3 ຂໍໃຫ້ພວກປະໂຣຫິດຂອງພຣະເຈົ້າພາກັນກ່າວວ່າ, “ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ສືບໄປເປັນນິດ.”
ບັນດາປະໂຣຫິດເອີຍ ຈົ່ງໄວ້ວາງໃຈໃນພຣະເຈົ້າຢາເວ ພຣະອົງໃຫ້ຄວາມຊ່ວຍເຫລືອແລະຄຸ້ມຄອງໄດ້.
ເຈົ້າທັງຫລາຍກໍເປັນເໝືອນຫີນທີ່ມີຊີວິດຢູ່ ພວກເຈົ້າຈົ່ງຍອມໃຫ້ພຣະເຈົ້າຊົງກໍ່ຂຶ້ນເປັນວິຫານຝ່າຍວິນຍານ ເປັນປະໂຣຫິດບໍຣິສຸດ ເພື່ອຖວາຍເຄື່ອງບູຊາຝ່າຍວິນຍານ ຊຶ່ງພໍພຣະໄທຂອງພຣະເຈົ້າ ໂດຍທາງພຣະເຢຊູຄຣິດເຈົ້າ.
ແລະພຣະອົງໄດ້ຊົງຕັ້ງເຮົາທັງຫລາຍ ໄວ້ໃຫ້ເປັນອານາຈັກແລະເປັນປະໂຣຫິດຂອງພຣະອົງ ພຣະກຽດແລະຣິດທານຸພາບ ຈົ່ງມີແດ່ພຣະອົງສືບໆໄປເປັນນິດ ອາແມນ.