Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 118:12 - ພຣະຄຳພີສັກສິ

12 ພວກເຂົາ​ບຸກໂຈມຕີ​ຂ້ານ້ອຍ​ດັ່ງ​ຝູງ​ເຜິ້ງ​ຫຸ້ມ​ໂຈມຕີ ແຕ່​ພວກເຂົາ​ຖືກ​ດັບ​ຊີວີ​ຢ່າງ​ວ່ອງໄວ​ໝົດສິ້ນ ຄື​ຖືກ​ດັບສູນ​ໄປ​ກ້ຽງ​ດັ່ງ​ຫຍ້າແຫ້ງ​ທີ່​ຖືກ​ໄຟ ຂ້ານ້ອຍ​ໄດ້​ທຳລາຍ​ພວກເຂົາ​ດ້ວຍ​ພຣະນາມ​ຂອງ​ພຣະເຈົ້າຢາເວ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 118:12
18 Jak'a apnaqawi uñst'ayäwi  

ແຕ່​ຄົນ​ບໍ່​ນັບຖື​ພຣະເຈົ້າ​ກໍ​ຄື​ໜາມ​ທີ່​ຖືກ​ຕັດ ບໍ່ມີ​ຜູ້ໃດ​ແຕະຕ້ອງ​ມັນ​ໂດຍ​ມືເປົ່າ​ໄດ້.


ເມື່ອ​ເດືອດຮ້ອນ​ຂໍ​ພຣະເຈົ້າຢາເວ​ຕອບ​ທ່ານ ຂໍໃຫ້​ພຣະນາມ​ຂອງ​ພຣະເຈົ້າ​ຂອງ​ຢາໂຄບ​ເປັນ​ທີ່​ເພິ່ງ​ຂອງທ່ານ​ເທີ້ນ


ແລ້ວ​ພວກ​ຂ້ານ້ອຍ​ກໍ​ຈະ​ຮ້ອງ​ຢ່າງ​ຊົມຊື່ນ​ຍິນດີ ເຖິງ​ຄວາມ​ມີໄຊ​ຂອງ​ທ່ານ​ຍ້ອນ​ພຣະເຈົ້າຢາເວ ແລະ​ສະຫລອງ​ໄຊຊະນະ​ໂດຍ​ຖວາຍ​ຄຳສັນລະເສີນ ຂໍ​ຊົງ​ຕອບ​ທ່ານ ຕາມ​ຄຳພາວັນນາ​ອະທິຖານ​ທຸກຢ່າງ​ເຖີດ.


ກ່ອນ​ທີ່​ພວກເຂົາ​ຈະ​ຮູ້​ເຖິງ​ການ​ນີ້ ພວກເຂົາ​ໄດ້​ຖືກ​ຕັດ​ຖິ້ມ​ດັ່ງ​ຕົ້ນຫຍ້າ​ດ້ວຍ​ຄວາມ​ໂກດຮ້າຍ​ອັນ​ຮຸນແຮງ​ຂອງ​ພຣະອົງ ພຣະອົງ​ຈະ​ເປົ່າ​ພວກເຂົາ​ອອກ​ໜີໄປ ໃນ​ຂະນະທີ່​ພວກເຂົາ​ຍັງ​ມີ​ຊີວິດ​ຢູ່​ນັ້ນ.


ໂອ ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ພຣະນາມ​ຂອງ​ພຣະອົງ​ຍິ່ງໃຫຍ່​ລືຊາ​ປາກົດ​ໃນ​ທົ່ວ​ແຜ່ນດິນ​ໂລກ.


ເມື່ອ​ຄົນໂງ່ຈ້າ​ຫົວເລາະ ກໍ​ສໍ່າ​ກັບ​ສຽງ​ໜາມ​ແຕກ​ຢູ່​ໃນ​ແປວໄຟ. ມັນ​ບໍ່ມີ​ຄວາມໝາຍ​ຫຍັງ​ເລີຍ.


ເຮົາ​ຈະ​ບໍ່​ໂກດຮ້າຍ​ຕໍ່​ສວນອະງຸ່ນ​ຂອງເຮົາ​ອີກ​ຕໍ່ໄປ. ຖ້າ​ກົກ​ໜາມ​ໃຫຍ່ນ້ອຍ​ເກີດຂຶ້ນ​ມາ​ຕໍ່ສູ້ ເຮົາ​ກໍ​ຈະ​ເຜົາ​ໃຫ້​ສິ້ນຊາກ​ໄປ.


ພວກເຈົ້າ​ຈະ​ໝຸ່ນ​ໝົດ​ດັ່ງ​ຫີນ​ທີ່​ຖືກ​ເຜົາ​ເພື່ອ​ຈະ​ເອົາ​ໄປ​ເຮັດ​ປູນຂາວ ດັ່ງ​ໜາມ​ທີ່​ຖືກ​ເຜົາ​ເປັນ​ຂີ້ເຖົ່າ.


ພວກເຈົ້າ ນັກ​ດື່ມ​ເຫຼົ້າ​ຈະ​ຖືກ​ເຜົາຜານ​ໝົດ ເໝືອນ​ໄຟ​ໄໝ້​ກໍ​ໜາມ ແລະ​ຫຍ້າແຫ້ງ.


ແລ້ວ​ຊາວ​ອາໂມ​ທີ່​ໄດ້​ອາໄສ​ຢູ່​ຕາມ​ເຂດ​ເນີນພູ ກໍ​ອອກ​ມາ​ສູ້ຮົບ​ພວກເຈົ້າ ເໝືອນ​ດັ່ງ​ໂຕ​ເຜິ້ງ​ທີ່​ບິນ​ອອກ​ຈາກ​ຮັງ​ຂອງ​ມັນ. ພວກເຂົາ​ໄດ້​ໄລ່​ຕາມລ່າ​ພວກເຈົ້າ​ໃນ​ເຂດ​ເອໂດມ​ມາ​ຈົນເຖິງ​ໂຮມາ ແລະ​ຊະນະ​ພວກເຈົ້າ​ຢູ່​ທີ່​ນັ້ນ.


ດາວິດ​ຕອບ​ວ່າ, “ເຈົ້າ​ມາ​ຕໍ່ສູ້​ຂ້ອຍ​ດ້ວຍ​ດາບ, ດ້ວຍ​ຫອກ ແລະ​ຫລາວ, ແຕ່​ຂ້ອຍ​ມາ​ຕໍ່ສູ້​ເຈົ້າ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ກອງທັບ​ອິດສະຣາເອນ​ທີ່​ເຈົ້າ​ໄດ້​ເວົ້າ​ທ້າທາຍ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka