Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 118:4 - ພຣະຄຳພີສັກສິ

4 ຂໍ​ໃຫ້​ຜູ້​ທີ່​ຢຳເກງ​ພຣະເຈົ້າຢາເວ​ທຸກຄົນ​ຈົ່ງ​ກ່າວ​ວ່າ, “ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງ​ຢູ່​ສືບໄປ​ເປັນນິດ.”

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 118:4
5 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ຊົງຄຸນ​ຄວາມດີ ແລະ​ຄວາມຮັກ ແລະ​ຄວາມສັດຊື່​ຂອງ​ພຣະອົງ ກໍ​ດຳລົງຢູ່​ສືບໄປ​ເປັນນິດ.


ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ພຣະອົງ​ໃຫ້​ຄວາມ​ຊ່ວຍເຫລືອ​ແລະ​ຄຸ້ມຄອງ​ໄດ້.


ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ເພາະ​ພຣະອົງ​ປະເສີດ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງ​ຢູ່​ສືບໄປ​ເປັນນິດ.


“ພວກເຈົ້າ​ຜູ້​ຢຳເກງ​ພຣະເຈົ້າຢາເວ​ເອີຍ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະອົງ ພວກເຈົ້າ​ຜູ້​ເປັນ​ເຊື້ອສາຍ​ຂອງ​ຢາໂຄບ​ເອີຍ ຈົ່ງ​ຍ້ອງຍໍ​ໃຫ້ກຽດ​ພຣະອົງ ພວກເຈົ້າ​ຜູ້​ເປັນ​ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ນະມັດສະການ​ພຣະອົງ.


ແລະ​ມີ​ສຽງດັງ​ອອກ​ມາ​ຈາກ​ພຣະຣາຊບັນລັງ​ວ່າ, “ເຈົ້າ​ທັງຫລາຍ​ຜູ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ ທີ່​ຢຳເກງ​ພຣະອົງ ທັງ​ຜູ້ໃຫຍ່​ແລະ​ຜູ້ນ້ອຍ ຈົ່ງ​ຖວາຍ​ສັນລະເສີນ​ແດ່​ພຣະເຈົ້າ​ຂອງ​ເຮົາ​ທັງຫລາຍ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka