Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 13:3 - ພຣະຄຳພີສັກສິ

3 ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ໂຜດ​ຫລຽວເບິ່ງ​ຂ້ານ້ອຍ ແລະ​ຕອບ​ຂ້ານ້ອຍ​ດ້ວຍ. ຂໍ​ຊົງ​ໂຜດ​ປະທານ​ໃຫ້​ຕາ​ຂອງ​ຂ້ານ້ອຍ​ສະຫວ່າງ​ຂຶ້ນ​ໃໝ່ ຂໍ​ຊົງ​ໂຜດ​ຢ່າ​ປ່ອຍ​ໃຫ້​ຂ້ານ້ອຍ​ຕ້ອງ​ຕາຍໄປ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 13:3
15 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ພຣະອົງ​ມີ​ພຣະຄຸນ​ຕໍ່​ພວກ​ຂ້ານ້ອຍ​ທີ່ສຸດ ພຣະອົງ​ໃຫ້​ພວກ​ຂ້ານ້ອຍ​ບາງຄົນ​ໜີ​ພົ້ນ​ຈາກ​ການ​ເປັນ​ທາດຮັບໃຊ້ ແລະ​ດຳເນີນ​ຊີວິດ​ຢ່າງ​ປອດໄພ​ຢູ່​ໃນ​ບ່ອນ​ສັກສິດ​ນີ້. ພຣະອົງ​ໄດ້​ໂຜດ​ໃຫ້​ພວກ​ຂ້ານ້ອຍ ໜີ​ພົ້ນ​ຈາກ​ການ​ເປັນ​ທາດຮັບໃຊ້​ມາ​ໄດ້ ແລະ​ທັງ​ໃຫ້​ພວກ​ຂ້ານ້ອຍ​ມີ​ຊີວິດ​ໃໝ່.


ຂໍ​ຊົງ​ໂຜດ​ເບິ່ງ​ຂ້ານ້ອຍ​ທົນທຸກ​ແລະ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ແດ່ ເພາະ​ຂ້ານ້ອຍ​ບໍ່ໄດ້​ປະຖິ້ມ​ກົດບັນຍັດ​ຂອງ​ພຣະອົງ.


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ​ໃຫ້​ແສງແຈ້ງ​ແກ່​ຂ້ານ້ອຍ ແລະ​ເຮັດ​ໃຫ້​ຄວາມ​ມືດມົວ​ຂອງ​ຂ້ານ້ອຍ​ສູນຫາຍ​ໄປສິ້ນ.


ເບິ່ງດູ​ວ່າ​ຂ້ານ້ອຍ​ມີ​ສັດຕູ​ຫລາຍ​ເທົ່າໃດ ພວກເຂົາ​ກຽດຊັງ​ຂ້ານ້ອຍ​ຫລາຍ​ເທົ່າໃດ​ແລ້ວ.


ຂ້ານ້ອຍ​ຈະ​ຊົມຊື່ນ​ຍິນດີ​ເພາະ​ຄວາມຮັກ​ອັນ​ໝັ້ນຄົງ ເພາະ​ພຣະອົງ​ເຫັນ​ຂ້ານ້ອຍ​ທົນທຸກ​ແລະ​ເດືອດຮ້ອນ.


ຂ້າແດ່​ພຣະເຈົ້າຢາເວ ໂຜດ​ຟັງ​ຖ້ອຍຄຳ​ຂອງ​ຂ້ານ້ອຍ ແລະ​ສຽງ​ຄໍ່າຄວນ​ຂອງ​ຂ້ານ້ອຍ​ດ້ວຍ.


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ເມດຕາ​ແດ່ທ້ອນ ໂຜດ​ເບິ່ງ​ຄວາມ​ທົນທຸກ​ທີ່​ສັດຕູ​ກໍ່​ຂຶ້ນ​ນັ້ນ ຂໍ​ຊົງ​ໂຜດ​ຊ່ວຍກູ້​ເອົາ ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ຕາຍ​ແດ່ທ້ອນ


ພວກເຂົາ​ນັ້ນ​ໂລບມາກ​ໂລພາ​ບໍ? ເຮົາ​ຈະ​ຕຽມ​ງານກິນລ້ຽງ​ສຳລັບ​ພວກເຂົາ ແລະ​ໃຫ້​ພວກເຂົາ​ດື່ມ​ແລະ​ສຸກໃຈ. ພວກເຂົາ​ຈະ​ເຂົ້າ​ໄປ​ນອນ​ແລະ​ຈະ​ບໍ່​ຕື່ນ​ຂຶ້ນ​ຈັກເທື່ອ.


ເຮົາ​ຈະ​ເຮັດ​ໃຫ້​ພວກ​ຜູ້​ປົກຄອງ​ມືນເມົາ ຄື​ນັກປາດ, ພວກ​ເຈົ້ານາຍ ແລະ​ທະຫານ​ດ້ວຍ. ພວກເຂົາ​ຈະ​ໄປ​ນອນ​ແລະ​ຈະ​ບໍ່​ຕື່ນ​ຂຶ້ນ​ຈັກເທື່ອ.” ກະສັດ​ຜູ້​ມີ​ນາມວ່າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫຼະ.


ຂ້າແດ່​ພຣະເຈົ້າຢາເວ ໂຜດ​ຈົດຈຳ​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ກັບ​ພວກ​ຂ້ານ້ອຍ ໂຜດ​ຫລຽວເບິ່ງ​ສາ​ວ່າ​ຖືກ​ເສື່ອມເສຍ​ຢ່າງໃດ​ແລ້ວ.


ຄື​ແສງ​ສະຫວ່າງ​ສ່ອງ​ແຈ້ງ ເປີດເຜີຍ​ພຣະ​ປະສົງ​ ແກ່​ບັນດາ​ປະຊາຊາດ ແລະ​ນຳ​ເອົາ​ສະຫງ່າຣາສີ​ມາ​ສູ່ ອິດສະຣາເອນ​ພົນລະເມືອງ​ ຂອງ​ພຣະເຈົ້າ.”


ດ້ວຍເຫດນີ້​ຈຶ່ງ​ມີ​ຄຳ​ກ່າວ​ວ່າ, “ຄົນ​ທີ່​ນອນ​ຫລັບ​ເອີຍ, ຈົ່ງ​ຕື່ນ​ຂຶ້ນ​ເຖີດ, ຈົ່ງ​ຟື້ນ​ຂຶ້ນ​ມາ​ຈາກ​ຄວາມ​ຕາຍ ແລະ​ພຣະຄຣິດ​ຈະ​ສ່ອງ​ສະຫວ່າງ​ໃສ່​ເຈົ້າ.”


ນະຄອນ​ນັ້ນ ບໍ່​ຕ້ອງການ​ແສງ​ສະຫວ່າງ​ຂອງ​ດວງອາທິດ ຫລື​ດວງຈັນ, ເພາະວ່າ​ພຣະ​ຣັດສະໝີ​ຂອງ​ພຣະເຈົ້າ ຊົງ​ເປັນ​ແສງ​ສະຫວ່າງ​ຂອງ​ນະຄອນ​ນັ້ນ ແລະ​ພຣະ​ເມສານ້ອຍ ຊົງ​ເປັນ​ໂຄມໄຟ​ຂອງ​ນະຄອນ​ນັ້ນ.


ແຕ່​ໂຢນາທານ​ບໍ່ໄດ້ຍິນ​ຄຳສາບແຊ່ງ​ທີ່​ພໍ່​ຂອງຕົນ​ໃຊ້​ຂູ່ຂວັນ​ປະຊາຊົນ; ດັ່ງນັ້ນ ລາວ​ຈຶ່ງ​ເອົາ​ໄມ້ເທົ້າ​ແທງ​ຮັງ​ເຜິ້ງ ແລະ​ເອົາ​ນໍ້າເຜິ້ງ​ມາ​ກິນ. ໃນ​ທັນໃດນັ້ນ ເພິ່ນ​ກໍ​ຮູ້ສຶກ​ມີ​ແຮງ​ຂຶ້ນ.


ໂຢນາທານ​ຈຶ່ງ​ຕອບ​ວ່າ, “ພໍ່​ຂອງຂ້ອຍ​ສ້າງ​ຄວາມ​ລຳບາກ​ໃຫ້​ປະຊາຊົນ​ແທ້ ເບິ່ງດູ​ຂ້ອຍ​ມີ​ແຮງ​ຂຶ້ນ​ເທົ່າ​ໃດ​ເມື່ອ​ຂ້ອຍ​ໄດ້​ກິນ​ນໍ້າເຜິ້ງ​ນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka