Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 13:2 - ພຣະຄຳພີສັກສິ

2 ຂ້ານ້ອຍ​ຕ້ອງ​ສືບຕໍ່​ທົນ​ເດືອດຮ້ອນ​ຕໍ່ໄປ ທັງເວັນ​ທັງຄືນ​ຢ່າງ​ນີ້​ດົນນານ​ປານໃດ​ອີກ? ຂ້ານ້ອຍ​ຍັງ​ຈະ​ອຸກອັ່ງ​ຢູ່​ຢ່າງນີ້​ອີກ​ດົນ​ປານໃດ? ດົນ​ປານໃດ​ສັດຕູ​ຍັງ​ຈະ​ຊະນະ​ຂ້ານ້ອຍ​ຢູ່?

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 13:2
44 Jak'a apnaqawi uñst'ayäwi  

ດັ່ງນັ້ນ ເພິ່ນ​ຈຶ່ງ​ຖາມ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ໂສກເສົ້າ​ແທ້? ເຈົ້າ​ກໍ​ບໍ່ໄດ້​ເຈັບໄຂ້​ຫຍັງ ສະນັ້ນ ເຈົ້າ​ຄົງ​ມີ​ເລື່ອງ​ທຸກໃຈ​ເປັນແນ່.” ຂ້າພະເຈົ້າ​ຕົກໃຈ​ຫລາຍ


ເອສະເທີ​ຕອບ​ວ່າ, “ສັດຕູ​ຂອງ​ພວກ​ຂ້ານ້ອຍ ຜູ້​ຂົ່ມເຫັງ​ພວກ​ຂ້ານ້ອຍ ກໍ​ຄື​ຮາມານ​ຊາຍ​ຊົ່ວຊ້າ​ຄົນ​ນີ້.” ຮາມານ​ປະເຊີນ​ໜ້າ​ກັບ​ກະສັດ ແລະ​ຣາຊີນີ ດ້ວຍ​ຄວາມ​ສະທ້ານ​ຢ້ານກົວ​ຈົນ​ຕົວສັ່ນ.


ເມື່ອໃດ​ທີ່​ເຮັດ​ບາບ​ຕໍ່​ພຣະອົງ ເມື່ອນັ້ນ​ກໍ​ເດືອດຮ້ອນ​ທັນທີ ແຕ່​ເມື່ອ​ເຮັດ​ຖືກ​ພັດ​ບໍ່ໄດ້​ຮັບ​ກຽດ​ຊໍ້າ. ສຳລັບ​ຂ້ານ້ອຍ​ນັ້ນ ຈຶ່ງ​ມີ​ແຕ່​ຄວາມ​ອັບອາຍ ວຸ້ນວາຍ​ຢູ່​ກັບ​ຄວາມ​ທຸກໃຈ​ຂອງ​ຂ້ານ້ອຍ​ເລື້ອຍໆ.


ພຣະອົງ​ຊົງ​ຟັງ​ສຽງ​ຮ້ອງໄຫ້​ຂອງ​ຜູ້​ທີ່​ຖືກ​ຂົ່ມເຫັງ ແລະ​ສຽງ​ຂອງ​ລູກກຳພ້າ ແລະ​ຕັດສິນ​ເຂົ້າຂ້າງ​ເຂົາເຈົ້າ ເພື່ອ​ວ່າ​ມະນຸດ​ທີ່​ຕາຍເປັນ​ຈະ​ບໍ່ໄດ້​ຈອງຫອງ ສ້າງ​ຄວາມ​ຕົກໃຈ​ກົວ​ໃຫ້​ພວກເຂົາ​ຕໍ່ໄປ​ອີກ.


ຂ້ານ້ອຍ​ຖືກ​ລ້ອມ​ດ້ວຍ​ອັນຕະລາຍ​ເຖິງ​ຕາຍ ຈຶ່ງ​ຢູ່​ໃຕ້​ເງົາ​ແຫ່ງ​ແດນ​ມໍຣະນາ​ນັ້ນ. ມັນ​ຮັດບີບ​ໄວ້​ຈົນ​ອຶດອັດ​ໃນ​ຈິດໃຈ ຈຶ່ງ​ມີ​ແຕ່​ຢ້ານກົວ​ແລະ​ໂສກເສົ້າ.


ພວກຄົນ​ທີ່​ຂີ້ຕົວະ ຈົ່ງ​ມິດງຽບ ຄື​ພວກ​ທີ່​ອວດອົ່ງ​ແລະ​ຈອງຫອງ​ທັງຫຼາຍ ພວກ​ທີ່​ເວົ້າ​ດູໝິ່ນ​ນິນທາ​ຄົນ​ຊອບທຳ​ນັ້ນ.


ຄວາມ​ເຈັບປວດ​ຍັງ​ລົບກວນ​ຂ້ານ້ອຍ​ຢູ່​ບໍ່​ຂາດ ຂ້ານ້ອຍ​ເກືອບ​ຈະ​ລົ້ມລົງ​ແລ້ວ.


ເມື່ອ​ຄິດເຖິງ​ອະດີດ​ກໍ​ທຸກລະທົມ​ໃຈ​ຫລາຍ ເມື່ອ​ໄດ້​ຍ່າງ​ເປັນ​ຝູງ​ໄປ​ສູ່​ວິຫານ​ຂອງ​ພຣະເຈົ້າ ແລະ​ໄດ້​ພາ​ເຂົາເຈົ້າ​ຍ່າງ​ຕາມ​ຫລັງ​ກັນ​ໄປ ສຸກໃຈ​ຮ້ອງລຳ​ທຳເພງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າ.


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ກັບມາ ແລະ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ດ້ວຍ ໂດຍ​ພຣະເມດຕາ ຊ່ວຍ​ກູ້​ເອົາ​ຂ້ານ້ອຍ​ອອກ​ຈາກ​ຄວາມ​ຕາຍ​ແດ່ທ້ອນ.


ຖ້າບໍ່​ດັ່ງນັ້ນ ພວກເຂົາ​ຈະ​ລາກ​ຂ້ານ້ອຍ​ໄປ​ດັ່ງ​ໂຕສິງ​ຂົບ​ຈີກ​ເຫຍື່ອ ກັດກິນ​ເປັນ​ຕ່ອນໆ ໂດຍ​ບໍ່ມີ​ຜູ້ໃດ​ຊ່ວຍກູ້​ໄວ້​ໄດ້.


ຂ້າແດ່​ພຣະເຈົ້າ ສັດຕູ​ຈະ​ຫົວຂວັນ​ໃສ່​ດົນ​ປານໃດ? ພວກເຂົາ​ຈະ​ໝິ່ນປະໝາດ​ພຣະອົງ​ສືບໄປ​ຫລືນີ້?


ຂ້າແດ່​ພຣະເຈົ້າຢາເວ​ເອີຍ ແຕ່​ໂຜດ​ຈົດຈຳ​ວ່າ ພວກ​ສັດຕູ​ໄດ້​ຫົວຂວັນ​ໃສ່​ພຣະອົງ ພວກເຂົາ​ດູໝິ່ນ​ຫຍໍ້ຫຍັນ​ພຣະນາມ​ຂອງ​ພຣະອົງ


ພຣະອົງ​ໃຫ້​ປາກ​ຂອງ​ເດັກນ້ອຍ​ແລະ​ເດັກອ່ອນ​ທັງຫລາຍ​ສົ່ງ​ສຽງ​ສັນລະເສີນ. ເພື່ອ​ເຮັດ​ໃຫ້​ພວກ​ສັດຕູ​ຂອງ​ພຣະອົງ ແລະ​ພວກ​ທີ່​ກະທຳ​ການ​ແກ້ແຄ້ນ ມິດງຽບ​ໄປ.


ສັດຕູ​ພວກ​ຂ້ານ້ອຍ​ໄດ້​ດັບ​ສິ້ນ​ຕະຫລອດໄປ ເມືອງ​ຂອງ​ເຂົາ​ຖືກ​ທຳລາຍ​ແລະ​ລືມໄລ​ໄປສິ້ນ.


ຄວາມສຸກ​ເຮັດ​ໃຫ້​ໃບໜ້າ​ສົດຊື່ນ, ແຕ່​ຄວາມທຸກ​ເຮັດ​ໃຫ້​ໃບໜ້າ​ໝົ່ນໝອງ.


ພວກເຮົາ​ຕ້ອງ​ໃຊ້​ຊີວິດ​ຢູ່​ໃນ​ຄວາມ​ມືດມົນ​ແລະ​ຄວາມ​ໂສກເສົ້າ ຄວາມ​ວິຕົກ​ກັງວົນ, ຄວາມ​ໂກດຮ້າຍ ແລະ​ຄວາມ​ເຈັບປ່ວຍ.


ເປັນຫຍັງ​ຂ້ານ້ອຍ​ຈຶ່ງ​ຕ້ອງ​ທົນທຸກ​ຢູ່​ຢ່າງນີ້? ເປັນຫຍັງ​ບາດແຜ​ຂອງ​ຂ້ານ້ອຍ​ຈຶ່ງ​ບໍ່​ດີ​ຈັກເທື່ອ? ເປັນຫຍັງ​ບາດແຜ​ນັ້ນ​ຈຶ່ງ​ປິ່ນປົວ​ບໍ່​ດີ? ພຣະອົງ​ຕັ້ງໃຈ​ຈະ​ໃຫ້​ຂ້ານ້ອຍ​ຕ້ອງ​ຜິດຫວັງ ດັ່ງ​ນໍ້າ​ຫ້ວຍ​ທີ່​ບົກແຫ້ງ​ລົງ​ໃນ​ລະດູຮ້ອນ​ຊັ້ນບໍ?”


ເຈົ້າ​ກຳລັງ​ເວົ້າ​ວ່າ, ‘ຂ້ອຍ​ຍອມ​ແພ້ ຂ້ອຍ​ເດືອດຮ້ອນ​ຢູ່​ແລ້ວ ແລະ​ພຣະເຈົ້າຢາເວ​ຍັງ​ຕື່ມ​ຄວາມທຸກໃຈ​ໃຫ້​ຂ້ອຍ​ອີກ. ຂ້ອຍ​ອິດອ່ອນ​ເພາະ​ການ​ຮ້ອງໄຫ້​ຄວນຄາງ ແລະ​ຂ້ອຍ​ກໍ​ບໍ່ໄດ້​ພົບ​ການ​ພັກຜ່ອນ​ໃດໆ​ເລີຍ.’


ຄວາມທຸກໃຈ​ຂອງ​ຂ້ານ້ອຍ​ປິ່ນປົວ​ບໍ່ໄດ້​ເລີຍ ຂ້ານ້ອຍ​ເຈັບປວດ​ໜັກ​ຢູ່​ພາຍ​ໃນ​ຈິດໃຈ​ຂອງ​ຂ້ານ້ອຍ.


ພວກ​ສັດຕູ​ໄດ້​ເປັນ​ນາຍ​ເໜືອ​ນາງ ພວກເຂົາ​ໄດ້​ຢຶດເອົາ​ນາງ​ໃຫ້​ຢູ່​ໃຕ້​ອຳນາດ ຍ້ອນ​ນາງ​ເຮັດ​ບາບ ພຣະເຈົ້າຢາເວ​ຈຶ່ງ​ໃຫ້​ນາງ​ທົນທຸກ ລູກໆ​ຂອງ​ນາງ​ນັ້ນ​ຕ່າງ​ກໍ​ຖືກ​ຈັບ​ໄປ.


ມົນທິນ​ຂອງ​ນາງ​ນັ້ນ​ເບິ່ງ​ເຫັນ​ໄດ້​ງ່າຍດາຍ ແຕ່​ນາງ​ບໍ່​ຫ່ວງໃຍ​ນຳ​ຊາຕາກຳ​ຂອງຕົນ​ຈັກດີ້. ນາງ​ລົ້ມ​ແຮງໂພດ​ຈົນ​ບໍ່ມີ​ຜູ້ໃດ​ສາມາດ​ປອບໃຈ ຂ້າແດ່​ພຣະເຈົ້າຢາເວ ໂຜດ​ເມດຕາ ເພາະ​ສັດຕູ​ຂອງນາງ​ໄດ້​ຊະນະ.


ເຫດໃດ​ຈຶ່ງ​ໄດ້​ປະຖິ້ມ​ພວກ​ຂ້ານ້ອຍ​ຢ່າງ​ດົນນານ? ພຣະອົງ​ຈະ​ບໍ່​ຈົດຈຳພວກ​ຂ້ານ້ອຍ​ເລີຍ​ບໍ?


ຈຶ່ງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ຈິດໃຈ​ຂອງເຮົາ​ເປັນ​ທຸກ​ໜັກ​ແທບ​ຈະ​ຕາຍ​ຢູ່​ແລ້ວ ຈົ່ງ​ເຝົ້າຄອຍ​ຢູ່​ທີ່​ນີ້​ກັບ​ເຮົາ​ເທີ້ນ.”


ທຸກໆ​ວັນ ເຮົາ​ຢູ່​ກັບ​ພວກເຈົ້າ​ໃນ​ພຣະວິຫານ, ພວກເຈົ້າ​ບໍ່ໄດ້​ຈັບ​ເຮົາ. ແຕ່​ເວລາ​ນີ້​ເປັນ​ຂອງ​ພວກເຈົ້າ ແລະ​ເປັນ​ເວລາ​ຂອງ​ອຳນາດ​ແຫ່ງ​ຄວາມມືດ.”


ແລະ​ບັດນີ້ ຈິດໃຈ​ຂອງ​ພວກເຈົ້າ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ທຸກໂສກ ເພາະ​ເຮົາ​ໄດ້​ບອກ​ເລື່ອງ​ນີ້​ແກ່​ພວກເຈົ້າ.


ວ່າ, ຈິດໃຈ​ຂອງເຮົາ​ເຕັມ​ໄປ​ດ້ວຍ​ຄວາມ​ເສົ້າໂສກ​ໜັກ ແລະ​ມີ​ຄວາມ​ເຈັບປວດ​ໃນ​ຫົວໃຈ​ຢ່າງ​ບໍ່​ສິ້ນສຸດ


ຕາມ​ທີ່​ຈິງ​ແລ້ວ​ເພິ່ນ​ປ່ວຍ​ເກືອບ​ຕາຍ ແຕ່​ພຣະເຈົ້າ​ໄດ້​ຊົງ​ໂຜດ​ເມດຕາ ພຣະອົງ​ບໍ່ໄດ້​ຊົງ​ໂຜດ​ເມດຕາ​ພຽງແຕ່​ເພິ່ນ​ຜູ້​ດຽວ​ເທົ່ານັ້ນ ແຕ່​ແກ່​ເຮົາ​ດ້ວຍ ເພື່ອ​ບໍ່​ໃຫ້​ເຮົາ​ມີ​ຄວາມ​ທຸກ​ຊ້ອນທຸກ.


ສະນັ້ນ ເພິ່ນ​ຈຶ່ງ​ຢ້ານກົວ​ດາວິດ​ຫລາຍ​ຍິ່ງ​ຂຶ້ນ ແລະ​ຕັ້ງ​ຕົວ​ເປັນ​ສັດຕູ​ຕໍ່​ລາວ​ຕະຫລອດ​ຊົ່ວຊີວິດ​ຂອງ​ເພິ່ນ.


ຄົນ​ທີ່​ຈັບ​ສັດຕູ​ຂອງຕົນ​ໄດ້ ແລ້ວ​ປ່ອຍ​ໃຫ້​ໄປ​ຢ່າງ​ປອດໄພ​ຈະ​ມີ​ບໍ? ຂໍ​ໃຫ້​ພຣະເຈົ້າຢາເວ​ອວຍພອນ​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ​ກັບ​ຂ້ອຍ​ໃນ​ມື້ນີ້​ເທີ້ນ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka