4 ພຣະເຈົ້າຢາເວຢູ່ໃນພຣະວິຫານອັນສັກສິດຂອງພຣະອົງ ພຣະເຈົ້າຢາເວປະທັບເທິງພຣະບັນລັງ ຢູ່ໃນສະຫວັນ ພຣະອົງເຝົ້າເບິ່ງມະນຸດທຸກແຫ່ງທຸກຫົນ ແລະທັງຮູ້ວ່າຄົນກຳລັງເຮັດຫຍັງຢູ່ດ້ວຍ.
ນັບຕັ້ງແຕ່ເຮົາໄດ້ນຳພາປະຊາຊົນອິດສະຣາເອນ ອອກມາຈາກປະເທດເອຢິບຈົນເຖິງເທົ່າທຸກມື້ນີ້ ເຮົາບໍ່ໄດ້ຢູ່ໃນວິຫານ; ເຮົາໄດ້ຢູ່ໃນຫໍເຕັນແລະຫໍເຕັນສັກສິດຍ້າຍທີ່ໄປເລື້ອຍໆ.
ສາຍຕາຂອງພຣະເຈົ້າຢາເວໄດ້ເຝົ້າເບິ່ງທົ່ວໂລກນີ້ທັງໝົດ ເພື່ອໃຫ້ກຳລັງແກ່ຜູ້ທີ່ມີຈິດໃຈສັດຊື່ຕໍ່ພຣະອົງ. ທ່ານໄດ້ເຮັດໃນສິ່ງທີ່ໂງ່ຈ້າທີ່ສຸດ; ສະນັ້ນ ຕັ້ງແຕ່ບັດນີ້ໄປ ທ່ານຈະເຮັດເສິກຢູ່ບໍ່ຂາດ.”
ພຣະອົງອາດປ່ອຍພວກເຂົາໃຫ້ມີຊີວິດຢູ່ຢ່າງປອດໄພ ແຕ່ພຣະອົງເຝົ້າແນມເບິ່ງພວກເຂົາທຸກເວລາບໍ່ຂາດ.
ພຣະເຈົ້າຢາເວຕັ້ງພຣະບັນລັງໄວ້ຢູ່ໃນຟ້າສະຫວັນ ຊົງເປັນກະສັດປົກຄອງເໜືອສັບພະທຸກສິ່ງ.
ບໍ່ມີໃຜທີ່ເປັນດັ່ງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ພຣະອົງຢູ່ໃນບ່ອນສູງສຸດທີ່ທາງເບື້ອງເທິງພຸ້ນ,
ຂ້າແດ່ພຣະເຈົ້າ ຂໍຊົງໂຜດກວດກາເບິ່ງຂ້ານ້ອຍ ແລະຮູ້ຈິດໃຈຂອງຂ້ານ້ອຍ, ຂໍຊົງໂຜດທົດສອບເບິ່ງຂ້ານ້ອຍແລະຄົ້ນເບິ່ງຄວາມນຶກຄິດຂອງຂ້ານ້ອຍໄດ້.
ພຣະເຈົ້າຢາເວຫລຽວເບິ່ງມະນຸດຈາກສະຫວັນ ວ່າມີໃຜແດ່ທີ່ສະຫລາດ ມີໃຜແດ່ທີ່ຊອກສະແຫວງຫາພຣະອົງ.
ໃນຄວາມເດືອດຮ້ອນຢ່າງນີ້ແມ່ນພຣະເຈົ້າຢາເວທີ່ຂ້ານ້ອຍ ຮ້ອງຫາໃຫ້ຊ່ວຍເຫລືອ ພຣະອົງໄດ້ຟັງສຽງຂອງຂ້ານ້ອຍທີ່ພຣະວິຫານຂອງພຣະອົງ ແລະພຣະອົງໄດ້ຍິນສຽງຮ້ອງຂໍໃຫ້ຊ່ວຍເຫຼືອຂອງຂ້ານ້ອຍແລ້ວ.
ແຕ່ຜູ້ປະທັບເທິງຟ້າສະຫວັນໄດ້ຫົວຂວັນ ແລະພຣະເຈົ້າຢາເວຫຍໍ້ຫຍັນພວກເຂົາ.
ພຣະເຈົ້າຢາເວຫລຽວລົງມາຈາກສະຫວັນ ແລະກໍເບິ່ງເຫັນມະນຸດທຸກຊົນຊາດ.
ພຣະອົງກໍຕ້ອງຄົ້ນພົບເລື່ອງນີ້ຢ່າງແນ່ນອນ ເພາະຄວາມຄິດອັນເລິກລັບ ພຣະອົງກໍຊົງຮູ້.
ພຣະອົງປົກຄອງດ້ວຍຣິດທານຸພາບຂອງພຣະອົງສືບໆໄປ ແລະພຣະເນດຂອງພຣະອົງເຝົ້າເບິ່ງຊົນຊາດທັງຫຼາຍ ບໍ່ໃຫ້ລຸກຂຶ້ນຕໍ່ສູ້ພຣະອົງ.
ຈົ່ງຮ້ອງເພງຍ້ອງຍໍສັນລະເສີນພຣະເຈົ້າຢາເວເຖີດ ຜູ້ປົກຄອງໃນພູເຂົາຊີໂອນເອີຍ ຈົ່ງບອກທຸກຊົນຊາດໃຫ້ໄດ້ຍິນທຸກສິ່ງ ທີ່ພຣະອົງໄດ້ກະທຳນັ້ນ
ທຸກເຫດການທີ່ເກີດຂຶ້ນພຣະເຈົ້າຢາເວຮູ້ເຫັນ ພຣະອົງເປັນຜູ້ເຝົ້າເບິ່ງທັງຄົນດີແລະຄົນຊົ່ວດ້ວຍ.
ພຣະເຈົ້າຢາເວກ່າວວ່າ, “ສະຫວັນເປັນບັນລັງຂອງເຮົາ ແລະແຜ່ນດິນໂລກເປັນທີ່ຮອງຕີນຂອງເຮົາ. ແລ້ວພວກເຈົ້າຈະສ້າງຫໍໂຮງຊະນິດໃດສຳລັບເຮົາ ຈະສ້າງວັງຊະນິດໃດໃຫ້ເຮົາຢູ່?
ເຮົາຄືພຣະເຈົ້າຢາເວຄົ້ນເບິ່ງແນວຄິດຂອງຄົນ ແລະທົດສອບເບິ່ງໃຈມະນຸດທັງຫລາຍດ້ວຍ. ເຮົາເຮັດຕໍ່ແຕ່ລະຄົນຕາມວິທີທີ່ພວກເຂົາໃຊ້ຊີວິດ ຄືຕາມສິ່ງທີ່ພວກເຂົາປະພຶດແລະກະທຳ.”
ພຣະເຈົ້າຢາເວໄດ້ກ່າວວ່າ, “ບໍ່ມີຜູ້ໃດຫລົບລີ້ຈາກສາຍຕາຂອງເຮົາໄປໄດ້. ພວກເຈົ້າບໍ່ຮູ້ຫລືວ່າ ເຮົາຢູ່ທຸກໆບ່ອນທັງໃນສະຫວັນ ແລະທີ່ແຜ່ນດິນໂລກ?” ພຣະເຈົ້າຢາເວກ່າວດັ່ງນັ້ນແຫຼະ.
ຈົ່ງຟັງເລື່ອງນີ້ບັນດາທຸກຊົນຊາດເອີຍ ຈົ່ງຟັງເລື່ອງນີ້ທຸກຄົນ ທັງທຸກສິ່ງທີ່ແຜ່ນດິນໂລກ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຈະເປັນພະຍານຕໍ່ສູ້ພວກເຈົ້າໃດ ອົງພຣະຜູ້ເປັນເຈົ້າຈາກພຣະວິຫານທີ່ບໍຣິສຸດຂອງພຣະອົງ.
ແຕ່ພຣະເຈົ້າຢາເວສະຖິດຢູ່ໃນພຣະວິຫານອັນສັກສິດ; ຈົ່ງໃຫ້ມະນຸດທຸກໆຄົນຢູ່ທີ່ເທິງແຜ່ນດິນໂລກນີ້ ມິດງຽບຢູ່ຊ້ອງໜ້າພຣະອົງເທີ້ນ.
ທຸກໆຄົນຈົ່ງງຽບສະຫງົບຢູ່ຊ້ອງໜ້າພຣະເຈົ້າຢາເວ ເພາະພຣະອົງກຳລັງມາແຕ່ສະຖານທີ່ຢູ່ອັນບໍຣິສຸດຂອງພຣະອົງ.
ແລະ ເມື່ອຄົນໜຶ່ງສາບານໂດຍອ້າງໃສ່ພຣະວິຫານ ລາວກໍສາບານໂດຍອ້າງໃສ່ພຣະວິຫານ ແລະໃສ່ພຣະເຈົ້າຜູ້ສະຖິດໃນສະຫວັນເໝືອນກັນ,
ແຕ່ບັດນີ້ ເຮົາບອກເຈົ້າທັງຫລາຍວ່າ, ຢ່າສາບານເລີຍ, ຢ່າສາບານໂດຍອ້າງເຖິງສະຫວັນ ເພາະສະຫວັນແມ່ນບັນລັງຂອງພຣະເຈົ້າ
ອົງພຣະຜູ້ເປັນເຈົ້າກ່າວວ່າ ‘ສະຫວັນເປັນພຣະທີ່ນັ່ງຂອງເຮົາ ແຜ່ນດິນໂລກກໍເປັນທີ່ຮອງຕີນຂອງເຮົາ. ພວກເຈົ້າຈະສ້າງບ່ອນຢູ່ຊະນິດໃດ ສຳລັບເຮົາ? ສະຖານທີ່ໃດໜໍທີ່ພໍຈະເປັນ ບ່ອນໃຫ້ເຮົາອາໄສຢູ່?
ມັນຈະຂັດຂວາງທຸກສິ່ງທີ່ມະນຸດຂາບໄຫວ້ ແລະທຸກສິ່ງທີ່ມະນຸດຖືເປັນພຣະເຈົ້າ ແລະຈະຍົກຕົວຂຶ້ນເໜືອສິ່ງເຫຼົ່ານັ້ນທັງໝົດ. ມັນຈະເຂົ້າໄປນັ່ງຢູ່ໃນວິຫານຂອງພຣະເຈົ້າ ແລະອ້າງຕົນເອງວ່າເປັນພຣະເຈົ້າ.
ແລະໃນທຸກສິ່ງທີ່ໄດ້ຖືກສ້າງຂຶ້ນນັ້ນ ບໍ່ມີສິ່ງໃດຖືກບັງລັບໄວ້ຈາກພຣະພັກພຣະອົງໄດ້ ແຕ່ທຸກສິ່ງໄດ້ປາກົດແຈ້ງຕໍ່ສາຍຕາຂອງພຣະອົງ ຜູ້ທີ່ເຮົາຈະຕ້ອງໃຫ້ການນັ້ນ.
ໃນທັນໃດນັ້ນ ຂ້າພະເຈົ້າໄດ້ປະກອບໄປດ້ວຍພຣະວິນຍານ ແລະເບິ່ງແມ! ມີຣາຊບັນລັງຕັ້ງຢູ່ໃນສະຫວັນ ມີທ່ານອົງໜຶ່ງປະທັບຢູ່ເທິງບັນລັງນັ້ນ.