Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 118:6 - ພຣະຄຳພີສັກສິ

6 ພຣະເຈົ້າຢາເວ​ຢູ່​ນຳ​ຂ້ານ້ອຍ ຂ້ານ້ອຍ​ຈະ​ບໍ່​ຢ້ານກົວ​ເລີຍ ແມ່ນ​ຜູ້ໃດ​ເຮັດ​ຫຍັງ​ໃຫ້​ຂ້ານ້ອຍ​ໄດ້?

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 118:6
20 Jak'a apnaqawi uñst'ayäwi  

ລາວ​ບໍ່​ກັງວົນ​ໃຈ ແລະ​ຢ້ານກົວ​ຕໍ່​ສິ່ງ​ໃດໆ ລາວ​ແນ່ໃຈ​ວ່າ​ຈະ​ໄດ້​ເຫັນ​ສັດຕູ​ພ່າຍແພ້.


ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ພຣະເຈົ້າ​ຂອງ​ຢາໂຄບ​ຊ່ວຍເຫຼືອ ຜູ້​ທີ່​ເພິ່ງ​ໃນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ


ເຖິງ​ວ່າ​ຜ່ານ​ຮ່ອມພູ​ອັນ​ມືດໜາ ຂ້ານ້ອຍ​ກໍ​ຈະ​ບໍ່​ຢ້ານກົວ​ເພາະ​ພຣະອົງ​ຢູ່​ດ້ວຍ. ໄມ້ຄ້ອນ​ແລະ​ໄມ້ເທົ້າ​ຂອງ​ພຣະອົງ ກໍ​ປົກປ້ອງ​ຮັກສາ​ຂ້ານ້ອຍ​ໃຫ້​ພົ້ນ.


ພຣະເຈົ້າ​ເປັນ​ທີ່​ກຳບັງ​ແລະ​ກຳລັງ​ຂອງ​ພວກ​ຂ້ານ້ອຍ ພຣະອົງ​ພ້ອມ​ຊ່ວຍເຫຼືອ​ໃນ​ຄາວ​ພວກ​ຂ້ານ້ອຍ​ຍາກ​ລຳບາກ.


ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຢູ່​ກັບ​ພວກ​ຂ້ານ້ອຍ ພຣະເຈົ້າ​ຂອງ​ຢາໂຄບ​ເປັນ​ປ້ອມ​ປ້ອງກັນ​ຂອງ​ພວກ​ຂ້ານ້ອຍ.


ພຣະເຈົ້າ ຂ້ານ້ອຍ​ຍ້ອງຍໍ​ສັນລະເສີນ​ຖ້ອຍຄຳ​ຂອງ​ພຣະອົງ ໃນ​ພຣະເຈົ້າຢາເວ ຂ້ານ້ອຍ​ຈຶ່ງ​ຍ້ອງຍໍ​ສັນລະເສີນ​ຖ້ອຍຄຳ​ຂອງ​ພຣະອົງ.


ເມື່ອ​ໄວ້ວາງໃຈ​ໃນ​ພຣະເຈົ້າ ຂ້ານ້ອຍ​ຈະ​ບໍ່​ຢ້ານ ມະນຸດ​ລ້າໆ​ເຮັດ​ຫຍັງ​ໃຫ້​ໄດ້​ແດ່?


ຂ້າແດ່​ພຣະເຈົ້າ ຂ້ານ້ອຍ​ຈະ​ຖວາຍ​ຕາມ​ທີ່​ໄດ້​ສັນຍາ ຄື​ເຄື່ອງ​ບູຊາ​ແຫ່ງ​ການ​ໂມທະນາ​ຂອບພຣະຄຸນ​ພຣະອົງ.


ຢູ່​ໃນ​ພຣະເຈົ້າ ຄວາມຢ້ານ​ກໍ​ໝົດໄປ ຂ້ານ້ອຍ​ຍ້ອງຍໍ​ສັນລະເສີນ​ພຣະອົງ ສຳລັບ​ສິ່ງ​ທີ່​ພຣະອົງ​ໄດ້​ຊົງ​ສັນຍາ ເມື່ອ​ໄວ້ວາງໃຈ​ໃນ​ພຣະອົງ ຂ້ານ້ອຍ​ຈະ​ບໍ່​ຢ້ານ ມະນຸດ​ລ້າໆ​ເຮັດ​ຫຍັງ​ໃຫ້​ໄດ້​ແດ່?


ພວກ​ສັດຕູ​ກໍ່​ຄວາມ​ເດືອດຮ້ອນ​ໃຫ້​ຂ້ານ້ອຍ​ຕະຫຼອດ​ທຸກ​ວັນ​ເວລາ ແລະ​ຄິດຫາ​ທາງ​ທຳລາຍ​ຂ້ານ້ອຍ​ເລື້ອຍໆ


ມື້​ທີ່​ຂ້ານ້ອຍ​ຮ້ອງຫາ​ພຣະອົງ​ນັ້ນ ສັດຕູ​ຈະ​ຖອຍ​ໜີໄປ ແລະ​ຮູ້​ໄດ້​ເພາະ​ພຣະເຈົ້າ ຢູ່​ຝ່າຍ​ຂ້ານ້ອຍ​ແລ້ວ.


ແມ່ນ​ໃຜ​ໄດ້​ຢືນ​ຕໍ່ຕ້ານ​ຄົນຊົ່ວຮ້າຍ​ແທນ​ຂ້າພະເຈົ້າ? ແມ່ນ​ໃຜ​ໄດ້​ເຂົ້າຂ້າງ​ຂ້າພະເຈົ້າ​ຕໍ່ສູ້​ຄົນ​ເຮັດ​ຊົ່ວ?


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ຄື​ຜູ້​ທີ່​ເຮັດ​ໃຫ້ ພວກເຈົ້າ​ໄດ້​ກຳລັງ​ເຂັ້ມແຂງ​ຂຶ້ນ​ໃໝ່. ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢ້ານ​ມະນຸດ​ທີ່​ຕາຍເປັນ ພວກ​ທີ່​ບໍ່​ຍືນຍົງ​ລື່ນ​ຕົ້ນຫຍ້າ?


ແຕ່​ພຣະອົງ​ຄື​ພຣະເຈົ້າຢາເວ ຜູ້​ເຂົ້າຂ້າງ​ຂ້ານ້ອຍ ຜູ້​ເຂັ້ມແຂງ​ແລະ​ຊົງຣິດ​ສະຖິດ​ຢູ່​ນຳ​ຂ້ານ້ອຍ​ແລ້ວ ແລະ​ພວກ​ທີ່​ຂົ່ມເຫັງ​ຂ້ານ້ອຍ​ນັ້ນ​ກໍ​ຈະ​ລົ້ມລົງ ພວກເຂົາ​ຈະ​ຖືກ​ອັບອາຍ​ຂາຍໜ້າ​ໄປ​ຕະຫລອດ ເພາະ​ພວກເຂົາ​ເຮັດ​ໃຫ້​ເກີດຜົນ​ສຳເລັດ​ບໍ່ໄດ້​ດອກ ພວກເຂົາ​ຈະ​ຖືກ​ອັບອາຍ​ບໍ່ມີ​ມື້​ລືມໄລ​ໄດ້​ຈັກເທື່ອ.


ຖ້າ​ເປັນ​ຢ່າງ​ນັ້ນ ເຮົາ​ທັງຫລາຍ​ຈະ​ວ່າ​ຢ່າງ​ໃດ? ຖ້າ​ພຣະເຈົ້າ​ຢູ່​ຝ່າຍ​ພວກເຮົາ ຜູ້ໃດ​ຈະ​ຕໍ່ສູ້​ພວກເຮົາ​ໄດ້?


ດ້ວຍເຫດນັ້ນ ຈົ່ງ​ໃຫ້​ພວກເຮົາ​ມີ​ໃຈ​ກ້າ ແລະ​ກ່າວ​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ ເປັນ​ພຣະ​ຜູ້​ຊ່ວຍ​ຂອງ​ຂ້າພະເຈົ້າ ແລະ ຂ້າພະເຈົ້າ​ຈະ​ບໍ່​ຢ້ານກົວ. ມີ​ຜູ້ໃດ​ແດ່​ຈະ​ເຮັດ​ຫຍັງ ໃຫ້​ຂ້າພະເຈົ້າ​ໄດ້.”


ເມື່ອ​ກະສັດ​ໂຊນ​ກັບ​ທະຫານ​ຂອງ​ເພິ່ນ​ໄດ້ຍິນ​ດັ່ງນັ້ນ ກໍ​ມີ​ຄວາມ​ຢ້ານກົວ​ຫຼາຍ.


ພຣະເຈົ້າຢາເວ​ໄດ້​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ໂຕສິງ​ກັບ​ໂຕໝີ​ມາ​ແລ້ວ​ຢ່າງໃດ; ພຣະອົງ​ກໍ​ຈະ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ຊາຍ​ຟີລິດສະຕິນ​ຄົນນີ້​ໄດ້​ເໝືອນກັນ​ຢ່າງນັ້ນ.” ກະສັດ​ໂຊນ​ຕອບ​ວ່າ, “ດີແລ້ວ ຈົ່ງ​ໄປ​ສາ ຂໍ​ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ເຈົ້າ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka