Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 12:2 - ພຣະຄຳພີສັກສິ

2 ທຸກຄົນ​ຕ່າງ​ກໍ​ກ່າວ​ຄຳຕົວະ​ຕໍ່​ກັນແລະກັນ ພວກເຂົາ​ຫລອກລວງ​ຊຶ່ງກັນແລະກັນ​ດ້ວຍ​ຄຳ​ປະຈົບ​ປະແຈງ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 12:2
25 Jak'a apnaqawi uñst'ayäwi  

ຈາກ​ເຜົ່າ​ເຊບູໂລນ: ຫ້າສິບພັນ​ຄົນ ເປັນ​ທະຫານ​ທີ່​ສັດຊື່ ແລະ​ໄວ້ວາງໃຈ​ໄດ້​ພ້ອມ​ທີ່​ຈະ​ສູ້ຮົບ ໄດ້​ຮັບ​ການ​ຝຶກຫັດ​ໃຫ້​ໃຊ້​ອາວຸດ​ທຸກ​ຊະນິດ;


ຄຳເວົ້າ​ຂອງ​ພວກເຂົາ​ເຕັມ​ໄປ​ດ້ວຍ​ຄຳສາບແຊ່ງ ມີ​ທັງ​ຄຳຕົວະ​ແລະ​ຄຳ​ຂູ່ເຂັນ​ດ້ວຍ ລີ້ນ​ຂອງ​ພວກເຂົາ​ມັກ​ເວົ້າ​ໃນ​ສິ່ງ​ທີ່​ບໍ່​ດີ ເປັນ​ຖ້ອຍຄຳ​ທີ່​ໜ້າ​ກຽດ​ຊັງ​ແລະ​ຊົ່ວຮ້າຍ​ທັງສິ້ນ.


ເຖິງ​ແມ່ນ​ຂ້ານ້ອຍ​ເຄີຍ​ຢ້ານ ແລະ​ເວົ້າ​ວ່າ, “ບໍ່ມີ​ຜູ້ໃດ​ເປັນ​ທີ່​ໄວ້ວາງໃຈ​ໄດ້​ເລີຍ.”


ຂໍ​ຊົງ​ໂຜດ​ຊ່ວຍ​ໃຫ້​ຂ້ານ້ອຍ​ພົ້ນ​ຈາກ​ສັດຕູ​ຜູ້​ໂຫດຮ້າຍ ແລະ​ຈາກ​ອຳນາດ​ຂອງ​ຊາວ​ຕ່າງດ້າວ ຄື​ຜູ້​ທີ່​ບໍ່ເຄີຍ​ເວົ້າ​ຄວາມຈິງ​ແຕ່​ປະການ​ໃດ ເວົ້າ​ຕົວະ​ຢູ່ເລື້ອຍ​ແມ່ນແຕ່​ຄຳ​ສາບານ​ກໍຕາມ.


ພວກ​ນີ້​ບໍ່ເຄີຍ​ເວົ້າ​ຄວາມຈິງ​ແຕ່​ປະການ​ໃດ ເວົ້າ​ຕົວະ​ຢູ່​ເລື້ອຍ ແມ່ນແຕ່​ຄຳ​ສາບານ​ກໍຕາມ.


ຢ່າ​ສູ່​ດຶງ​ຂ້ານ້ອຍ​ໄປ​ກັບ​ຄົນຊົ່ວຮ້າຍ​ທັງຫລາຍ ທີ່​ນຳ​ຄວາມ​ເດືອດຮ້ອນ​ຫລາຍ​ແນວ​ມາ​ສູ່​ຜູ້​ອື່ນ ປາກ​ເຂົາເຈົ້າ​ເວົ້າຈາ​ເລື່ອງ​ສັນຕິສຸກ ພາຍ​ໃນ​ໃຈ​ຂອງ​ພວກເຂົາ​ເຕັມ​ແຕ່​ຄວາມ​ຊົ່ວຮ້າຍ.


ພວກ​ຄົນ​ທີ່​ຢາກ​ສັງຫານ​ຂ້ານ້ອຍ​ກໍ​ຫ້າງ​ແຮ້ວ​ດັກຈັບ​ຂ້ານ້ອຍ ຜູ້​ຢາກ​ທຳຮ້າຍ​ກໍ​ຂູ່ເຂັນ​ວ່າ​ຈະ​ບໍ່​ຢຸດ​ປອງຮ້າຍ​ຈັກເທື່ອ.


ຄົນ​ທີ່​ມາ​ຫາ​ຂ້ານ້ອຍ​ກໍ​ບໍ່ມີ​ຄວາມ​ຈິງໃຈ​ເລີຍ ມາ​ພຽງ​ຮວບຮວມ​ເອົາ​ເລື່ອງ​ບໍ່​ດີ​ໄປ​ເວົ້າ​ທຸກທີ່​ທຸກບ່ອນ.


ສິ່ງ​ທີ່​ເຫຼົ່າ​ສັດຕູ​ຂອງ​ຂ້ານ້ອຍ​ເວົ້າ​ເປັນ​ທີ່​ວາງໃຈ​ບໍ່ໄດ້​ເລີຍ ພວກເຂົາ​ຄິດ​ແຕ່​ຫາທາງ​ທຳລາຍ​ເທົ່ານັ້ນ ຄື​ເວົ້າ​ປະຈົບ​ປະແຈງ​ແລະ​ເອາະເຊາະ​ດີ ແຕ່​ເຕັມ​ໄປ​ດ້ວຍ​ຄຳຫລອກລວງ ໃຫ້​ເຖິງ​ຕາຍ​ທັງສິ້ນ.


ຄຳເວົ້າ​ລາວ​ນັ້ນ​ນໍ້ານົມ​ຂຸ້ນ​ກໍ​ບໍ່​ນີ້ມ​ປານ ແຕ່​ຈິດໃຈ​ລາວ​ພັດ​ມີ​ແຕ່​ຄວາມ​ຂົມຂື່ນ. ຄຳເວົ້າ​ລາວ​ນັ້ນ​ລ່ຽນໄຫລ​ເໝືອນ​ນໍ້າມັນ​ພືດ ແຕ່​ມັນ​ພັດ​ເປັນ​ດັ່ງ​ມີດ​ຄົມໆ​ໃຊ້​ປາດ​ຊີ້ນ.


ຄຳເວົ້າ​ທຸກ​ຄຳ​ຂອງ​ພວກເຂົາ​ລ້ວນແຕ່​ເປັນ​ບາບ​ໝົດ ເພາະ​ບາບ​ອາໄສ​ຢູ່​ໃນ​ສົບປາກ​ຂອງ​ເຂົາເຈົ້າ; ໃນ​ຄວາມ​ຈອງຫອງ​ນັ້ນ ຂໍ​ໃຫ້​ພວກເຂົາ​ຖືກ​ຈັບ​ໄປ ເພາະວ່າ​ພວກເຂົາ​ມັກ​ສາບແຊ່ງ​ແລະ​ຂີ້ຕົວະ


ພວກເຈົ້າ​ມີ​ແຕ່​ຢາກ​ໃຫ້​ລາວ​ຕົກ​ຈາກ​ຕຳແໜ່ງ​ສູງ ພວກເຈົ້າ​ພໍໃຈ​ຫລາຍ​ແທ້​ທີ່​ໄດ້​ຕົວະ. ພວກເຈົ້າ​ກ່າວ​ຄຳຕ່າງໆ ເປັນ​ຄຳອວຍພອນ ພາຍ​ໃນໃຈ​ພັດ​ເຕັມແຕ່​ຄຳສາບແຊ່ງ.


ຄົນ​ປາກ​ບອນ​ບໍ່​ຫ່ອນ​ຮັກສາ​ຄວາມລັບ​ໄວ້​ໄດ້ ຈົ່ງ​ໜີ​ໃຫ້​ຫ່າງ​ຈາກ​ຄົນ​ທີ່​ເວົ້າຫລາຍ​ເກີນໄປ.


ມີ​ຫລາຍ​ຄົນ​ກ່າວອ້າງ​ເຖິງ​ຄວາມສັດຊື່​ຂອງຕົນ, ແຕ່​ຄົນ​ສັດຊື່​ຈິງໆ​ແມ່ນ​ຫາ​ຍາກ​ແທ້ໆ.


ຄົນ​ທີ່​ປະຈົບ​ປະແຈງ​ໝູ່ຄູ່ ກໍ​ຫ້າງແຮ້ວ​ໃສ່​ຕົນເອງ.


ເຈົ້າ​ຈະ​ບອກ​ພວກເຂົາ​ວ່າ ຊົນຊາດ​ຂອງ​ພວກເຂົາ​ບໍ່​ຍອມ​ເຊື່ອຟັງ​ເຮົາ ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ຫລື​ບໍ່​ຍອມ​ຖອດຖອນ​ບົດຮຽນ​ຈາກ​ການ​ທີ່​ພວກເຂົາ​ຖືກ​ລົງໂທດ. ຄວາມສັດຊື່​ໄດ້​ສູນຫາຍ​ໄປ​ຈາກ​ພວກເຂົາ​ສາ​ແລ້ວ. ບໍ່ມີ​ຜູ້ໃດ​ເລີຍ​ຢາກ​ເອີ່ຍ​ເຖິງ​ເລື່ອງນີ້​ອີກ​ຕໍ່ໄປ.”


ລີ້ນ​ພວກເຂົາ​ເປັນ​ດັ່ງ​ລູກທະນູ​ນຳ​ສູ່​ຄວາມຕາຍ ພວກເຂົາ​ເວົ້າຈາ​ປາໄສ​ຕົວະຍົວະ​ຢູ່​ເລື້ອຍໆ. ທຸກຄົນ​ເວົ້າ​ຕໍ່​ເພື່ອນບ້ານ​ຢ່າງ​ສັນ​ເພື່ອນມິດ​ທີ່​ດີ ແຕ່​ຈິດໃຈ​ແທ້ຈິງ ພັດ​ມີ​ອຸບາຍ​ກຳລັງ​ວາງ​ໄວ້.


ໃນ​ທ່າມກາງ​ປະຊາຊົນ​ອິດສະຣາເອນ​ຈະ​ບໍ່ມີ​ນິມິດ​ປອມ ຫລື​ຄຳທຳນວາຍ​ທີ່​ນຳ​ໄປ​ສູ່​ທາງ​ຜິດ.


ຢູ່​ໃນ​ດິນແດນ​ບໍ່ມີ​ຄົນ​ສຸດຈະຣິດ​ເຫຼືອ​ຢູ່​ເລີຍ ບໍ່ມີ​ຈັກ​ຄົນດຽວ ທີ່​ສັດຊື່​ຕໍ່​ພຣະເຈົ້າ. ທຸກຄົນ​ຕ່າງ​ກໍ​ຫາ​ໂອກາດ ເພື່ອ​ຂ້າຟັນ​ລັນແທງ​ຊຶ່ງກັນແລະກັນ ທຸກຄົນ​ຕ່າງ​ກໍ​ຕາມລ່າ​ພີ່ນ້ອງ​ຮ່ວມຊາດ​ຂອງ​ຕົນເອງ.


ດ້ວຍວ່າ, ຄົນ​ທີ່​ເຮັດ​ດັ່ງນັ້ນ ພວກເຂົາ​ບໍ່ໄດ້​ບົວລະບັດ​ຮັບໃຊ້​ອົງ​ພຣະຄຣິດເຈົ້າ​ຂອງ​ພວກເຮົາ, ແຕ່​ພວກເຂົາ​ເຫັນ​ແກ່​ປາກ​ແກ່​ທ້ອງ​ຂອງ​ຕົນເອງ, ພວກເຂົາ​ໄດ້​ລໍ້ລວງ​ຄົນ​ຊື່​ໃຫ້​ຫລົງ ດ້ວຍ​ຄຳ​ເວົ້າ​ອັນ​ອ່ອນຫວານ ແລະ​ຄຳ​ຫລອກລວງ.


ພວກເຈົ້າ​ກໍ​ຮູ້​ດີ​ຢູ່​ແລ້ວ​ວ່າ ພວກເຮົາ​ບໍ່ໄດ້​ມາ​ຫາ​ພວກເຈົ້າ​ດ້ວຍ​ຄຳ​ເວົ້າ​ປະຈົບ​ປະແຈງ ຫລື​ດ້ວຍ​ຂໍ້​ແກ້​ຕົວ ເພື່ອ​ອຳ​ຄວາມ​ໂລບ​ໄວ້ ພຣະເຈົ້າ​ຊົງ​ເປັນ​ພະຍານ​ໃຫ້​ພວກເຮົາ​ໄດ້​ໃນ​ເລື່ອງ​ນີ້.


ເພາະ​ເປັນ​ຄົນ​ສອງ​ໃຈ ບໍ່​ແນ່ນອນ​ໃນ​ທຸກສິ່ງ​ທີ່​ຕົນ​ກະທຳ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka