1 ຂ້າແດ່ພຣະເຈົ້າຢາເວ ພຣະອົງຈະລືມໄລຂ້ານ້ອຍ ໄປດົນນານປານໃດ ຕະຫລອດໄປບໍ? ພຣະອົງຍັງຈະລີ້ໜ້າຂອງພຣະອົງ ໄປຈາກຂ້ານ້ອຍດົນນານປານໃດ?
ເປັນຫຍັງຈຶ່ງເມີນໜ້າໜີໄປຈາກຂ້ານ້ອຍນໍ? ເປັນຫຍັງຈຶ່ງເຮັດຕໍ່ຂ້ານ້ອຍດັ່ງສັດຕູຄູ່ອາຄາດ.
ຂ້າແດ່ພຣະເຈົ້າຢາເວ ຂໍຊົງລຸກຂື້ນເຖີດ ຈົ່ງລົງໂທດຄົນຊົ່ວເຫຼົ່ານັ້ນ ຂ້າແດ່ພຣະເຈົ້າ ໂຜດຄິດເຖິງຜູ້ທີ່ທົນທຸກດ້ວຍ
ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະອົງຈະຫລຽວເບິ່ງດົນປານໃດ? ທີ່ພຣະອົງຈະຊ່ວຍກູ້ເອົາຊີວິດຂອງຂ້ານ້ອຍ ຈາກຄວາມໂຫດຮ້າຍຂອງພວກເຂົາ ຂໍຊົງໂຜດຊ່ວຍຊີວິດຂອງຂ້ານ້ອຍຈາກຝູງສິງໂຈມຕີດ້ວຍ.
ເຫດໃດພຣະອົງຈຶ່ງລີ້ໜ້າຈາກພວກຂ້ານ້ອຍນໍ? ຂໍຢ່າລືມໄລພວກທີ່ຖືກທົນທຸກແລະລຳບາກ.
ຂ້າແດ່ພຣະເຈົ້າຢາເວ ຈິດໃຈພາຍໃນຂອງຂ້ານ້ອຍກໍເດືອດຮ້ອນໜັກ ພຣະອົງຈະລໍຖ້າດົນປານໃດຈຶ່ງຈະມາຊ່ວຍຂ້ານ້ອຍ?
ຂ້າແດ່ພຣະເຈົ້າ ເຫດໃດຈຶ່ງປະຖິ້ມຢ່າງນີ້? ຈະຄຽດຮ້າຍປະຊາຊົນຂອງພຣະອົງສືບໄປຫລືນີ້?
ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ດົນປານໃດທີ່ຍັງຊົງໂກດຮ້າຍ ຕໍ່ຄຳພາວັນນາອະທິຖານຂອງປະຊາຊົນພຣະອົງນັ້ນ?
ພຣະອົງຈະໂກດຮ້າຍຕະຫລອດໄປຊັ້ນບໍ? ຄວາມໂກດຮ້າຍຈະບໍ່ສຸດເປັນຈັກເທື່ອຫລືນີ້?
ຂ້າແດ່ພຣະເຈົ້າຢາເວ ພຣະອົງຈະລີ້ໜ້າໄປດົນປານໃດ? ຄວາມໂກດຮ້າຍຂອງພຣະອົງຈະລຸກໄໝ້ໄປດົນປານໃດອີກ?
ໃນທຸກໆເຊົ້າໂຜດໃຫ້ພວກຂ້ານ້ອຍເຕັມໄປ ດ້ວຍຄວາມຮັກອັນໝັ້ນຄົງຂອງພຣະອົງດ້ວຍ ເພື່ອວ່າຈະໄດ້ຮ້ອງເພງແລະຊົມຊື່ນຍິນດີ ຕະຫລອດຊົ່ວຊີວິດຂອງພວກຂ້ານ້ອຍນັ້ນ.
ເພາະການບາບຂອງພວກເຈົ້າເອງ ພຣະອົງຈຶ່ງບໍ່ໄດ້ຍິນພວກເຈົ້າຮ້ອງຂໍໃຫ້ຊ່ວຍເຫລືອ. ເມື່ອພວກເຈົ້າພະຍາຍາມນະມັດສະການພຣະເຈົ້າ ແມ່ນການບາບຂອງພວກເຈົ້ານັ້ນແຫລະ ທີ່ແຍກພວກເຈົ້າຈາກພຣະອົງ.
ເຫດໃດຈຶ່ງໄດ້ປະຖິ້ມພວກຂ້ານ້ອຍຢ່າງດົນນານ? ພຣະອົງຈະບໍ່ຈົດຈຳພວກຂ້ານ້ອຍເລີຍບໍ?
ເມື່ອສິ່ງນັ້ນເກີດຂຶ້ນ ເຮົາຈະຄຽດຮ້າຍພວກເຂົາ ເຮົາຈະປະຖິ້ມພວກເຂົາແລະພວກເຂົາຈະຖືກທຳລາຍ. ໄພພິບັດອັນຮ້າຍແຮງຫລາຍຢ່າງຈະມາເຖິງພວກເຂົາ ແລ້ວພວກເຂົາຈະຮູ້ແນ່ແທ້ວ່າ ສິ່ງເຫຼົ່ານີ້ທີ່ເກີດຂຶ້ນກັບພວກເຂົາ ກໍຍ້ອນວ່າເຮົາຄືພຣະເຈົ້າຂອງພວກເຂົາບໍ່ຢູ່ນຳພວກເຂົາອີກຕໍ່ໄປ.