Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 112:3 - ພຣະຄຳພີສັກສິ

3 ຄອບຄົວ​ຂອງ​ຄົນ​ນີ້​ຈະ​ຮັ່ງມີ​ເປັນດີ ແລະ​ຈະ​ຈະເລີນ​ຮຸ່ງເຮືອງ​ເລື້ອຍໆ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 112:3
17 Jak'a apnaqawi uñst'ayäwi  

ແລ້ວ​ເຈົ້າ​ຈະ​ຢູ່​ໃນ​ທີ່​ພັກ​ຢ່າງ​ເຕັມປ່ຽມ​ສຸກສັນ; ເມື່ອ​ແນມ​ເບິ່ງ​ຝູງແກະ ກໍ​ຢູ່​ສະບາຍ​ຫາຍ​ຮ້ອນ.


ຄວາມ​ຢຳເກງ​ພຣະເຈົ້າຢາເວ ເປັນ​ບໍ່​ເກີດ​ແຫ່ງ​ສະຕິປັນຍາ ຜູ້​ທີ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຈະ​ເຂົ້າໃຈ​ຢ່າງ​ເລິກເຊິ່ງ ຄຳ​ຍ້ອງຍໍ​ສັນລະເສີນ​ຈົ່ງ​ມີ​ແດ່​ພຣະອົງ​ຕະຫລອດໄປ.


ທຸກສິ່ງ​ທີ່​ພຣະອົງ​ກະທຳ​ນັ້ນ​ເຕັມ​ດ້ວຍ​ກຽດສັກສີ ຄວາມ​ຊອບທຳ​ຊົງ​ມີ​ຢູ່​ສືບໄປ​ເປັນນິດ.


ລາວ​ໃຫ້​ທານ​ຢ່າງ​ເຜື່ອແຜ່​ແກ່​ຄົນ​ຂັດສົນ ແລະ​ຄວາມ​ເມດຕາ​ກໍ​ບໍ່ເຄີຍ​ລົດໜ້ອຍ​ລົງ ລາວ​ຈະ​ມີ​ອຳນາດ​ທັງ​ຈະ​ມີ​ຄົນ​ເຄົາຣົບ​ນັບຖື​ດ້ວຍ.


ແມ່ນແຕ່​ຝູງ​ສິງ​ກໍ​ອຶດຢາກ​ຍ້ອນ​ຂາດ​ອາຫານ ແຕ່​ຜູ້​ທີ່​ເຊື່ອຟັງ​ພຣະເຈົ້າຢາເວ​ຢ່າງ​ຈິງໃຈ​ບໍ່​ຂາດ​ສິ່ງດີ​ຈັກເທື່ອ.


ຈົ່ງ​ຟັງ​ເອົາ​ເຖີດ​ລູກຫລານ​ຂອງຂ້ອຍ​ເອີຍ ຂ້ອຍ​ຈະ​ແອບສອນ​ໃຫ້​ເຈົ້າ​ຢ້ານຢຳ​ພຣະເຈົ້າຢາເວ.


ເມື່ອ​ຕົກ​ທີ່​ລຳບາກ​ຄົນຊົ່ວ​ສູນສິ້ນ​ຊັບສົມບັດ, ແຕ່​ຄົນ​ຊອບທຳ​ຮັກສາ​ຊັບສົມບັດ​ໄວ້​ໄດ້.


ຄົນ​ມີ​ປັນຍາ​ໃຊ້​ຊີວິດ​ຢ່າງ​ຮັ່ງມີ​ແລະ​ຫລູຫລາ, ແຕ່​ຄົນໂງ່ຈ້າ​ຫາ​ໄດ້​ໄວ​ເທົ່າໃດ ກໍ​ຈ່າຍ​ໝົດ​ໄວ​ເທົ່ານັ້ນ.


ປັນຍາ​ເຮັດ​ໃຫ້​ເຈົ້າ​ມີ​ຊີວິດ​ຍືນຍາວ​ທັງ​ມີ​ຊັບສິນ ແລະ​ກຽດສັກສີ​ດ້ວຍ.


ຄວາມ​ສະຫງົບສຸກ ແລະ​ຄວາມ​ປອດໄພ​ຈະ​ມີ​ຕະຫລອດໄປ ເພາະ​ທຸກຄົນ​ຈະ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ.


ແລະ​ໃຫ້​ປະເທດຊາດ​ມີ​ຄວາມ​ໝັ້ນຄົງ​ດີ. ພຣະອົງ​ປົກປ້ອງ​ປະຊາຊົນ​ຂອງ​ພຣະອົງ​ຢູ່​ສະເໝີ ແລະ​ໃຫ້​ພວກເຂົາ​ມີ​ສະຕິປັນຍາ ແລະ​ຄວາມ​ຮອບຮູ້. ຊັບສົມບັດ​ອັນ​ຍິ່ງໃຫຍ່​ທີ່ສຸດ​ຂອງ​ພວກເຂົາ ແມ່ນ​ການ​ຢຳເກງ​ພຣະເຈົ້າຢາເວ.


ພວກເຂົາ​ຈະ​ສະຫລາຍ​ໄປ​ດັ່ງ​ເຄື່ອງນຸ່ງ​ທີ່​ຕົກໂໝະ ຊຶ່ງ​ຖືກ​ໂຕ​ມອດ​ກັດ​ຂາດ​ໄປ​ຈົນກ້ຽງ, ແຕ່​ຄວາມຊ່ວຍ​ໃຫ້​ພົ້ນ​ຈະ​ດຳລົງ​ຢູ່​ສືບໆໄປ ຄວາມ​ມີໄຊ​ຂອງເຮົາ​ຈະ​ຍືນຍົງ​ໄປ​ຕະຫລອດ.”


ແຕ່​ກ່ອນ​ອື່ນ​ໝົດ ເຈົ້າ​ທັງຫລາຍ​ຈົ່ງ​ສະແຫວງ​ຫາ​ຣາຊອານາຈັກ​ຂອງ​ພຣະເຈົ້າ ແລະ​ຄວາມ​ຊອບທຳ​ຂອງ​ພຣະອົງ ແລ້ວ​ພຣະອົງ​ຈະ​ຊົງ​ເພີ່ມເຕີມ​ສິ່ງ​ທັງປວງ​ເຫຼົ່ານີ້​ໃຫ້​ແກ່​ພວກເຈົ້າ.


ເຖິງ​ແມ່ນ​ໄດ້​ຮັບ​ຄວາມ​ເສົ້າໂສກ, ແຕ່​ກໍ​ຍັງ​ຊົມຊື່ນ​ຍິນດີ​ຢູ່​ສະເໝີ; ເປັນ​ຄົນ​ຍາກຈົນ, ແຕ່​ກໍ​ເຮັດ​ໃຫ້​ຫລາຍ​ຄົນ​ຮັ່ງມີ; ເປັນ​ຄົນ​ບໍ່ມີ​ຫຍັງ, ແຕ່​ກໍ​ຍັງ​ມີ​ທຸກສິ່ງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka