Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 118:7 - ພຣະຄຳພີສັກສິ

7 ແມ່ນ​ພຣະເຈົ້າຢາເວ​ທີ່​ໄດ້​ໃຫ້​ຄວາມ​ອູ້ມຊູ​ແກ່​ຂ້ານ້ອຍ ຂ້ານ້ອຍ​ຈະ​ໄດ້​ເຫັນ​ພວກ​ສັດຕູ​ພ່າຍແພ້.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 118:7
10 Jak'a apnaqawi uñst'ayäwi  

ພຣະວິນຍານ​ໄດ້​ຄວບຄຸມ​ອາມາໄສ ຊຶ່ງ​ໃນ​ເວລາ​ຕໍ່ມາ​ໄດ້​ເປັນ​ຜູ້​ບັນຊາການ​ຂອງ “ທະຫານ​ເອກ​ສາມສິບ​ຄົນ.” ລາວ​ໄດ້​ຮ້ອງ​ຕອບ​ວ່າ, “ດາວິດ​ລູກຊາຍ​ຂອງ​ເຢຊີ​ເອີຍ ພວກເຮົາ​ຢູ່​ຝ່າຍ​ທ່ານ ຂໍ​ໃຫ້​ທ່ານ​ກັບ​ຜູ້​ຊ່ວຍ​ຂອງທ່ານ ຈົ່ງ​ມີ​ສັນຕິສຸກ, ສັນຕິສຸກ​ຢູ່​ກັບ​ທ່ານ ພຣະເຈົ້າ​ຢູ່​ຝ່າຍ​ທ່ານ​ແລ້ວ.” ແລ້ວ​ດາວິດ​ກໍ​ຕ້ອນຮັບ​ພວກເຂົາ ແລະ​ເພິ່ນ​ໄດ້​ໃຫ້​ພວກເຂົາ​ເປັນ​ນາຍ​ທະຫານ​ປະຈຳ​ກອງທັບ​ຂອງຕົນ.


ລາວ​ບໍ່​ກັງວົນ​ໃຈ ແລະ​ຢ້ານກົວ​ຕໍ່​ສິ່ງ​ໃດໆ ລາວ​ແນ່ໃຈ​ວ່າ​ຈະ​ໄດ້​ເຫັນ​ສັດຕູ​ພ່າຍແພ້.


ແຕ່​ພຣະເຈົ້າ​ຄື​ຜູ້​ຊ່ວຍເຫຼືອ​ຂອງ​ຂ້ານ້ອຍ​ເລື້ອຍ​ມາ. ອົງພຣະ​ຜູ້​ເປັນເຈົ້າ​ເປັນ​ຜູ້ຄໍ້າຈູນ​ຊີວິດ​ຂອງ​ຂ້ານ້ອຍ​ໄວ້.


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຈະ​ຖວາຍ​ເຄື່ອງ​ບູຊາ​ຢ່າງ​ຊື່ນໃຈ​ຍິນດີ ຈະ​ໂມທະນາ​ຂອບພຣະຄຸນ​ເພາະ​ພຣະອົງ​ຊົງ​ມີ​ຄຸນຄວາມດີ.


ພຣະອົງ​ໄດ້​ຊ່ວຍກູ້​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ຄວາມ​ເດືອດຮ້ອນ​ທັງໝົດ​ຂອງ​ຂ້ານ້ອຍ ແລະ​ຂ້ານ້ອຍ​ກໍໄດ້​ເຫັນ​ສັດຕູ​ຂອງ​ຂ້ານ້ອຍ​ພ່າຍແພ້.


ພຣະອົງ​ຈະ​ນຳພາ​ຂ້ອຍ​ໃຫ້​ຄືນ​ມາ​ຢ່າງ​ປອດໄພ ຈາກ​ສະໜາມຮົບ​ທີ່​ຂ້ອຍ​ໄດ້​ຕໍ່ສູ້​ສັດຕູ​ຫລາຍ​ຄົນ​ນັ້ນ.


ພຣະເຈົ້າ​ຮັກ​ຂ້ານ້ອຍ ຈຶ່ງ​ຈະ​ສະເດັດ​ມາ​ຫາ​ໂດຍ​ໄວ ພຣະອົງ​ຈະ​ໃຫ້​ຂ້ານ້ອຍ​ເຫັນ​ສັດຕູ​ພ່າຍແພ້.


ຂໍ​ຢ່າ​ສັງຫານ​ພວກເຂົາ​ເລີຍ​ເທາະ ເພາະ​ຢ້ານ​ປະຊາຊົນ​ຂອງ​ຂ້ານ້ອຍ​ລືມໄລ. ໂຜດ​ເຮັດ​ໃຫ້​ພວກເຂົາ​ແຕກ​ກະຈັກ​ກະຈາຍ ໂດຍ​ພະລັງ​ອຳນາດ​ຂອງ​ພຣະອົງ ແລະ​ເຮັດ​ໃຫ້​ພວກເຂົາ​ພ່າຍແພ້ ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະຜູ້​ຄຸ້ມຄອງ​ຂອງ​ພວກ​ຂ້ານ້ອຍ.


ຂ້ານ້ອຍ​ໄດ້​ເຫັນ​ເຫຼົ່າ​ສັດຕູ​ພ່າຍແພ້​ໄປ ແລະ​ໄດ້ຍິນ​ພວກ​ຄົນຊົ່ວຮ້າຍ​ຮ້ອງໄຫ້.


ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໃດ ເຮົາ​ເປັນ​ຜູ້​ທີ່​ໃຫ້​ກຳລັງ​ທັງ​ສັ່ງສອນ​ພວກເຈົ້າ, ຢ່າ​ສູ່​ພາກັນ​ຢ້ານກົວ​ແຕ່​ຢ່າງໃດ​ເລີຍ ເຮົາ​ຈະ​ຊ່ວຍເຫຼືອ​ເອົາ​ພວກເຈົ້າ​ໄວ້.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka