Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 112:4 - ພຣະຄຳພີສັກສິ

4 ແສງ​ສະຫວ່າງ​ສ່ອງແຈ້ງ​ໃນ​ຄວາມມືດ​ສຳລັບ​ຄົນ​ສັດຊື່ ຄື​ພວກຄົນ​ທີ່​ເມດຕາປານີ​ແລະ​ເຮັດ​ຖືກຕ້ອງ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 112:4
26 Jak'a apnaqawi uñst'ayäwi  

ຊີວິດ​ເຈົ້າ​ຈະ​ສົດຊື່ນ​ກວ່າ​ແສງ​ຕາເວັນ ແລະ​ຊີວິດ​ອັນ​ມືດດຳ​ກໍ​ຈະ​ເປັນ​ດັ່ງ​ຮຸ່ງອາລຸນ​ຍາມ​ເຊົ້າ.


ເຈົ້າ​ຈະ​ເຮັດ​ສຳເລັດ​ໃນ​ທຸກສິ່ງ​ທີ່​ເຈົ້າ​ກະທຳ ແສງແຈ້ງ​ຈະ​ສ່ອງໃສ​ໃນ​ທາງ​ເດີນ​ຂອງ​ເຈົ້າ.


ພຣະເຈົ້າ​ຢູ່​ກັບ​ຂ້ອຍ​ທັງ​ໃຫ້​ແສງແຈ້ງ​ສະເໝີ​ມາ ເມື່ອ​ຂ້ອຍ​ໄດ້​ທຽວທາງ​ຜ່ານຜ່າ​ຄວາມມືດ.


ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ. ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ເພາະ​ພຣະອົງ​ຊົງ​ດີ​ຕໍ່​ໄພ່ພົນ​ຂອງ​ພຣະອົງ ແລະ​ຄວາມຮັກ​ຂອງ​ພຣະອົງ ກໍ​ດຳລົງຢູ່​ສືບໆໄປ​ເປັນນິດ.


ພຣະເຈົ້າຢາເວ​ຊົງ​ສັດຊື່​ແລະ​ຊົງ​ຄຸນຄວາມດີ ພຣະເຈົ້າ​ຂອງ​ພວກເຮົາ​ຊົງ​ເມດຕາ​ກະລຸນາ​ຢ່າງ​ເຕັມ​ລົ້ນ.


ພຣະເຈົ້າຢາເວ​ເປັນ​ຄວາມ​ຊອບທຳ​ໃນ​ທຸກສິ່ງ​ໃນ​ທາງ​ຂອງ​ພຣະອົງ. ແລະ​ຊົງ​ເມດຕາ​ໃນ​ການ​ກະທຳ​ທຸກຢ່າງ.


ພຣະອົງ​ຈະ​ເຮັດ​ໃຫ້​ຄວາມ​ຊອບທຳ​ຂອງເຈົ້າ​ຈະເລີນ​ຮຸ່ງເຮືອງ​ອອກ​ໄປ ເໝືອນ​ດັ່ງ​ຕາເວັນ​ໃນ​ຍາມ​ທ່ຽງ.


ແສງ​ສະຫວ່າງ​ສ່ອງແຈ້ງ​ໃສ່​ຄົນ​ຊອບທຳ ຄວາມ​ຊົມຊື່ນ​ຍິນດີ​ກໍ​ມີ​ແກ່​ຄົນດີ​ດ້ວຍ.


ຄົນ​ສັດຊື່​ແລະ​ມີ​ໃຈ​ເມດຕາ​ຈະ​ໄດ້​ຊີວິດ​ຍືນຍາວ ລາວ​ຈະ​ໄດ້​ຮັບ​ຄວາມນັບຖື​ແລະ​ຄວາມ​ເປັນທຳ​ດ້ວຍ.


ຂໍ​ໃຫ້​ທຸກຄົນ​ຈົ່ງ​ຢຳເກງ​ພຣະເຈົ້າຢາເວ ເຊື່ອຟັງ​ຄຳສັ່ງສອນ​ຂອງ​ຜູ້ຮັບໃຊ້​ພຣະເຈົ້າ ເຖິງ​ວ່າ​ທາງ​ທີ່​ເດີນ​ໄປ​ນັ້ນ​ມືດມົວ​ກໍ​ຈິງ ແຕ່​ຈົ່ງ​ໄວ້ວາງໃຈ​ໃນ​ພຣະນາມ​ແຫ່ງ​ພຣະເຈົ້າຢາເວ ແລະ​ເພິ່ງ​ພຣະເຈົ້າ​ແຫ່ງຕົນ.


ຖ້າ​ເຈົ້າ​ໃຫ້​ອາຫານ​ແກ່​ຜູ້​ທີ່​ອຶດຫິວ ແລະ​ໃຫ້​ຜູ້​ທີ່​ຂັດສົນ​ໄດ້​ມີ​ຄວາມ​ອີ່ມໃຈ ແລ້ວ​ມືດ​ທີ່​ອ້ອມຮອບ​ເຈົ້າ​ນັ້ນ ກໍ​ຈະ​ປ່ຽນ​ເປັນ​ແຈ້ງ​ໃນ​ຕອນ​ກາງເວັນ.


ແລ້ວ​ຄວາມ​ກະລຸນາ​ຂອງເຮົາ​ກໍ​ຈະ​ສ່ອງແສງ​ດັ່ງ​ຕາເວັນ​ຂຶ້ນ​ໃນ​ຕອນເຊົ້າ ແລະ​ບາດແຜ​ຂອງເຈົ້າ​ກໍ​ຈະ​ຖືກ​ປິ່ນປົວ​ໃຫ້​ຫາຍດີ​ໄວ. ແລະ​ຄວາມຊອບທຳ​ຂອງເຈົ້າ​ຈະ​ນຳໜ້າ​ເຈົ້າ​ໄປ, ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ຈະ​ປົກປັກ​ຮັກສາ​ເຈົ້າ​ຮອບດ້ານ.


ແຕ່​ສຳລັບ​ພວກ​ທີ່​ຢຳເກງ​ນາມ​ຂອງເຮົາ ເຮົາ​ຈະ​ນຳ​ຄວາມພົ້ນ​ມາ​ໃຫ້​ພວກເຂົາ ດ້ວຍ​ອານຸພາບ​ອັນ​ຮຸ່ງເຮືອງ​ຂອງເຮົາ ດັ່ງ​ດວງຕາເວັນ​ຂຶ້ນ ແລະ​ຈະ​ນຳ​ເອົາ​ການ​ປິ່ນປົວ​ມາ​ສູ່​ພວກເຂົາ ດັ່ງ​ແສງ​ດວງອາທິດ. ພວກເຈົ້າ​ຈະ​ເປັນ​ອິດສະຫລະ​ເສລີ​ແລະ​ມີ​ຄວາມສຸກ ດັ່ງ​ລູກ​ງົວ​ທີ່​ອອກ​ມາ​ຈາກ​ຄອກ.


ເຈົ້າ​ທັງຫລາຍ​ຈົ່ງ​ມີ​ຄວາມ​ເມດຕາປານີ ເໝືອນ​ຢ່າງ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ ຜູ້​ຊົງ​ມີ​ຄວາມ​ເມດຕາປານີ.”


ເຮົາ​ເປັນ​ຄວາມ​ສະຫວ່າງ​ທີ່​ເຂົ້າ​ມາ​ໃນ​ໂລກນີ້ ເພື່ອ​ທຸກຄົນ​ທີ່​ເຊື່ອ​ໃນ​ເຮົາ​ຈະ​ບໍ່​ຢູ່​ໃນ​ຄວາມມືດ.


ແຕ່​ຈົ່ງ​ມີ​ໃຈ​ເມດຕາ​ແລະ​ເອັນດູ​ຕໍ່​ກັນ ຈົ່ງ​ຍົກໂທດ​ໃຫ້​ກັນແລະກັນ ເໝືອນ​ດັ່ງ​ທີ່​ພຣະເຈົ້າ​ໄດ້​ຍົກໂທດ​ໃຫ້​ພວກເຈົ້າ​ໃນ​ພຣະຄຣິດ​ນັ້ນ.


ດັ່ງນັ້ນ ຈົ່ງ​ລະວັງ​ໃນ​ການ​ດຳເນີນ​ຊີວິດ​ໃຫ້​ດີ ຢ່າ​ໃຫ້​ເປັນ​ດັ່ງ​ຄົນ​ໄຮ້​ປັນຍາ, ແຕ່​ໃຫ້​ເປັນ​ດັ່ງ​ຄົນມີ​ປັນຍາ.


ດ້ວຍວ່າ, ຜົນ​ຂອງ​ຄວາມ​ສະຫວ່າງ​ນັ້ນ ຄື​ຄຸນຄວາມດີ ຄວາມ​ຊອບທຳ ແລະ​ຄວາມຈິງ​ທຸກປະການ.


ຖ້າ​ເຈົ້າ​ທັງຫລາຍ​ຮູ້​ວ່າ ພຣະອົງ​ຊົງ​ທ່ຽງທຳ ພວກເຈົ້າ​ກໍ​ຮູ້​ໄດ້​ວ່າ ທຸກຄົນ​ທີ່​ປະຕິບັດ​ຕາມ​ຄວາມ​ທ່ຽງທຳ​ນັ້ນ ກໍ​ບັງເກີດ​ມາ​ຈາກ​ພຣະອົງ​ເໝືອນກັນ.


ດັ່ງນັ້ນ ຈຶ່ງ​ເຫັນ​ໄດ້​ວ່າ​ຜູ້ໃດ​ເປັນ​ລູກ​ຂອງ​ພຣະເຈົ້າ ແລະ​ຜູ້ໃດ​ເປັນ​ລູກ​ຂອງ​ມານຮ້າຍ ຄື​ຜູ້ໃດ​ທີ່​ບໍ່​ເຮັດ​ຕາມ​ຄວາມ​ທ່ຽງທຳ ຫລື​ບໍ່​ຮັກ​ພີ່ນ້ອງ​ຂອງຕົນ ຜູ້ນັ້ນ​ກໍ​ບໍ່ແມ່ນ​ລູກ​ຂອງ​ພຣະເຈົ້າ.


ລູກ​ນ້ອຍ​ທັງຫລາຍ​ເອີຍ, ຢ່າ​ໃຫ້​ຜູ້ໃດ​ຊັກຈູງ​ພວກເຈົ້າ​ໃຫ້​ຫລົງ ຜູ້​ທີ່​ເຮັດ​ຕາມ​ຄວາມ​ທ່ຽງທຳ ກໍ​ເປັນ​ຜູ້​ທ່ຽງທຳ ເໝືອນ​ພຣະອົງ​ຜູ້​ຊົງ​ທ່ຽງທຳ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka