3 ເມຍເຈົ້ານັ້ນຈະເປັນດັ່ງຕົ້ນອະງຸ່ນພັນດີ ທີ່ມີໝາກດົກງາມໃນບ້ານເຮືອນຂອງເຈົ້າ ແລະພວກລູກຊາຍທີ່ນັ່ງຢູ່ອ້ອມຂ້າງອ້ອມແອວ ກໍເປັນດັ່ງແຖວຕົ້ນກອກເທດໜຸ່ມຢູ່ອ້ອມຮອບເຈົ້າ.
ສ່ວນໂຢເຊັບນັ້ນດັ່ງລໍປ່າຕາມແຄມນໍ້າພຸໄສ ປຽບຄືລູກມ້າເຖິກໂຕງາມຕາມເນີນພູພຸ້ນ.
ລູກຊາຍຂອງອູລາມເປັນນັກຮົບທີ່ເກັ່ງກ້າແລະນັກຍິງທະນູ. ລາວມີລູກຊາຍແລະຫລານຊາຍທັງໝົດໜຶ່ງຮ້ອຍຫ້າສິບຄົນ. ຊື່ທັງໝົດທີ່ມີຢູ່ຂ້າງເທິງນັ້ນແມ່ນບັນດາລູກຫຼານຂອງເຜົ່າເບັນຢາມິນ.
ເດັກນ້ອຍຄືຂອງຂວັນທີ່ພຣະເຈົ້າຢາເວໂຜດປະທານ ພວກເຂົາຄືພອນອັນແທ້ຈິງ.
ຄວາມສຸກເປັນຂອງຄົນທີ່ມີທະນູຫລາຍລູກໃນມື ເມື່ອປະເຊີນກັບສັດຕູໃນທີ່ຕັດສິນຈະບໍ່ພ່າຍແພ້.
ຂໍໃຫ້ລູກຊາຍຂອງຂ້ານ້ອຍເປັນດັ່ງຕົ້ນໄມ້ໃຫຍ່ ທີ່ໃຫຍ່ຂຶ້ນຢ່າງທ່ຽງທຳໃນໄວໜຸ່ມຂອງເຂົາເຈົ້າ. ຂໍໃຫ້ລູກສາວຂອງຂ້ານ້ອຍເປັນດັ່ງເສົາຕົ້ນໃຫຍ່ ທີ່ຖືກປະດັບໄວ້ເອ້ໃນພະຣາຊວັງ.
ແຕ່ຂ້ານ້ອຍເປັນດັ່ງຕົ້ນໝາກກອກເທດຕົ້ນໜຶ່ງ ທີ່ໃຫຍ່ຂຶ້ນຢູ່ໃນວິຫານຂອງພຣະເຈົ້າ ຂ້ານ້ອຍໄວ້ວາງໃຈ ໃນຄວາມຮັກອັນໝັ້ນຄົງຂອງພຣະເຈົ້າຕະຫລອດໄປ.
ຄັ້ງໜຶ່ງ ເຮົາໄດ້ເອີ້ນພວກເຂົາວ່າ ກົກໝາກກອກເທດທີ່ມີໃບຂຽວງາມດີ ແລະມີໝາກງາມເຕັມກົກ, ແຕ່ບັດນີ້ໃນທ່າມກາງສຽງຟ້າຮ້ອງຢ່າງຄຶກຄະນອງ ເຮົາຈະມາເພື່ອຈູດໃບແລະຫັກງ່າຂອງມັນຖິ້ມ.
ສ່ວນແມ່ຂອງເຈົ້ານັ້ນເປັນດັ່ງເຄືອໝາກອະງຸ່ນ ທີ່ຖືກປູກໄວ້ໃກ້ແຄມລຳທານແຫ່ງໜຶ່ງ. ຍ້ອນໃນທີ່ນັ້ນມີນໍ້າຊຸ່ມຊື່ນຢ່າງຫລວງຫລາຍ ເຄືອອະງຸ່ນຈຶ່ງມີໃບດົກໜາເຕັມແຕ່ໝາກ.
ດ້ວຍວ່າ, ຖ້າພຣະເຈົ້າຊົງຕັດເຈົ້າອອກຈາກຕົ້ນກອກປ່າ ທີ່ເປັນໄມ້ປ່າຕາມທຳມະຊາດ ແລະຊົງນຳມາຕໍ່ເຂົ້າກັບຕົ້ນກອກພັນດີ ຊຶ່ງຜິດທຳມະຊາດຂອງມັນແລ້ວ ການທີ່ຈະເອົາກິ່ງເຫຼົ່ານັ້ນທີ່ເປັນກິ່ງເດີມ ມາຕໍ່ເຂົ້າກັບຕົ້ນມັນເອງ ກໍຈະງ່າຍກວ່ານັ້ນຫລາຍເທົ່າໃດໜໍ.