ເພງ^ສັນລະເສີນ 127:1 - ພຣະຄຳພີສັກສິ1 ຖ້າພຣະເຈົ້າຢາເວບໍ່ກໍ່ບ້ານ ສ້າງເຮືອນຊານ, ວຽກການຄົນກໍ່ສ້າງທັງໝົດກໍໄຮ້ປະໂຫຍດ. ຖ້າພຣະເຈົ້າຢາເວບໍ່ປ້ອງກັນບ້ານເມືອງ, ທະຫານຢືນຍາມກໍໃຊ້ການຫຍັງບໍ່ໄດ້. Uka jalj uñjjattʼäta |
ກະສັດດາວິດໄດ້ສັ່ງໂຊໂລໂມນລູກຊາຍຂອງເພິ່ນວ່າ, “ຈົ່ງເດັດດ່ຽວ ແລະກ້າຫານ. ຈົ່ງລົງມືເຮັດວຽກ ແລະຢ່າໃຫ້ມີສິ່ງໃດສິ່ງໜຶ່ງຂັດຂວາງເຈົ້າເລີຍ. ພຣະເຈົ້າຢາເວ ພຣະເຈົ້າອົງທີ່ພໍ່ໄດ້ບົວລະບັດຮັບໃຊ້ນັ້ນຈະສະຖິດຢູ່ນຳເຈົ້າ. ພຣະອົງຈະບໍ່ປະຖິ້ມເຈົ້າແຕ່ພຣະອົງຈະຢູ່ນຳເຈົ້າ ຈົນກວ່າເຈົ້າຈະກໍ່ສ້າງວິຫານຂອງພຣະເຈົ້າຢາເວສຳເລັດ.
ຂ້າພະເຈົ້າຍັງເຫັນຫລາຍໆສິ່ງອີກຢູ່ໃຕ້ດວງຕາເວັນ. ນັກແລ່ນໄວບໍ່ແມ່ນຈະໄດ້ຊະນະໃນການແຂ່ງຂັນສະເໝີໄປ ແລະຄົນກ້າຫານຫລາຍບໍ່ແມ່ນຈະຕີຊະນະໃນສະໜາມຮົບສະເໝີໄປ. ຄົນມີປັນຍາບໍ່ແມ່ນຈະທຳມາຫາກິນລ້ຽງຊີບຢ່າງສະດວກສະບາຍສະເໝີໄປ; ຄົນສະຫລາດບໍ່ແມ່ນຈະຮັ່ງມີເປັນດີສະເໝີໄປ ແລະຄົນທີ່ມີຄວາມສາມາດບໍ່ແມ່ນຈະໄດ້ຂຶ້ນສູ່ຕຳແໜ່ງສູງສະເໝີໄປ. ແຕ່ກຳນົດເວລາແລະໂອກາດເກີດຂຶ້ນກັບທຸກໆຄົນ.