Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 11:1 - ພຣະຄຳພີສັກສິ

1 ຂ້ານ້ອຍ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ເພື່ອ​ຄວາມ​ປອດໄພ ເຫດໃດ​ໜໍ​ຈຶ່ງ​ເວົ້າ​ໃຫ້​ຂ້ອຍ​ວ່າ, “ຈົ່ງ​ໜີໄປ​ລີ້​ທີ່​ພູເຂົາ​ເໝືອນ​ດັ່ງ​ນົກ

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 11:1
21 Jak'a apnaqawi uñst'ayäwi  

ອາສາ​ໄດ້​ພາວັນນາ​ອະທິຖານ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຊ່ວຍ​ກອງທັບ​ທີ່​ອ່ອນແຮງ​ໄດ້​ຢ່າ​ງ່າຍດາຍ ໃຫ້​ເທົ່າ​ກັບ​ກອງທັບ​ທີ່​ມີ​ກຳລັງ. ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ບັດນີ້ ໂຜດ​ຊ່ວຍຊູ​ພວກ​ຂ້ານ້ອຍ​ດ້ວຍ ເພາະ​ພວກ​ຂ້ານ້ອຍ​ເຊື່ອໝັ້ນ​ໃນ​ພຣະອົງ​ແລະ​ໃນ​ນາມ​ຂອງ​ພຣະອົງ ພວກ​ຂ້ານ້ອຍ​ຈຶ່ງ​ອອກ​ມາ​ສູ້ຮົບ​ກອງທັບ​ອັນ​ໃຫຍ່ໂຕ​ຢ່າງ​ນີ້. ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ; ບໍ່ມີ​ຜູ້ໃດ​ເລີຍ​ທີ່​ຈະ​ຫວັງ​ຊະນະ​ພຣະອົງ​ໄດ້.”


ຊາວ​ເອທີໂອເປຍ​ແລະ​ຊາວ​ລີເບຍ​ມີ​ກອງທັບ​ອັນ​ໃຫຍ່ໂຕ ພ້ອມ​ທັງ​ລົດຮົບ​ເປັນ​ຈຳນວນ​ຫລວງຫລາຍ ບໍ່ແມ່ນ​ບໍ? ແຕ່​ຍ້ອນ​ທ່ານ​ໄດ້​ເພິ່ງ​ພຣະເຈົ້າຢາເວ ພຣະອົງ​ຈຶ່ງ​ໃຫ້​ທ່ານ​ໄດ້​ມີ​ໄຊຊະນະ​ເໜືອ​ພວກເຂົາ.


ຂ້າພະເຈົ້າ​ຕອບ​ວ່າ, “ຂ້ອຍ​ບໍ່ແມ່ນ​ຄົນ​ຊະນິດ​ທີ່​ຈະ​ແລ່ນ​ໜີ ແລະ​ໄປ​ລີ້ຕົວ​ຢູ່. ເຈົ້າ​ຄິດ​ວ່າ​ຂ້ອຍ​ຈະ​ເອົາ​ຊີວິດ​ລອດ ໂດຍ​ໄປ​ລີ້​ຢູ່​ໃນ​ພຣະວິຫານ​ຊັ້ນບໍ? ຂ້ອຍ​ຈະ​ບໍ່​ເຮັດ​ເຊັ່ນນັ້ນ​ດອກ.”


ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ຄຸ້ມຄອງ​ຂ້ານ້ອຍ​ໃຫ້​ປອດໄພ​ດ້ວຍ ເພາະ​ຂ້ານ້ອຍ​ໄວ້ວາງໃຈ​ໃນ​ພຣະອົງ.


ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ຂ້ານ້ອຍ​ໄວ້ວາງໃຈ​ໃນ​ພຣະອົງ ຂໍ​ຊົງ​ໂຜດ​ຊ່ວຍ​ໃຫ້​ຂ້ານ້ອຍ​ພົ້ນ​ຈາກ​ຄວາມ​ພ່າຍແພ້​ອັນ​ອັບອາຍ ແລະ​ຢ່າ​ໃຫ້​ສັດຕູ​ໄດ້​ຫົວ​ເຍາະເຍີ້ຍ​ໃສ່​ຂ້ານ້ອຍ


ຂ້າແດ່​ພຣະເຈົ້າຢາເວ ແຕ່​ຂ້ານ້ອຍ​ໄວ້ວາງໃຈ​ໃນ​ພຣະອົງ ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ.


ເມື່ອ​ໄວ້ວາງໃຈ​ໃນ​ພຣະເຈົ້າ ຂ້ານ້ອຍ​ຈະ​ບໍ່​ຢ້ານ ມະນຸດ​ລ້າໆ​ເຮັດ​ຫຍັງ​ໃຫ້​ໄດ້​ແດ່?


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ຂ້ານ້ອຍ​ມາ​ຫາ​ເພື່ອ​ຂໍ​ໃຫ້​ພຣະອົງ​ປົກປ້ອງ​ຄຸ້ມຄອງ ໂຜດ​ຊ່ວຍ​ເອົາ​ຂ້ານ້ອຍ​ໃຫ້​ພົ້ນ ຈາກ​ທຸກຄົນ​ທີ່​ໄລ່​ຕາມລ່າ​ຂ້ານ້ອຍ​ດ້ວຍ


ຖ້າບໍ່​ດັ່ງນັ້ນ ພວກເຂົາ​ຈະ​ລາກ​ຂ້ານ້ອຍ​ໄປ​ດັ່ງ​ໂຕສິງ​ຂົບ​ຈີກ​ເຫຍື່ອ ກັດກິນ​ເປັນ​ຕ່ອນໆ ໂດຍ​ບໍ່ມີ​ຜູ້ໃດ​ຊ່ວຍກູ້​ໄວ້​ໄດ້.


ຜູ້​ທີ່​ຮູ້ຈັກ​ພຣະນາມ​ຂອງ​ພຣະອົງ​ກໍ​ວາງໃຈ​ໃນ​ພຣະອົງ ຜູ້​ທີ່​ມາ​ຫາ​ພຣະເຈົ້າຢາເວ​ຈະ​ບໍ່​ຖືກ​ປະຖິ້ມ​ຈັກເທື່ອ.


ຈົ່ງ​ອອກ​ໜີ​ຈາກ​ບ້ວງແຮ້ວ​ດັ່ງ​ນົກ​ຫລື​ກວາງ​ທີ່​ກຳລັງ​ປົບໜີ​ຈາກ​ນາຍພານ.


ຊາຍ​ໂມອາບ ເປັນຫຍັງ​ຈຶ່ງ​ວ່າ​ເປັນ​ຊ່ຽວຊານ​ການ​ລົບ ເປັນ​ຜູ້​ອົງອາດ​ກ້າຫານ​ທີ່​ຜ່ານ​ເສິກ​ມາ​ແລ້ວ?


ໃນ​ເວລາ​ດຽວກັນ​ນັ້ນ ກໍ​ມີ​ພວກ​ຟາຣີຊາຍ​ບາງຄົນ​ໄດ້​ມາ​ເວົ້າ​ຕໍ່​ພຣະອົງ​ວ່າ, “ໃຫ້​ທ່ານ​ອອກ​ໜີໄປ​ຈາກ​ທີ່​ນີ້​ເສຍ ເພາະ​ກະສັດ​ເຮໂຣດ​ຢາກ​ປະຫານ​ຊີວິດ​ທ່ານ.”


ໃນ​ຕອນ​ກາງຄືນ​ວັນ​ດຽວກັນ​ນັ້ນ ກະສັດ​ໂຊນ​ໄດ້​ສົ່ງ​ທະຫານ​ບາງຄົນ ໄປ​ຜົກຈອບ​ຢູ່​ນອກເຮືອນ​ຂອງ​ດາວິດ ເພື່ອ​ຈະ​ຂ້າ​ລາວ​ໃນ​ຕອນເຊົ້າ​ຂອງ​ວັນ​ໃໝ່. ນາງ​ມີການ​ເມຍ​ຂອງ​ດາວິດ​ຈຶ່ງ​ເຕືອນ​ລາວ​ວ່າ, “ຖ້າ​ເຈົ້າ​ບໍ່​ໜີໄປ​ໃນ​ຕອນ​ກາງຄືນ​ນີ້ ມື້ອື່ນ​ເຊົ້າ​ເຈົ້າ​ຈະ​ຕ້ອງ​ຖືກ​ຂ້າ.”


ຢ່າ​ຢືນ​ຢູ່​ຫັ້ນ ຮີບ​ຟ້າວ​ໄປ.” ເດັກນ້ອຍ​ຜູ້ນັ້ນ​ກໍ​ໄປ​ເກັບ​ເອົາ​ລູກທະນູ ແລ້ວ​ກັບມາ​ຫາ​ນາຍ​ຂອງຕົນ


ຕໍ່ມາ ດາວິດ​ໄດ້​ອອກ​ຈາກ​ບ່ອນ​ນີ້​ໄປ​ທີ່​ເມືອງ​ມີຊະປາ​ໃນ​ດິນແດນ​ໂມອາບ. ເພິ່ນ​ໄດ້​ກ່າວ​ແກ່​ກະສັດ​ແຫ່ງ​ໂມອາບ​ວ່າ, “ຂໍໂຜດ​ໃຫ້​ພໍ່​ແມ່​ຂອງ​ຂ້ານ້ອຍ​ມາ​ຢູ່​ກັບ​ທ່ານ​ຊົ່ວຄາວ ຈົນກວ່າ​ຂ້ານ້ອຍ​ຈະ​ຮູ້ຈັກ​ວ່າ ພຣະເຈົ້າ​ຈະ​ກະທຳການ​ຢ່າງໃດ​ສຳລັບ​ຂ້ານ້ອຍ​ແທ້.”


ດາວິດ​ໄດ້​ລີ້​ຢູ່​ທີ່​ແຖບ​ເນີນພູ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ໃກ້​ກັບ​ເມືອງ​ຊີເຟ. ຝ່າຍ​ກະສັດ​ໂຊນ​ນັ້ນ​ກໍ​ພະຍາຍາມ​ຊອກ​ຫາ​ດາວິດ​ຢູ່​ເລື້ອຍໆ; ແຕ່​ພຣະເຈົ້າຢາເວ​ບໍ່ໄດ້​ມອບ​ລາວ​ໃຫ້​ກະສັດ​ໂຊນ.


ດາວິດ​ຄິດ​ໃນໃຈ​ວ່າ, “ໃນ​ມື້ໜຶ່ງ​ຂ້າງ​ໜ້າ ກະສັດ​ໂຊນ​ຈະ​ຕ້ອງ​ຂ້າ​ເຮົາ​ແນ່ໆ. ດີທີ່ສຸດ​ແລ້ວ ເຮົາ​ຄວນ​ໜີໄປ​ຢູ່​ໃນ​ດິນແດນ​ຂອງ​ພວກ​ຟີລິດສະຕິນ ແລ້ວ​ກະສັດ​ໂຊນ​ກໍ​ຈະ​ບໍ່​ຕາມ​ຫາ​ຂ້າ​ເຮົາ​ໃນ​ອິດສະຣາເອນ​ນີ້​ອີກ​ຕໍ່ໄປ ແລະ​ເຮົາ​ກໍ​ຈະ​ປອດໄພ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka