Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 112:2 - ພຣະຄຳພີສັກສິ

2 ລູກ​ຂອງ​ພວກເຂົາ​ນັ້ນ​ຈະ​ມີ​ອຳນາດ​ຢູ່​ໃນ​ດິນແດນ ຕະຫຼອດ​ທັງ​ເຊື້ອສາຍ​ກໍ​ຈະ​ໄດ້​ຮັບ​ພຣະພອນ​ດ້ວຍ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 112:2
12 Jak'a apnaqawi uñst'ayäwi  

ເຮົາ​ຈະ​ຕັ້ງ​ພັນທະສັນຍາ​ລະຫວ່າງ​ເຮົາ ກັບ​ເຈົ້າ ແລະ​ເຊື້ອສາຍ​ຂອງ​ເຈົ້າ ໃຫ້​ເປັນ​ພັນທະສັນຍາ​ສືບ​ໄປ​ສຳລັບ​ຄົນ​ເຊັ່ນ​ຕໍ່ໆໄປ. ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ເຈົ້າ ແລະ​ພຣະເຈົ້າ​ຂອງ​ເຊື້ອສາຍ​ຂອງ​ເຈົ້າ.


ຫລັງຈາກ​ອັບຣາຮາມ​ໄດ້​ຕາຍໄປ​ແລ້ວ ພຣະເຈົ້າ​ໄດ້​ອວຍພອນ​ອີຊາກ​ລູກຊາຍ​ຂອງ​ເພິ່ນ ຜູ້​ທີ່​ອາໄສ​ຢູ່​ໃກ້ “ນໍ້າສ້າງ​ຂອງ​ພຣະເຈົ້າ​ຜູ້​ເຫັນ​ຂ້ອຍ.”


ລູກຫລານ​ຂອງ​ພວກ​ຂ້ານ້ອຍ​ນັ້ນ​ຈະ​ຢູ່​ຢ່າງ​ປອດໄພ ເຊື້ອສາຍ​ຈະ​ປອດໄພ​ເພາະ​ພຣະອົງ​ປົກປ້ອງ​ຄຸ້ມຄອງ.


ແລ້ວ​ພວກເຂົາ​ກໍ​ຈະ​ໄດ້​ຈະເລີນ​ຮຸ່ງເຮືອງ​ຂຶ້ນ ແລະ​ເຊື້ອສາຍ​ຂອງ​ພວກເຂົາ​ຈະ​ໄດ້​ເປັນ​ເຈົ້າຂອງ​ດິນແດນ​ດ້ວຍ.


ລາວ​ໃຫ້​ລ້າໆ​ແລະ​ໃຫ້​ຄົນ​ຢືມ​ໂດຍ​ບໍ່​ຄິດຄ່າ ບັນດາ​ລູກ​ຂອງ​ລາວ​ນັ້ນ​ກໍ​ກາຍເປັນ​ທໍ່​ພຣະພອນ.


ຄົນຊົ່ວຮ້າຍ​ຈະ​ຕ້ອງ​ຖືກ​ທຳລາຍ​ຢ່າງ​ແນ່ນອນ, ແຕ່​ຄົນ​ຊອບທຳ​ຈະ​ຜີກ​ໜີໄປ​ໄດ້.


ຄົນດີ​ປະ​ຊັບສົມບັດ​ໄວ້​ໃຫ້​ລູກຫລານ, ແຕ່​ຊັບສົມບັດ​ຂອງ​ຄົນບາບ​ກໍ​ສະສົມ​ໄວ້​ສຳລັບ​ຄົນ​ຊອບທຳ.


ເມື່ອ​ມີ​ພໍ່​ທີ່​ສັດຊື່​ແລະ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ ເຮັດ​ໃຫ້​ລູກ​ຂອງຕົນ​ໄດ້​ຮັບ​ພຣະພອນ.


ເຮົາ​ຈະ​ໃຫ້​ພວກເຂົາ​ມີ​ຈຸດມຸ່ງໝາຍ​ຢ່າງດຽວ​ໃນ​ຊີວິດ ຄື​ຍ້ອງຍໍ​ໃຫ້ກຽດ​ເຮົາ​ຕະຫລອດໄປ​ເພື່ອ​ປະໂຫຍດ​ຂອງ​ພວກເຂົາ​ເອງ ແລະ​ເຊື້ອສາຍ​ຂອງ​ພວກເຂົາ.


ດ້ວຍວ່າ, ຄຳສັນຍາ​ຂອງ​ພຣະເຈົ້າ ແມ່ນ​ໄດ້​ມີ​ໄວ້​ກັບ​ພວກທ່ານ​ທັງ​ລູກ​ຂອງ​ພວກທ່ານ ແລະ​ກັບ​ຄົນ​ທັງປວງ​ທີ່​ຢູ່​ຫ່າງໄກ ຄື​ແກ່​ທຸກຄົນ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ພວກເຮົາ ໄດ້​ເອີ້ນ​ໃຫ້​ມາ​ຫາ​ພຣະອົງ​ນັ້ນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka