Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 127:3 - ພຣະຄຳພີສັກສິ

3 ເດັກນ້ອຍ​ຄື​ຂອງຂວັນ​ທີ່​ພຣະເຈົ້າຢາເວ​ໂຜດ​ປະທານ ພວກເຂົາ​ຄື​ພອນ​ອັນ​ແທ້ຈິງ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 127:3
22 Jak'a apnaqawi uñst'ayäwi  

ພຣະເຈົ້າ​ໄດ້​ອວຍພອນ​ພວກເຂົາ ແລະ​ພຣະເຈົ້າ​ໄດ້ກ່າວ​ແກ່​ພວກເຂົາ​ວ່າ, “ຈົ່ງ​ມີ​ລູກຫລານ​ໃຫ້​ແຜ່ຜາຍ​ຂະຫຍາຍ​ທະວີຄູນ​ຫລາຍ​ຂຶ້ນ ເພື່ອ​ເຊື້ອສາຍ​ຂອງ​ເຈົ້າ​ຈະ​ມີ​ຢູ່​ທົ່ວ​ທຸກ​ແຫ່ງຫົນ ແລະ​ປົກຄອງ​ທຸກສິ່ງ​ເທິງ​ແຜ່ນດິນ​ໂລກ​ນີ້. ເຮົາ​ໃຫ້​ເຈົ້າ​ມີ​ອຳນາດ​ເໜືອ​ປາ, ນົກ ແລະ​ສັດປ່າ​ທຸກ​ຊະນິດ.”


ກ່ອນ​ຈະ​ຈາກ​ໄປ ພວກເຂົາ​ໄດ້​ອວຍພອນ​ນາງ​ເຣເບກາ​ດ້ວຍ​ຖ້ອຍຄຳ​ດັ່ງນີ້: “ນ້ອງເອີຍ ຂໍ​ໃຫ້​ເຈົ້າ​ເປັນ​ແມ່ ຂອງ​ຄົນ​ຫລາຍ​ແສນ; ຂໍ​ໃຫ້​ແມ່ນ​ເຊື້ອສາຍ​ຂອງ​ເຈົ້າ ທີ່​ຊະນະ​ສັດຕູ​ຕາມ​ເມືອງ​ຕ່າງໆ.”


ເມື່ອ​ເອຊາວ​ມືນ​ຕາ​ຂຶ້ນ​ເຫັນ​ພວກ​ແມ່ຍິງ ແລະ​ເດັກນ້ອຍ ລາວ​ຈຶ່ງ​ຖາມ​ວ່າ, “ຄົນ​ທີ່​ມາ​ນຳ​ເຈົ້າ​ນີ້​ແມ່ນ​ໃຜ?” ຢາໂຄບ​ຕອບ​ວ່າ, “ທ່ານເອີຍ ພວກ​ເຫຼົ່ານີ້​ແມ່ນ​ລູກ​ຂອງ​ນ້ອງ​ເອງ ທີ່​ພຣະເຈົ້າ​ໂຜດ​ປະທານ​ໃຫ້.”


ຕໍ່ມາ ອາດາມ​ໄດ້​ສົມສູ່​ກັບ​ເມຍ​ຂອງຕົນ ແລະ​ນາງ​ກໍ​ຖືພາ ນາງ​ເກີດ​ລູກຊາຍ​ຜູ້ໜຶ່ງ ແລະ​ເວົ້າ​ວ່າ, “ເພາະ​ພຣະເຈົ້າຢາເວ​ຊ່ວຍເຫຼືອ​ຂ້ອຍ, ຂ້ອຍ​ຈຶ່ງ​ໄດ້​ລູກຊາຍ.” ສະນັ້ນ ນາງ​ຈຶ່ງ​ຕັ້ງ​ຊື່​ໃຫ້​ເດັກນ້ອຍ​ຜູ້​ນີ້​ວ່າ, “ກາອິນ.”


ພຣະອົງ​ໄດ້​ກ່າວ​ວ່າ, ‘ເຮົາ​ຈະ​ໃຫ້​ເຈົ້າ​ມີ​ລູກຫລານ​ຢ່າງ​ຫລວງຫລາຍ ເພື່ອ​ວ່າ​ເຊື້ອສາຍ​ຂອງ​ເຈົ້າ​ຈະ​ກາຍເປັນ​ຫລາຍໆ​ຊົນຊາດ; ເຮົາ​ຈະ​ເອົາ​ດິນແດນ​ນີ້ ໃຫ້​ເປັນ​ສົມບັດ​ແກ່​ເຊື້ອສາຍ​ຂອງ​ເຈົ້າ​ຕະຫລອດໄປ.”’


ອິດທະເລອາມ ຜູ້​ທີ່​ເປັນ​ແມ່​ແມ່ນ​ນາງ​ເອັກລາ. ພວກ​ລູກຊາຍ​ເຫຼົ່ານີ້​ເກີດ​ຢູ່​ໃນ​ເມືອງ​ເຮັບໂຣນ.


ພຣະເຈົ້າຢາເວ​ໄດ້​ໃຫ້​ຂ້າພະເຈົ້າ​ມີ​ລູກຊາຍ​ຫລາຍ​ຄົນ ແລະ​ໃນ​ພວກ​ລູກຊາຍ​ທັງໝົດ​ຂອງ​ຂ້າພະເຈົ້າ​ນັ້ນ ພຣະອົງ​ກໍໄດ້​ເລືອກເອົາ​ໂຊໂລໂມນ​ໃຫ້​ຂຶ້ນ​ເປັນ​ຜູ້ປົກຄອງ​ຊາດ​ອິດສະຣາເອນ ອານາຈັກ​ຂອງ​ພຣະເຈົ້າຢາເວ.


ລູກຊາຍ​ຂອງ​ອູລາມ​ເປັນ​ນັກຮົບ​ທີ່​ເກັ່ງກ້າ​ແລະ​ນັກຍິງທະນູ. ລາວ​ມີ​ລູກຊາຍ​ແລະ​ຫລານຊາຍ​ທັງໝົດ​ໜຶ່ງຮ້ອຍ​ຫ້າສິບ​ຄົນ. ຊື່​ທັງໝົດ​ທີ່​ມີ​ຢູ່​ຂ້າງ​ເທິງ​ນັ້ນ​ແມ່ນ​ບັນດາ​ລູກ​ຫຼານ​ຂອງ​ເຜົ່າ​ເບັນຢາມິນ.


ໂຢບ​ມີ​ລູກຊາຍ​ເຈັດ​ຄົນ ແລະ​ມີ​ລູກສາວ​ສາມ​ຄົນ,


ພວກເຂົາ​ຈະ​ໃຊ້​ໜ້າທະນູ​ກັບ​ລູກທະນູ​ຂ້າ​ພວກ​ຊາຍໜຸ່ມ ແລະ​ຈະ​ບໍ່​ເມດຕາ​ພວກ​ເດັກອ່ອນ ແລະ​ເອັນດູ​ພວກເດັກນ້ອຍ.


ຂ້າພະເຈົ້າ​ກັບ​ພວກ​ລູກໆ​ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ນັ້ນ​ໄດ້​ຢູ່​ທີ່ນີ້. ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ອົງ​ທີ່​ນັ່ງ​ຢູ່​ເທິງ​ບັນລັງ​ທີ່​ພູເຂົາ​ຊີໂອນ ໄດ້​ໃຊ້​ພວກເຮົາ​ໃຫ້​ເປັນ​ຖ້ອຍຄຳ​ອັນ​ມີ​ຊີວິດ ເພື່ອ​ປະຊາຊົນ​ອິດສະຣາເອນ.


ພຣະເຈົ້າຢາເວ​ຈະ​ໃຫ້​ພວກເຈົ້າ​ມີ​ລູກຫລານ​ຫລາຍ ມີ​ຝູງສັດ​ມາກມາຍ ແລະ​ມີ​ພືດຜົນ​ອຸດົມສົມບູນ​ໃນ​ດິນແດນ​ທີ່​ພຣະເຈົ້າຢາເວ​ໄດ້​ສັນຍາ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ເພື່ອ​ມອບ​ໃຫ້​ພວກເຈົ້າ.


ພຣະອົງ​ຈະ​ອວຍພອນ​ພວກເຈົ້າ​ໃຫ້​ມີ​ລູກຫລານ​ຫລາຍ, ມີ​ພືດຜົນ​ອຸດົມສົມບູນ ແລະ​ມີ​ຝູງງົວ​ແລະ​ຝູງແກະ​ເຕັມ​ຄອກ.


ເພິ່ນ​ມີ​ລູກຊາຍ​ສາມສິບ​ຄົນ ແລະ​ມີ​ລູກສາວ​ສາມສິບ​ຄົນ. ເພິ່ນ​ໃຫ້​ລູກສາວ​ຂອງ​ເພິ່ນ​ແຕ່ງງານ​ກັບ​ຄົນ​ນອກ​ເຜົ່າ ແລະ​ນຳ​ເອົາ​ຍິງ​ສາວ​ສາມສິບ​ຄົນ ຈາກ​ເຜົ່າອື່ນ​ມາ​ແຕ່ງງານ​ກັບ​ພວກ​ລູກຊາຍ​ຂອງຕົນ. ອິບຊັນ​ໄດ້​ປົກຄອງ​ຊາດ​ອິດສະຣາເອນ ເປັນ​ເວລາ​ເຈັດ​ປີ.


ຂ້ານ້ອຍ​ໄດ້​ພາວັນນາ​ອະທິຖານ​ຂໍ​ລູກ​ນຳ​ພຣະອົງ ແລະ​ພຣະເຈົ້າຢາເວ​ກໍ​ໂຜດ​ໃຫ້​ຕາມ​ທີ່​ຂ້ານ້ອຍ​ໄດ້​ພາວັນນາ​ອະທິຖານ​ຂໍ​ນັ້ນ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka