Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 12:4 - ພຣະຄຳພີສັກສິ

4 “ພຽງແຕ່​ພວກເຮົາ​ກ່າວ​ອອກ​ປາກ​ກໍໄດ້​ສິ່ງ​ທີ່​ຕ້ອງການ ຈະ​ເວົ້າ​ສິ່ງ​ທີ່​ໃຈ​ຕ້ອງການ ແລະ​ຜູ້ໃດ​ຈະ​ຢັບຢັ້ງ​ໄດ້.”

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 12:4
10 Jak'a apnaqawi uñst'ayäwi  

ພຣະເຈົ້າ​ກ່າວ​ເຊັ່ນ​ນັ້ນ​ເພາະ​ພຣະອົງ​ຮູ້​ວ່າ ຖ້າ​ເຈົ້າ​ກິນ​ໝາກໄມ້​ນັ້ນ​ເມື່ອໃດ ເຈົ້າ​ກໍ​ຈະ​ເປັນ​ເໝືອນ​ພຣະເຈົ້າ ເມື່ອນັ້ນ, ແລ້ວ​ເຈົ້າ​ກໍ​ຈະ​ຮູ້ຈັກ​ຄວາມດີ ແລະ​ຮູ້ຈັກ​ຄວາມຊົ່ວ.”


ຂ້ານ້ອຍ​ຮູ້​ວ່າ​ພຣະເຈົ້າຢາເວ​ປ້ອງກັນ​ຄົນ​ທຸກຈົນ ແລະ​ສິດທິ​ຂອງ​ຄົນ​ຂັດສົນ​ດ້ວຍ.


ກະສັດ​ຟາໂຣ​ຖາມ​ວ່າ, “ພຣະເຈົ້າຢາເວ​ແມ່ນ​ໃຜ? ເປັນຫຍັງ​ເຮົາ​ຈະ​ຕ້ອງ​ຟັງ ແລະ​ປ່ອຍ​ປະຊາຊົນ​ພວກ​ນີ້​ໄປ? ເຮົາ​ບໍ່​ຮູ້ຈັກ​ພຣະເຈົ້າຢາເວ ແລະ​ເຮົາ​ຈະ​ບໍ່​ປ່ອຍ​ປະຊາຊົນ​ອິດສະຣາເອນ​ໄປ.”


ປາກ​ຂອງ​ຄົນ​ຊອບທຳ​ນຳ​ປັນຍາ​ມາ​ໃຫ້, ແຕ່​ຄົນ​ເວົ້າຕົວະ​ຄວນ​ຖືກ​ງັບ​ປາກ​ໄວ້.


ແລ້ວ​ປະຊາຊົນ​ກໍໄດ້​ເວົ້າ​ວ່າ, “ໃຫ້​ພວກເຮົາ​ກຳຈັດ​ເຢເຣມີຢາ​ສາ​ເທາະ ພວກເຮົາ​ມີ​ພວກ​ປະໂຣຫິດ​ໃຫ້​ຄຳແນະນຳ, ມີ​ພວກ​ນັກປາດ​ໃຫ້​ຄຳ​ປຶກສາ ແລະ​ມີ​ພວກ​ຜູ້ທຳນວາຍ ປະກາດ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢູ່​ສະເໝີ. ໃຫ້​ພວກເຮົາ​ຫາເລື່ອງ​ໃສ່​ລາວ ແລະ​ຢ່າ​ຟັງ​ສິ່ງ​ທີ່​ລາວ​ເວົ້າ​ນັ້ນ.”


ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ກຳລັງ​ກ່າວ​ແມ ເຮົາ​ເປັນ​ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ​ສຳລັບ​ພວກເຈົ້າ​ບໍ? ເຮົາ​ເປັນ​ດັ່ງ​ດິນແດນ​ທີ່​ມືດມົນ​ສຳລັບ​ພວກເຈົ້າ​ບໍ? ແລ້ວ​ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເວົ້າ​ວ່າ, ‘ພວກເຈົ້າ​ຈະ​ເຮັດ​ຕາມໃຈ​ຕົນເອງ ແລະ ຕ່າງ​ກໍ​ເວົ້າ​ວ່າ ຈະ​ບໍ່​ກັບຄືນ​ມາ​ຫາ​ເຮົາ​ອີກ​ເລີຍ?’


ແຕ່​ບັດນີ້ ພໍ​ພວກເຈົ້າ​ໄດ້ຍິນ​ສຽງ​ແກ, ສຽງ​ປີ່, ສຽງ​ພິນໃຫຍ່, ສຽງ​ກະຈັບປີ່, ສຽງ​ພິນນ້ອຍ ແລະ​ສຽງດົນຕຼີ​ອື່ນໆ​ດັງ​ຂຶ້ນ ໃຫ້​ພາກັນ​ກົ້ມ​ລົງ ແລະ​ຂາບໄຫວ້​ຮູບປັ້ນ​ນັ້ນ. ຖ້າ​ພວກເຈົ້າ​ບໍ່​ຂາບໄຫວ້ ພວກເຈົ້າ​ຈະ​ຕ້ອງ​ຖືກ​ໂຍນ​ເຂົ້າ​ເຕົາໄຟ​ອັນ​ຮ້ອນ​ທັນທີ. ພວກເຈົ້າ​ຄິດວ່າ ຈະ​ມີ​ພະ​ອົງໃດ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ໄດ້​ຊັ້ນບໍ?”


ມັນ​ຈະ​ຂັດຂວາງ​ທຸກສິ່ງ​ທີ່​ມະນຸດ​ຂາບໄຫວ້ ແລະ​ທຸກສິ່ງ​ທີ່​ມະນຸດ​ຖື​ເປັນ​ພຣະເຈົ້າ ແລະ​ຈະ​ຍົກ​ຕົວ​ຂຶ້ນ​ເໜືອ​ສິ່ງ​ເຫຼົ່ານັ້ນ​ທັງໝົດ. ມັນ​ຈະ​ເຂົ້າ​ໄປ​ນັ່ງ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າ ແລະ​ອ້າງ​ຕົນເອງ​ວ່າ​ເປັນ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka