3 ຄຳເວົ້າທີ່ພວກເຂົາເວົ້າໃສ່ນັ້ນ ມີແຕ່ສິ່ງຊົ່ວຮ້າຍ ແລະຄຳເວົ້າທີ່ໂຈມຕີກໍບໍ່ມີເຫດຜົນຫຍັງ.
ແລະໃນຂະນະທີ່ອັບຊາໂລມຖວາຍເຄື່ອງບູຊາຢູ່ນັ້ນ ລາວກໍໄດ້ສົ່ງຄົນໄປທີ່ເມືອງກີໂລ ເພື່ອນຳເອົາອາຮີໂຕເຟນທີ່ປຶກສາຄົນໜຶ່ງຂອງກະສັດດາວິດ. ການກະບົດຕໍ່ກະສັດກໍໜັກຫລາຍຂຶ້ນ ແລະຜູ້ຕິດຕາມອັບຊາໂລມກໍເພີ່ມຈຳນວນຂຶ້ນເລື້ອຍໆ.
ບັດນີ້ ຂ້ານ້ອຍຖືກປິດລ້ອມແລະບໍ່ຮູ້ວ່າຈະຫັນໄປທາງໃດ ພວກເຂົາຊອກໂອກາດທີ່ຈະດຶງຂ້ານ້ອຍລົງໃຫ້ໄດ້.
ສັດຕູດັ່ງຝູງງົວປ່າອ້ອມຂ້ານ້ອຍໄວ້ທຸກແຈ ດັ່ງງົວປ່າຮ້າຍແຕ່ເຂດບາຊານທີ່ປິດລ້ອມໄວ້.
ຂໍຢ່າໃຫ້ສັດຕູຄືຄົນຂີ້ຕົວະໄດ້ເອົາຊະນະຂ້ານ້ອຍ; ຂໍຢ່າໃຫ້ພວກເຂົາຍິກຄິ້ວຫລິ່ວຕາດີໃຈ ເພາະຂ້ານ້ອຍໂສກເສົ້າ.
ພວກເຂົາບໍ່ເວົ້າຈາເພື່ອກໍ່ໃຫ້ເກີດສັນຕິພາບ, ປັ້ນແຕ່ເລື່ອງຕົວະໃສ່ຂ້ານ້ອຍຜູ້ຮັກຄວາມສະຫງົບສຸກ.
ພວກເຂົາຫ້າງແຮ້ວໃສ່ຂ້ານ້ອຍຢ່າງບໍ່ມີເຫດຜົນ ແລະຂຸດຂຸມເລິກດັກຈັບເພື່ອໃຫ້ຕົກລົງໃນຂຸມນັ້ນ.
ພວກທີ່ກຽດຊັງຂ້ານ້ອຍໂດຍບໍ່ມີເຫດຜົນຫຍັງ ກໍມີຫລາຍກວ່າເສັ້ນຜົມທີ່ຫົວຂອງຂ້ານ້ອຍ. ສັດຕູຂອງຂ້ານ້ອຍຫາເລື່ອງໃສ່ໂດຍເວົ້າຕົວະ ພວກເຂົາແຂງແຮງຫລາຍໝາຍທີ່ຈະທຳລາຍ. ສິ່ງທີ່ຂ້ານ້ອຍບໍ່ໄດ້ລັກຫລືໂລບເອົາໄປ ຊໍ້າຖືກບັງຄັບໃຫ້ສົ່ງຄືນສິ່ງນັ້ນ.
ຂ້ານ້ອຍຖືກອ້ອມຮອບດັ່ງນໍ້າຖ້ວມຕະຫລອດວັນ ມັນອ້ອມຮອບຂ້ານ້ອຍໄວ້ທຸກດ້ານ.
ປະຊາຊົນເອຟຣາອິມອ້ອມຮອບເຮົາໄວ້ ດ້ວຍການຕົວະແລະການຫລອກລວງ ແລະປະຊາຊົນຢູດາກໍຍັງເປັນກະບົດຕໍ່ສູ້ເຮົາຢູ່ ຄືຕໍ່ສູ້ພຣະເຈົ້າອົງສັດຊື່ແລະບໍຣິສຸດ.
ແລະກ່າວຕໍ່ໄປວ່າ, “ທ່ານເອີຍ ເຫດໃດທ່ານຈຶ່ງຍັງສືບຕໍ່ຕາມລ່າຂ້ານ້ອຍ ຜູ້ຮັບໃຊ້ຂອງທ່ານຢູ່? ຂ້ານ້ອຍໄດ້ເຮັດຜິດຫຍັງ? ຂ້ານ້ອຍເຮັດຜິດກົດໝາຍຫຍັງແດ່?