2 ຂໍໃຫ້ປະຊາຊົນຊາດອິດສະຣາເອນກ່າວວ່າ, “ຄວາມຮັກຂອງພຣະອົງດຳລົງຢູ່ສືບໄປເປັນນິດ.”
ຂ້າແດ່ພຣະເຈົ້າຢາເວ ທຸກສິ່ງທີ່ຖືກສ້າງມາຈະຍ້ອງຍໍສັນລະເສີນພຣະອົງ ແລະປະຊາຊົນຂອງພຣະອົງຈະໂມທະນາຂອບພຣະຄຸນແດ່ພຣະອົງ.
ຂໍໃຫ້ສັນຕິສຸກແລະພຣະກະລຸນາຄຸນ ຈົ່ງມີແກ່ທຸກຄົນທີ່ປະຕິບັດຕາມກົດຢ່າງນີ້ ແລະທັງອິດສະຣາເອນຂອງພຣະເຈົ້າເທີ້ນ.
ດ້ວຍເຫດນັ້ນ ຈົ່ງໃຫ້ພວກເຮົາຖວາຍຄຳຍ້ອງຍໍສັນລະເສີນຕະຫລອດໄປແກ່ພຣະເຈົ້າ ເປັນເຄື່ອງບູຊາໂດຍທາງພຣະອົງນັ້ນ ແລະຍົກຍໍພຣະນາມຂອງພຣະອົງ ດ້ວຍສົບປາກຂອງພວກເຮົາ.