Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 109:1 - ພຣະຄຳພີສັກສິ

1 ຂ້າແດ່​ພຣະເຈົ້າ​ແຫ່ງ​ຄຳ​ສັນລະເສີນ ຂໍ​ຢ່າ​ເມີນເສີຍ​ມິດງຽບ​ໄປເລີຍ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 109:1
9 Jak'a apnaqawi uñst'ayäwi  

ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ໂມທະນາ​ຂອບພຣະຄຸນ​ພຣະອົງ ແລະ​ຈະ​ປະກາດ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ.


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຮ້ອງຫາ​ຜູ້​ປ້ອງກັນ​ຮັກສາ​ຂ້ານ້ອຍ ຂໍ​ຊົງ​ໂຜດ​ຟັງ​ຂ້ານ້ອຍ​ຮ້ອງຂໍ​ຄວາມ​ຊ່ວຍເຫລືອ​ແດ່ທ້ອນ ຖ້າ​ພຣະອົງ​ບໍ່​ຕອບ ຂ້ານ້ອຍ​ກໍ​ຈະ​ຢູ່​ໃນ​ທ່າມກາງ ພວກ​ທີ່​ລົງ​ໄປ​ສູ່​ແດນ​ມໍຣະນາ.


ຂ້າແດ່​ພຣະເຈົ້າ ຂໍ​ຢ່າ​ສືບຕໍ່​ມິດງຽບ ຂໍ​ຢ່າ​ເມີນເສີຍ​ແລະ​ຢ່າ​ມິດ​ຢູ່


ເບິ່ງດູ ສັດຕູ​ຂອງ​ພຣະອົງ​ກຳລັງ​ກໍ່​ການ​ຈາລະຈົນ ຄົນ​ທີ່​ກຽດຊັງ​ພຣະອົງ​ກຳລັງ​ກໍ່​ການ​ກະບົດ​ຂຶ້ນ.


ພຣະເຈົ້າຢາເວ​ເປັນ​ປ້ອມ​ປ້ອງກັນ​ຢ່າງ​ເຂັ້ມແຂງ; ພຣະອົງ​ເປັນ​ແຫລ່ງ​ແຫ່ງ​ການ​ຊ່ວຍ​ກູ້​ຈາກ​ໂພຍໄພ​ຮ້າຍ. ພຣະອົງ​ເປັນ​ພຣະເຈົ້າ​ທີ່​ຂ້ານ້ອຍ​ຈະ​ຍ້ອງຍໍ​ສັນລະເສີນ; ເປັນ​ພຣະເຈົ້າ​ແຫ່ງ​ພຣະບິດາ ຈຶ່ງ​ຂໍ​ຍົກ​ຍໍ​ພຣະ​ຣິດທານຸພາບ.


ພຣະເຈົ້າ​ກ່າວ​ວ່າ, “ດົນແລ້ວ​ທີ່​ເຮົາ​ມິດງຽບ ເຮົາ​ບໍ່​ຕອບ​ສິ່ງ​ທີ່​ປະຊາຊົນ​ຂອງເຮົາ​ໄດ້​ຂໍຮ້ອງ. ແຕ່​ບັດນີ້ ເວລາ​ທີ່​ດຳເນີນການ​ກໍໄດ້​ມາເຖິງ​ແລ້ວ ເຮົາ​ຮ້ອງ​ອອກ​ມາ​ດັ່ງ​ຍິງ​ຖືພາ​ກຳລັງ​ຈະ​ຄອດ​ລູກ.


ຂ້າແດ່​ພຣະເຈົ້າຢາເວ ຈົ່ງ​ປິ່ນປົວ​ຂ້ານ້ອຍ​ແລະ​ຂ້ານ້ອຍ​ກໍ​ຈະ​ຫາຍ​ດີ; ຈົ່ງ​ຊ່ວຍກູ້​ເອົາ​ຂ້ານ້ອຍ ແລະ​ຂ້ານ້ອຍ​ກໍ​ຈະ​ໄດ້ພົ້ນ. ພຣະອົງ​ແມ່ນ​ຜູ້​ທີ່​ຂ້ານ້ອຍ​ຍ້ອງຍໍ​ສັນລະເສີນ.


ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ເພາະ​ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ພວກເຈົ້າ​ກໍ​ເຫັນ​ໂດຍ​ປະຈັກຕາ​ແລ້ວ​ເຖິງ​ຄວາມ​ຍິ່ງໃຫຍ່ ແລະ​ສິ່ງ​ອັດສະຈັນ​ທີ່​ພຣະອົງ​ໄດ້​ກະທຳ​ສຳລັບ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka