1 ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດຊ່ວຍເຫລືອພວກຂ້ານ້ອຍດ້ວຍ ເພາະຄົນດີບໍ່ມີເຫຼືອຢູ່ ແລະຄົນສັດຊື່ກໍຫາບໍ່ໄດ້.
ພຣະເຈົ້າເບິ່ງໂລກນີ້ ແລະເຫັນວ່າເຕັມໄປດ້ວຍຄວາມຊົ່ວຮ້າຍ ຍ້ອນມະນຸດທັງປວງເຮັດແຕ່ຄວາມຊົ່ວຊ້າທັງສິ້ນ.
ແຕ່ມັດຕີທີຢາ ເອລີເຟເລຮູ, ມິກເນອີຢາ, ໂອເບັດເອໂດມ, ເຢອີເອນ ແລະອາຊາຊີຢາ ເປັນຜູ້ດີດພິນຄູ່ຕາມສຳນຽງເຊມີນິດ.
ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດລຸກຂຶ້ນຊ່ວຍແດ່ ພຣະເຈົ້າຂອງຂ້ານ້ອຍເອີຍ ຂໍຊົງໂຜດຊ່ວຍຂ້ານ້ອຍໃຫ້ພົ້ນໄພດ້ວຍເຖີດ. ຂໍພຣະອົງຕົບໜ້າສັດຕູທັງຫຼາຍຂອງຂ້ານ້ອຍ ແລະຊົງຫັກແຂ້ວຂອງຄົນທັງປວງ.
ຂ້າແດ່ພຣະເຈົ້າ ຂໍຊ່ວຍຂ້ານ້ອຍໃຫ້ພົ້ນໂດຍພຣະນາມຂອງພຣະອົງແດ່ ແລະໂຜດໃຫ້ເປັນອິດສະລະໂດຍພຣະກຳລັງຂອງພຣະອົງ.
ຂ້າແດ່ພຣະເຈົ້າຢາເວ ຢ່າໂກດຮ້າຍແລະກ່າວໂທດຂ້ານ້ອຍ ຢ່າລົງໂທດຂ້ານ້ອຍເລີຍ ເມື່ອພຣະອົງໂກດຮ້າຍ
ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດກັບມາ ແລະຊ່ວຍຂ້ານ້ອຍໃຫ້ພົ້ນດ້ວຍ ໂດຍພຣະເມດຕາ ຊ່ວຍກູ້ເອົາຂ້ານ້ອຍອອກຈາກຄວາມຕາຍແດ່ທ້ອນ.
ມີຫລາຍຄົນກ່າວອ້າງເຖິງຄວາມສັດຊື່ຂອງຕົນ, ແຕ່ຄົນສັດຊື່ຈິງໆແມ່ນຫາຍາກແທ້ໆ.
ຖ້າພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ບໍ່ໄດ້ໂຜດບາງຄົນໃຫ້ລອດຊີວິດຢູ່ແລ້ວ ນະຄອນເຢຣູຊາເລັມກໍຈະຖືກທຳລາຍກ້ຽງດັ່ງເມືອງໂຊໂດມແລະໂກໂມຣາ.
ຄົນຊອບທຳຕາຍໄປໂດຍບໍ່ມີຜູ້ໃດເຂົ້າໃຈຫລືເອົາໃຈໃສ່ເລີຍ, ແຕ່ເມື່ອເຂົາຕາຍໄປນັ້ນ ບໍ່ມີໂພຍໄພອັນໃດຈະທຳຮ້າຍເຂົາໄດ້.
ພວກເຈົ້າໄປສານແຕ່ຄວາມຍຸດຕິທຳຈະບໍ່ຢູ່ຝ່າຍພວກເຈົ້າ ເພາະພວກເຈົ້າເວົ້າຕົວະເພື່ອເອົາຊະນະຄະດີ. ພວກເຈົ້າໃຊ້ອຸບາຍເພື່ອທຳຮ້າຍຄົນອື່ນ.
ເຮົາແປກໃຈຫລາຍເມື່ອເຮົາແນມເບິ່ງ ແລະບໍ່ເຫັນຜູ້ໃດຊ່ວຍເຫລືອເຮົາ. ແຕ່ຄວາມໂກດຮ້າຍເຮັດໃຫ້ເຮົາແຂງແຮງ ແລະໄດ້ຮັບໄຊຊະນະໂດຍເຮົາເອງ.
ຊາວເຢຣູຊາເລັມເອີຍ ຈົ່ງແລ່ນຜ່ານຫົນທາງເຖີດ ຈົ່ງເບິ່ງອ້ອມໆຂ້າງ ຈົ່ງສັງເກດເບິ່ງເອງເຖີດ ຈົ່ງຄົ້ນເບິ່ງບ່ອນຕ່າງໆ ຕາມຕະຫລາດເບິ່ງດຸ ເຈົ້າພົບຜູ້ໜຶ່ງຜູ້ໃດບໍທີ່ເຮັດໃນສິ່ງທີ່ຖືກຕ້ອງ ແລະສະແຫວງຫາຄວາມຈິງຕໍ່ພຣະເຈົ້າ? ຖ້າພົບ ອົງພຣະຜູ້ເປັນເຈົ້າຈະຍົກໂທດໃຫ້ຄົນເມືອງນີ້.
ແຕ່ເມື່ອເປໂຕເຫັນລົມພັດມາແຮງກໍຢ້ານ ແລະກຳລັງຈະຈົມລົງ ລາວຈຶ່ງຮ້ອງຂຶ້ນວ່າ, “ພຣະອົງເຈົ້າເອີຍ ຊ່ວຍຂ້ານ້ອຍແດ່ທ້ອນ.”
ຄວາມຊົ່ວຮ້າຍຈະແຜ່ກວ້າງຢູ່ທຸກແຫ່ງຫົນ ຄວາມຮັກຂອງຄົນສ່ວນຫລາຍເຢັນລົງ.
ພວກສາວົກຈຶ່ງໄປປຸກພຣະອົງ ພວກເພິ່ນເວົ້າວ່າ, “ພຣະອົງເຈົ້າເອີຍ ຊ່ວຍພວກຂ້ານ້ອຍແດ່ທ້ອນ ພວກຂ້ານ້ອຍກຳລັງຈະຕາຍຢູ່ແລ້ວ.”