164 ຂ້ານ້ອຍໂມທະນາຂອບພຣະຄຸນພຣະອົງມື້ໜຶ່ງເຈັດເທື່ອ ຍ້ອນການຕັດສິນອັນຍຸດຕິທຳຂອງພຣະອົງນັ້ນ.
ກາງຄືນຂ້ານ້ອຍລຸກມາຖວາຍຄຳຍ້ອງຍໍສັນລະເສີນພຣະອົງ ສຳລັບການຕັດສິນອັນຍຸດຕິທຳຂອງພຣະອົງ.
ຂໍໃຫ້ປະຊາຊົນຊາວຊີໂອນຈົ່ງຊົມຊື່ນຍິນດີ ເພາະພຣະອົງຕັດສິນຢ່າງຖືກຕ້ອງ ຂໍໃຫ້ເມືອງຕ່າງໆຂອງຊາວຢູດາ ຈົ່ງຊົມຊື່ນຍິນດີເຖີດ.
ຂ້ອຍຄາງຈົ່ມທຸກທັງເຊົ້າທັງທ່ຽງແລະໃນເວລາກາງຄືນ ແລະສຽງຮ້ອງທຸກກໍຂຶ້ນໄປເຖິງພຣະອົງແລ້ວ.
ຂ້າແດ່ພຣະເຈົ້າຢາເວ ປະຊາຊົນຊາວພູເຂົາຊີໂອນຍິນດີ ແລະເມືອງຕ່າງໆໃນຢູດາຍກໍຊົມຊື່ນຍິນດີດ້ວຍ. ຍ້ອນການຕັດສິນຂອງພຣະອົງຍຸດຕິທຳ.
ເມື່ອພວກສັດຕູຂອງດານີເອນໄດ້ສັງເກດເຫັນລາວພາວັນນາອະທິຖານ ແລະວິງວອນຂໍຕໍ່ໜ້າພຣະເຈົ້າຂອງເພິ່ນ.
ດ້ວຍວ່າ, ການຕັດສິນຂອງພຣະອົງ ກໍຖືກຕ້ອງແລະຍຸດຕິທຳ ພຣະອົງໄດ້ຕັດສິນລົງໂທດຍິງໂສເພນີຄົນສຳຄັນ ຜູ້ທີ່ໄດ້ເຮັດໃຫ້ໂລກຊົ່ວຊ້າໄປດ້ວຍການຜິດສິນທຳທາງເພດຂອງຕົນ ພຣະເຈົ້າໄດ້ລົງໂທດນາງ ຍ້ອນນາງໄດ້ຂ້າພວກຜູ້ຮັບໃຊ້ຂອງພຣະອົງ.”