3 ນະຄອນເຢຣູຊາເລັມເປັນເມືອງທີ່ໄດ້ສ້ອມແປງຂຶ້ນໃໝ່ ຊຶ່ງເປັນລະບຽບຮຽບຮ້ອຍສະອາດງາມຕາ.
ເມື່ອຢຶດເອົາປ້ອມປ້ອງກັນເມືອງໄດ້ແລ້ວ ກະສັດດາວິດກໍຢູ່ໃນທີ່ນັ້ນແລະໃສ່ຊື່ບ່ອນນີ້ວ່າ, “ເມືອງຂອງດາວິດ.” ເພິ່ນໄດ້ສ້າງປ້ອມປ້ອງກັນເມືອງນີ້ໄວ້ຕັ້ງແຕ່ບ່ອນທີ່ເຂົາຖົມດິນທາງທິດຕາເວັນອອກຂອງເນີນພູ.
ສະນັ້ນ ພວກເຮົາຈຶ່ງສ້າງກຳແພງເມືອງຕໍ່ໄປ ແລະບໍ່ທັນເທົ່າໃດກຳແພງເມືອງກໍສູງຂຶ້ນໄດ້ຕັ້ງເຄິ່ງໜຶ່ງ ຍ້ອນວ່າປະຊາຊົນພາກັນຮ້ອນຮົນເຮັດວຽກ.
ພຣະເຈົ້າຢາເວກຳລັງສ້າງນະຄອນເຢຣູຊາເລັມຂຶ້ນໃໝ່ ພຣະອົງກຳລັງນຳພວກທີ່ຖືກຈັບໄປນັ້ນກັບຄືນມາ.