9-10 ເພາະພຣະອົງຄຽດຮ້າຍກິ້ວໂກດຂ້ານ້ອຍ ອາຫານທີ່ຂ້ານ້ອຍກິນກໍຄືຂີ້ເຖົ່າໄຟເທົ່ານັ້ນ ແລະເຄື່ອງດື່ມກໍຈະປົນກັບນໍ້າຕາ ພຣະອົງຍົກຂ້ານ້ອຍຂຶ້ນແລະໂຍນລົງດ້ວຍ.
ແທນທີ່ຂ້ານ້ອຍຈະກິນເຂົ້າ ແຕ່ກັບໄວ້ທຸກ ແລະບໍ່ສາມາດຢຸດຢັ້ງຮ້ອງໄຫ້ຄໍ່າຄວນໄດ້ເລີຍ.
ເປັນຫຍັງຈຶ່ງໂສກເສົ້າແລະຍາກລຳບາກຍິ່ງ? ຂ້ານ້ອຍມອບຄວາມຫວັງໄວ້ກັບພຣະເຈົ້າ ແລະຂ້ານ້ອຍຍັງຈະຍ້ອງຍໍສັນລະເສີນພຣະອົງ ພຣະຜູ້ຊ່ວຍຂອງຂ້ານ້ອຍ ແລະພຣະເຈົ້າຂອງຂ້ານ້ອຍເອີຍ.
ຂ້ານ້ອຍຮ້ອງໄຫ້ທັງເວັນທັງຄືນ ອາຫານທີ່ກືນລົງກໍມີແຕ່ນໍ້າຕາເທົ່ານັ້ນ ເຫຼົ່າສັດຕູໄດ້ຖາມຂ້ານ້ອຍຢູ່ເລື້ອຍວ່າ, “ພຣະເຈົ້າຂອງເຈົ້າຢູ່ໃສ?”
ເມື່ອຂ້ານ້ອຍຫິວເຂົ້າ ພວກເຂົາພັດຍື່ນຢາພິດໃຫ້ກິນ ເມື່ອຫິວນໍ້າ ພວກເຂົາພັດເອົານໍ້າສົ້ມໃຫ້ດື່ມ.
ພຣະອົງໄດ້ເຮັດໃຫ້ພວກຂ້ານ້ອຍກິນເຂົ້າກັບນໍ້າຕາ ແລະເອົານໍ້າຕາເຕັມຈອກໃຫຍ່ມາໃຫ້ດື່ມ.
ມັນກໍທຳນອງດຽວ ກັບກິນຂີ້ເຖົ່ານັ້ນແຫລະ. ຄວາມຄິດໂງ່ຂອງລາວໄດ້ພາໃຫ້ລາວຫລົງຜິດໄປເກີນກວ່າຈະຊ່ວຍໄດ້. ລາວເອງບໍ່ຍອມຮັບເລີຍວ່າ ຮູບເຄົາຣົບທີ່ຕົນຖືຢູ່ນັ້ນບໍ່ແມ່ນພຣະເຈົ້າ.
ຢ່າບອກເລື່ອງການພ່າຍແພ້ຂອງພວກເຮົາໃຫ້ຊາວກາດຜູ້ເປັນສັດຕູຮູ້ ຢ່າສູ່ໃຫ້ພວກເຂົາເຫັນພວກເຈົ້າຮ້ອງໄຫ້. ຊາວເມືອງເບັດ-ເລອາຟະຣາເອີຍ ຈົ່ງກິ້ງເກືອກຢູ່ໃນຂີ້ຝຸ່ນດິນ ລະບາຍຄວາມສິ້ນຫວັງຂອງພວກເຈົ້າສາ
ພວກເຂົາຈະລິເລືອໄປຕາມຂີ້ຝຸ່ນດິນເໝືອນດັ່ງງູ; ພວກເຂົາຈະອອກມາຈາກປ້ອມປ້ອງກັນທັງຢ້ານກົວຈົນສັ່ນເຊັນ. ພວກເຂົາຈະກັບມາຫາພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາດ້ວຍຄວາມຢຳເກງ.