັງຫຼາຍຂອງລູກສາວຊີໂອນ. ຂ້ານ້ອຍກໍຈະຊົມຊື່ນຍິນດີຫລາຍ ເພາະພຣະອົງໄດ້ຊ່ວຍຂ້ານ້ອຍໃຫ້ພົ້ນໄພແລ້ວ.
ພຣະເຈົ້າຄືພຣະຜູ້ໂຜດຊ່ວຍໃຫ້ພົ້ນຂອງຂ້ານ້ອຍ ຂ້ານ້ອຍຈະໄວ້ວາງໃຈໃນພຣະອົງ ແລະບໍ່ຢ້ານ. ເພາະພຣະເຈົ້າຢາເວ, ພຣະເຈົ້າຢາເວຊົງເປັນກຳລັງແລະບົດເພງຂອງຂ້ານ້ອຍ ແລະພຣະອົງຊົງເປັນຄວາມພົ້ນຂອງຂ້ານ້ອຍແລ້ວ.
ແຕ່ຂ້ານ້ອຍກໍຍັງຈະສືບຕໍ່ຊົມຊື່ນຍິນດີໃນພຣະເຈົ້າຢາເວ ຂ້ານ້ອຍຈະຕື່ນເຕັ້ນຍິນດີໃນພຣະເຈົ້າພຣະຜູ້ຊ່ວຍໃຫ້ພົ້ນຂອງຂ້ານ້ອຍ.
ແລະ ຈິດວິນຍານຂອງຂ້ານ້ອຍ ໄດ້ຊົມຊື່ນຍິນດີໃນພຣະເຈົ້າ ຜູ້ຊົງໂຜດໃຫ້ຂ້ານ້ອຍໄດ້ພົ້ນ
ແລ້ວພວກຜູ້ລ້ຽງແກະກໍກັບຄືນໄປ ຮ້ອງເພງສັນລະເສີນພຣະເຈົ້າ ໃນທຸກສິ່ງທີ່ຕົນໄດ້ຍິນແລະໄດ້ເຫັນ ເພາະເຫດການໄດ້ເປັນໄປຕາມທີ່ເທວະດາບອກໄວ້ນັ້ນທຸກປະການ.
ຈົ່ງຮັກສາຕົວໄວ້ໃນຄວາມຮັກຂອງພຣະເຈົ້າ ຄອຍຖ້າພຣະກະລຸນາຂອງອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ ຈົນກວ່າຈະໄດ້ຊີວິດນິຣັນດອນ.
ນາງຮັນນາພາວັນນາອະທິຖານວ່າ, “ພຣະເຈົ້າຢາເວເຮັດໃຫ້ຈິດໃຈຂ້ານ້ອຍ ເຕັມລົ້ນດ້ວຍຄວາມຊົມຊື່ນຍິນດີໃຫຍ່; ຂ້ານ້ອຍດີໃຈຫລາຍ ຍ້ອນສິ່ງທີ່ພຣະອົງໄດ້ກະທຳນັ້ນ ຂ້ານ້ອຍຫົວເຍາະເຍີ້ຍໃສ່ເຫຼົ່າສັດຕູ ເພາະພຣະອົງຊ່ວຍຊູ ຈຶ່ງຊື່ນຊົມຍິນດີລົ້ນ.