Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 11:2 - ພຣະຄຳພີສັກສິ

2 ເພາະ​ຄົນຊົ່ວຮ້າຍ​ໄດ້​ກົ່ງ​ໜ້າທະນູ​ແລະ​ຍິງ​ລູກສອນ​ໄປ​ໃສ່ ຄົນ​ຊອບທຳ​ຈາກ​ບ່ອນ​ມືດ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 11:2
18 Jak'a apnaqawi uñst'ayäwi  

ຄົນຊົ່ວຮ້າຍ​ຂົ່ມເຫັງ​ຄົນ​ຍາກຈົນ​ຢ່າງ​ຈອງຫອງ ຈົ່ງ​ຈັບ​ພວກເຂົາ​ໃສ່​ແຮ້ວ​ທີ່​ພວກເຂົາ​ຫ້າງ​ເອງ​ນັ້ນ.


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ເຮັດ​ດີ​ຕໍ່​ຜູ້​ທີ່​ເຮັດ​ດີ​ດ້ວຍ ຄື​ຜູ້​ທີ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ,


ເມື່ອໃດ​ຂ້ານ້ອຍ​ເກີດ​ຄວາມ​ທໍ້ຖອຍ​ໃຈ ພຣະອົງ​ກໍ​ຮູ້​ວ່າ​ຂ້ານ້ອຍ​ຄວນ​ເຮັດ​ຢ່າງ​ໃດ. ຕາມ​ຫົນທາງ​ທີ່​ຂ້ານ້ອຍ​ຍ່າງ​ທຽວ​ໄປ ສັດຕູ​ກໍ​ຫ້າງ​ແຮ້ວ​ເພື່ອ​ດັກຈັບ​ຂ້ານ້ອຍ​ໄວ້.


ເພິ່ນ​ຈະ​ຍິງ​ລູກໜ້າ​ທັງຫລາຍ​ສຸມໃສ່​ພວກເຂົາ ແລະ​ເຮັດ​ໃຫ້​ພວກເຂົາ​ແລ່ນ​ກັບຄືນ.


ຜູ້​ທີ່​ຊອບທຳ​ເອີຍ ຈົ່ງ​ຍິນດີ​ແລະ​ຊື່ນໃຈ​ໃນ​ພຣະເຈົ້າຢາເວ ຜູ້​ທີ່​ເຊື່ອຟັງ​ພຣະອົງ​ເອີຍ ຈົ່ງ​ໂຮຮ້ອງ​ຍິນດີ​ເທີ້ນ.


ຄົນຊົ່ວ​ຖອດ​ດາບ​ແລະ​ກົ່ງ​ຄັນທະນູ​ຂອງຕົນ ເພື່ອ​ຂ້າ​ຄົນ​ທີ່​ຂັດສົນ​ແລະ​ຄົນ​ທີ່​ເຮັດ​ຖືກຕ້ອງ


ສ່ວນ​ຄົນ​ຊອບທຳ​ນັ້ນ​ຈະ​ຊົມຊື່ນ​ຍິນດີ ຍ້ອນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກະທຳ​ນັ້ນ. ພວກເຂົາ​ຈະ​ພົບ​ຄວາມ​ປອດໄພ​ໃນ​ພຣະອົງ ຄົນ​ຊອບທຳ​ທຸກຄົນ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ.


ພຣະເຈົ້າ​ເປັນ​ໂລ້​ປ້ອງກັນ​ຂອງ​ຂ້ານ້ອຍ ພຣະອົງ​ຊ່ວຍ​ຜູ້​ທີ່​ເຊື່ອຟັງ​ພຣະອົງ​ໃຫ້​ພົ້ນໄພ.


ຖ້າ​ບໍ່​ກັບໃຈ​ໃໝ່ ພຣະເຈົ້າ​ກໍ​ຈະ​ຝົນ​ດາບ​ໃຫ້​ຄົມ ພຣະອົງ​ກົ່ງ​ໜ້າທະນູ​ຂອງ​ພຣະອົງ​ແລະ​ຕຽມພ້ອມ​ໄວ້.


ຄວາມ​ຍຸດຕິທຳ​ນັ້ນ​ຈະ​ກັບ​ໄປ​ຫາ ຄົນ​ຊອບທຳ ແລະ​ຄົນ​ທ່ຽງທຳ​ກໍ​ຈະ​ສະໜັບ​ສະໜູນ​ການນີ້.


ແສງ​ສະຫວ່າງ​ສ່ອງແຈ້ງ​ໃສ່​ຄົນ​ຊອບທຳ ຄວາມ​ຊົມຊື່ນ​ຍິນດີ​ກໍ​ມີ​ແກ່​ຄົນດີ​ດ້ວຍ.


ພວກເຂົາ​ຕຽມພ້ອມ​ທີ່​ຈະ​ເວົ້າ​ຕົວະ​ຢູ່​ສະເໝີ ຄວາມ​ບໍ່​ສັດຊື່​ແທນ​ຄວາມຈິງ​ປົກຄອງ​ດິນແດນ​ນີ້.” ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຂອງເຮົາ​ເຮັດ​ຊົ່ວ​ແລ້ວ​ເຮັດ​ຊົ່ວ​ອີກ ທັງ​ບໍ່ໄດ້​ຮັບຮູ້​ເຮົາ​ວ່າ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.”


ແລະ​ວາງແຜນ​ກົນ​ອຸບາຍ​ຈັບ​ພຣະເຢຊູເຈົ້າ ເພື່ອ​ເອົາ​ພຣະອົງ​ໄປ​ຂ້າ.


ເພິ່ນ​ກ່າວ​ແກ່​ຕົນເອງ​ວ່າ, “ເຮົາ​ຈະ​ຍົກ​ມີການ​ໃຫ້​ດາວິດ ແລະ​ເຮົາ​ຈະ​ໃຊ້​ນາງ​ດັກຈັບ​ດາວິດ​ໃຫ້​ພວກ​ຟີລິດສະຕິນ​ຂ້າ.” ດັ່ງນັ້ນ ກະສັດ​ໂຊນ​ຈຶ່ງ​ເວົ້າ​ກັບ​ດາວິດ​ເປັນ​ຄັ້ງ​ທີ​ສອງ​ວ່າ, “ເຈົ້າ​ຈະ​ໄດ້​ເປັນ​ລູກ​ເຂີຍ​ຂອງເຮົາ.”


ເມື່ອ​ດາວິດ​ໄດ້ຍິນ​ວ່າ​ກະສັດ​ໂຊນ​ກຳລັງ​ວາງແຜນ​ໂຈມຕີ​ຕົນ ເພິ່ນ​ກໍ​ສັ່ງ​ປະໂຣຫິດ​ອາບີອາທາ​ວ່າ, “ເອົາ​ເອໂຟດ​ມາ​ພີ້.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka