Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 13:4 - ພຣະຄຳພີສັກສິ

4 ຢ່າ​ໃຫ້​ສັດຕູ​ເວົ້າ​ວ່າ, “ປາບ​ມັນ​ໄດ້​ແລ້ວ​ເດ” ຢ່າ​ໃຫ້​ພວກເຂົາ​ໜຳໃຈ​ເມື່ອ​ຂ້ານ້ອຍ​ລົ້ມ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 13:4
17 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ພຣະອົງ​ມີ​ພຣະຄຸນ​ຕໍ່​ພວກ​ຂ້ານ້ອຍ​ທີ່ສຸດ ພຣະອົງ​ໃຫ້​ພວກ​ຂ້ານ້ອຍ​ບາງຄົນ​ໜີ​ພົ້ນ​ຈາກ​ການ​ເປັນ​ທາດຮັບໃຊ້ ແລະ​ດຳເນີນ​ຊີວິດ​ຢ່າງ​ປອດໄພ​ຢູ່​ໃນ​ບ່ອນ​ສັກສິດ​ນີ້. ພຣະອົງ​ໄດ້​ໂຜດ​ໃຫ້​ພວກ​ຂ້ານ້ອຍ ໜີ​ພົ້ນ​ຈາກ​ການ​ເປັນ​ທາດຮັບໃຊ້​ມາ​ໄດ້ ແລະ​ທັງ​ໃຫ້​ພວກ​ຂ້ານ້ອຍ​ມີ​ຊີວິດ​ໃໝ່.


ຄົນຊົ່ວຮ້າຍ​ໄດ້​ຄິດ​ໃນໃຈ​ວ່າ, “ພຣະເຈົ້າ​ລືມ​ແລ້ວ ພຣະອົງ​ປິດຕາ​ຂອງ​ພຣະອົງ​ໄວ້ ແລະ​ກໍ​ຈະ​ບໍ່​ເຫັນ​ເລີຍ.”


ສ່ວນ​ຄົນ​ຊອບທຳ​ນັ້ນ​ລາວ​ຈະ​ບໍ່​ຫຼົ້ມຈົມ​ລົງ​ເລີຍ ລາວ​ຈະ​ເປັນ​ທີ່​ຈົດຈຳ​ແກ່​ທຸກຄົນ​ຕະຫລອດໄປ.


ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ຂ້ານ້ອຍ​ໄວ້ວາງໃຈ​ໃນ​ພຣະອົງ ຂໍ​ຊົງ​ໂຜດ​ຊ່ວຍ​ໃຫ້​ຂ້ານ້ອຍ​ພົ້ນ​ຈາກ​ຄວາມ​ພ່າຍແພ້​ອັນ​ອັບອາຍ ແລະ​ຢ່າ​ໃຫ້​ສັດຕູ​ໄດ້​ຫົວ​ເຍາະເຍີ້ຍ​ໃສ່​ຂ້ານ້ອຍ


ຂໍ​ຢ່າ​ໃຫ້​ສັດຕູ​ຄື​ຄົນ​ຂີ້ຕົວະ​ໄດ້​ເອົາ​ຊະນະ​ຂ້ານ້ອຍ; ຂໍ​ຢ່າ​ໃຫ້​ພວກເຂົາ​ຍິກ​ຄິ້ວ​ຫລິ່ວຕາ​ດີໃຈ ເພາະ​ຂ້ານ້ອຍ​ໂສກເສົ້າ.


ຂໍ​ຢ່າ​ໃຫ້​ພວກເຂົາ​ເວົ້າ​ໃນ​ໃຈ​ວ່າ, “ກຳຈັດ​ມັນ ນີ້​ແຫຼະ ຄື​ສິ່ງ​ທີ່​ພວກເຮົາ​ຢາກ​ເຮັດ”.


ຂໍ​ຢ່າ​ໃຫ້​ສັດຕູ​ໄດ້​ສົມນໍ້າໜ້າ​ຂ້ານ້ອຍ​ເລີຍ ຍ້ອນ​ຄວາມ​ໂສກເສົ້າ​ເສຍໃຈ​ທີ່​ມີ​ຢູ່​ນັ້ນ ຂໍ​ຢ່າ​ໃຫ້​ເຂົາເຈົ້າ​ເວົ້າ​ອວດອົ່ງ​ທະນົງ​ຕົວ ເຖິງ​ຄວາມ​ລົ້ມລົງ​ຂອງ​ຂ້ານ້ອຍ​ນັ້ນ


ຈົ່ງ​ມອບ​ຄວາມ​ເດືອດຮ້ອນ​ຂອງ​ເຈົ້າ​ໄວ້​ກັບ​ພຣະເຈົ້າຢາເວ​ສາ ພຣະອົງ​ຈະ​ປົກປ້ອງ​ຄຸ້ມຄອງ​ເຈົ້າ​ໄວ້. ພຣະອົງ​ບໍ່ເຄີຍ​ປະຖິ້ມ​ຄົນ​ສັດຊື່​ຜູ້ໃດ​ຜູ້ໜຶ່ງ​ເລີຍ ໂດຍ​ໃຫ້​ລາວ​ຖືກ​ພ່າຍແພ້.


ພຣະອົງ​ເທົ່ານັ້ນ​ທີ່​ປົກປ້ອງ​ແລະ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນໄພ ເມື່ອ​ພຣະອົງ​ເປັນ​ຜູ້​ປ້ອງກັນ​ຂ້ານ້ອຍ​ໄວ້ ຂ້ານ້ອຍ​ຈະ​ບໍ່​ພ່າຍແພ້​ຈັກເທື່ອ.


ພຣະອົງ​ເປັນ​ສີລາ​ແລະ​ຄວາມພົ້ນ​ຂອງ​ຂ້ານ້ອຍ ພຣະອົງ​ເທົ່ານັ້ນ​ເປັນ​ຜູ້​ປ້ອງກັນ​ຂ້ານ້ອຍ​ໄວ້ ຂ້ານ້ອຍ​ຈະ​ບໍ່​ພ່າຍແພ້.


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ດຳເນີນການ​ເຖີດ ຢ່າ​ປ່ອຍ​ໃຫ້​ມະນຸດ​ທ້າທາຍ​ພຣະອົງ​ໄດ້ ໂຜດ​ນຳ​ຄົນ​ບໍ່​ນັບຖື​ພຣະເຈົ້າ​ມາ​ຢູ່​ຊ້ອງໜ້າ​ພຣະອົງ ແລະ​ປະກາດ​ການຕັດສິນ​ລົງໂທດ​ເຂົາເຈົ້າ.


ມະນຸດ​ບໍ່​ຫ່ອນ​ຕັ້ງ​ຢູ່​ໄດ້​ດ້ວຍ​ການຊົ່ວ​ທີ່​ຕົນ​ກະທຳ, ແຕ່​ຮາກຖານ​ຂອງ​ຄົນ​ຊອບທຳ​ຈະ​ຢືນ​ຢູ່​ຢ່າງ​ໝັ້ນຄົງ.


ເຫດສະນັ້ນ ຂ້ອຍ​ຈຶ່ງ​ຮ້ອງໄຫ້​ອອກ​ມາ ຈົນ​ເບົ້າຕາ​ທັງສອງ​ນອງ​ດ້ວຍ​ນໍ້າຕາ​ທັງສິ້ນ. ບໍ່ມີ​ຜູ້ໃດ​ອອຍໃຈ​ຂ້ອຍ​ໄດ້ ບໍ່ມີ​ຜູ້ໃດ​ໃຫ້​ກຳລັງໃຈ ສັດຕູ​ໄດ້​ຊະນະ​ຂ້ອຍ ປະຊາຊົນ​ບໍ່​ເຫຼືອ​ຫຍັງ​ຈັກຢ່າງ.


ຊາວ​ການາອານ​ແລະ​ພວກ​ອື່ນໆ​ທົ່ວ​ທັງ​ດິນແດນ​ຈະ​ຮູ້​ເຖິງ​ເລື່ອງ​ນີ້. ພວກເຂົາ​ຈະ​ພາກັນ​ມາ​ປິດລ້ອມ​ພວກ​ຂ້ານ້ອຍ​ໄວ້ ແລະ​ສັງຫານ​ພວກ​ຂ້ານ້ອຍ​ທຸກໆ​ຄົນ​ຖິ້ມ; ແລ້ວ​ພຣະອົງ​ຈະ​ກະທຳ​ຢ່າງ​ໃດ ເພື່ອ​ຮັກສາ​ກຽດ​ສັກສີ​ຂອງ​ພຣະອົງ​ໄວ້?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka