Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 112:1 - ພຣະຄຳພີສັກສິ

1 ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ. ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ຢຳເກງ​ພຣະເຈົ້າຢາເວ ຄື​ຜູ້​ທີ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ດ້ວຍ​ໃຈ​ຊົມຊື່ນ​ຍິນດີ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 112:1
25 Jak'a apnaqawi uñst'ayäwi  

ກະສັດ​ອາຮາບ​ໄດ້​ສັ່ງ​ໃຫ້​ໂອບາດີຢາ ຜູ້​ກຳກັບ​ເບິ່ງແຍງ​ຣາຊວັງ​ເຂົ້າ​ມາ​ຫາ​ຕົນ. (ໂອບາດີຢາ​ເປັນ​ຜູ້​ທີ່​ນະມັດສະການ​ພຣະເຈົ້າຢາເວ​ຢ່າງ​ເຄັ່ງຄັດ​ທີ່ສຸດ


ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ. ຂ້ານ້ອຍ​ຈະ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ດ້ວຍ​ສຸດຈິດ​ສຸດໃຈ​ຂອງ​ຂ້ານ້ອຍ ໃນ​ທີ່​ຊຸມນຸມຊົນ​ຂອງ​ພຣະອົງ.


ຄວາມ​ຢຳເກງ​ພຣະເຈົ້າຢາເວ ເປັນ​ບໍ່​ເກີດ​ແຫ່ງ​ສະຕິປັນຍາ ຜູ້​ທີ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຈະ​ເຂົ້າໃຈ​ຢ່າງ​ເລິກເຊິ່ງ ຄຳ​ຍ້ອງຍໍ​ສັນລະເສີນ​ຈົ່ງ​ມີ​ແດ່​ພຣະອົງ​ຕະຫລອດໄປ.


ຂ້ານ້ອຍ​ຍິນດີ​ຂັບຕາມ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ຫລາຍກວ່າ​ຍິນດີ​ໃນ​ຄວາມຮັ່ງມີ​ອັນ​ໃຫຍ່ຫລວງ​ນັ້ນ.


ຂ້ານ້ອຍ​ເດືອດຮ້ອນ​ແລະ​ໂສກເສົ້າ​ເຕັມທີ, ແຕ່​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ໄດ້​ນຳ​ຄວາມ​ເບີກບານ​ໃຈ​ມາ​ໃຫ້.


ຂ້ານ້ອຍ​ປິຕິ​ຍິນດີ​ໃນ​ກົດບັນຍັດ​ທັງຫລາຍ​ຂອງ​ພຣະອົງ ຂ້ານ້ອຍ​ຈະ​ບໍ່​ລືມໄລ​ຖ້ອຍຄຳ​ຂອງ​ພຣະອົງ​ຢ່າງ​ເດັດຂາດ.


ຂໍ​ຊົງ​ໂຜດ​ຮັກສາ​ຂ້ານ້ອຍ​ໃຫ້​ເຮັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ເພາະ​ໃນ​ນັ້ນ​ຂ້ານ້ອຍ​ໄດ້​ພົບ​ຄວາມສຸກ.


ຂ້ານ້ອຍ​ຮັກ​ກົດບັນຍັດ​ຂອງ​ພຣະອົງ​ຫລວງຫລາຍ​ທີ່ສຸດ ຂ້ານ້ອຍ​ພາວັນນາ​ເຖິງ​ກົດບັນຍັດ​ຢູ່​ຕະຫລອດ​ວັນ.


ຄວາມສຸກ​ເປັນ​ຂອງ​ທຸກຄົນ​ຜູ້​ທີ່​ຢ້ານຢຳ​ພຣະເຈົ້າຢາເວ ຄື​ຜູ້​ທີ່​ໃຊ້​ຊີວິດ​ເຮັດ​ຕາມ​ກົດບັນຍັດ​ຂອງ​ພຣະອົງ.


ທຸກຄົນ​ທີ່​ໃຫ້ກຽດ​ພຣະອົງ​ກໍໄດ້​ຕາມ​ທີ່​ຕ້ອງການ ພຣະອົງ​ໄດ້ຍິນ​ສຽງ​ພວກເຂົາ​ຮ້ອງໄຫ້​ແລະ​ຊ່ວຍ​ເຂົາ​ໃຫ້​ພົ້ນ.


ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ. ການ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າ​ຂອງ​ພວກເຮົາ​ນັ້ນ​ເປັນ​ການດີ ການ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ເປັນ​ທີ່​ຍິນດີ​ແລະ​ຖືກຕ້ອງ.


ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ. ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າ​ໃນ​ພຣະວິຫານ​ຂອງ​ພຣະອົງ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະ​ກຳລັງ​ໃນ​ຟ້າ​ສະຫວັນ


ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ຂ້ານ້ອຍ​ຍິນດີ​ເຮັດ​ຕາມ​ຄວາມປະສົງ​ຂອງ​ພຣະອົງ ຄື​ຮັກສາ​ຂໍ້​ຄຳສັ່ງສອນ​ຂອງ​ພຣະອົງ​ໄວ້​ຢູ່​ໃນ​ຈິດໃຈ​ແລ້ວ.”


ເພາະ​ນາງ​ໝໍ​ຕຳແຍ​ທັງສອງ​ຢຳເກງ​ພຣະເຈົ້າ. ພຣະເຈົ້າ​ຈຶ່ງ​ດີ​ຕໍ່​ພວກ​ນາງ ໂດຍ​ໄດ້​ໃຫ້​ພວກ​ນາງ​ມີ​ລູກ​ຫລາຍ​ຄົນ.


ຄົນບາບ​ຜູ້ໜຶ່ງ​ອາດ​ໄດ້​ເຮັດ​ຊົ່ວ​ໄວ້​ຕັ້ງ​ຮ້ອຍ​ຢ່າງ ແລະ​ຍັງ​ມີ​ຊີວິດ​ຢູ່. ເອີ​ແມ່ນ​ແລ້ວ ຂ້າພະເຈົ້າ​ຮູ້​ສິ່ງ​ທີ່​ພວກເຂົາ​ເວົ້າ​ວ່າ, “ຖ້າ​ທ່ານ​ຢຳເກງ​ພຣະເຈົ້າ ທຸກສິ່ງ​ກໍ​ຈະ​ເປັນ​ໄປ​ໂດຍ​ດີ;


ຂໍ​ໃຫ້​ທຸກຄົນ​ຈົ່ງ​ຢຳເກງ​ພຣະເຈົ້າຢາເວ ເຊື່ອຟັງ​ຄຳສັ່ງສອນ​ຂອງ​ຜູ້ຮັບໃຊ້​ພຣະເຈົ້າ ເຖິງ​ວ່າ​ທາງ​ທີ່​ເດີນ​ໄປ​ນັ້ນ​ມືດມົວ​ກໍ​ຈິງ ແຕ່​ຈົ່ງ​ໄວ້ວາງໃຈ​ໃນ​ພຣະນາມ​ແຫ່ງ​ພຣະເຈົ້າຢາເວ ແລະ​ເພິ່ງ​ພຣະເຈົ້າ​ແຫ່ງຕົນ.


ພຣະ​ກະລຸນາ​ຂອງ​ພຣະອົງ ກໍ​ມີ​ແກ່​ບັນດາ​ຜູ້​ທີ່​ຢຳເກງ​ພຣະອົງ ທັງ​ຊົ່ວ​ອາຍຸ​ນີ້ ແລະ​ຊົ່ວ​ອາຍຸ​ໜ້າ​ສືບໆໄປ.


ສ່ວນ​ເລິກ​ໃນ​ຈິດໃຈ​ຂອງເຮົາ​ແລ້ວ ເຮົາ​ກໍ​ພໍໃຈ​ປິຕິ​ຍິນດີ​ກັບ​ກົດບັນຍັດ​ຂອງ​ພຣະເຈົ້າ.


ດ້ວຍວ່າ, ການ​ເອົາໃຈໃສ່​ຢູ່​ກັບ​ຝ່າຍ​ເນື້ອໜັງ ກໍ​ຄື​ຄວາມ​ຕາຍ ແລະ​ການ​ໃສ່​ໃຈ​ກັບ​ຝ່າຍ​ພຣະວິນຍານ​ນັ້ນ ກໍ​ຄື​ຊີວິດ​ແລະ​ສັນຕິສຸກ.


ພຣະອົງ​ຈະ​ອວຍພອນ​ເມືອງ​ຕ່າງໆ ພ້ອມ​ກັບ​ໄຮ່​ນາ​ແລະ​ຮົ້ວສວນ​ຂອງ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka