Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 102:8 - ພຣະຄຳພີສັກສິ

8 ສັດຕູ​ດູໝິ່ນ​ປະໝາດ​ຂ້ານ້ອຍ​ທັງເວັນ​ທັງຄືນ ໂດຍ​ໃຊ້​ຊື່​ຂ້ານ້ອຍ​ເປັນ​ຄຳສາບແຊ່ງ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 102:8
15 Jak'a apnaqawi uñst'ayäwi  

ເປັນຫຍັງ​ບັນດາ​ຊົນຊາດ​ທັງປວງ​ຈຶ່ງ​ກໍ່​ແຜນການ​ກະບົດ? ເປັນຫຍັງ​ປະຊາຊົນ​ຈຶ່ງ​ວາງ​ອຸບາຍ​ອັນ​ໄຮ້​ປະໂຫຍດ?


ສັດຕູ​ຂອງ​ຂ້ານ້ອຍ​ເວົ້າ​ຮ້າຍ​ໃສ່​ຢ່າງ​ສົມໃຈ ພວກເຂົາ​ຢາກ​ໃຫ້​ຂ້ານ້ອຍ​ຕາຍ​ທັງ​ຖືກ​ລືມໄລ​ໄປສິ້ນ.


ຂ້ານ້ອຍ​ຢ້ານ​ຕໍ່​ການ​ຂູ່ເຂັນ​ຂອງ​ພວກ​ສັດຕູ ຢ້ານ​ຖືກ​ຢຽບຢໍ່າ​ເພາະ​ຄົນຊົ່ວຮ້າຍ​ກົດຂີ່. ພວກເຂົາ​ເຮັດ​ໃຫ້​ຂ້ານ້ອຍ​ເດືອດຮ້ອນ​ໜັກ​ຫລາຍ ທັງ​ໂກດຮ້າຍ​ແລະ​ກຽດຊັງ​ຂ້ານ້ອຍ​ດ້ວຍ.


ຄຳ​ໝິ່ນປະໝາດ​ເຮັດ​ໃຫ້​ຈິດໃຈ​ຂອງ​ຂ້ານ້ອຍ​ເມື່ອຍ​ອິດອ່ອນ​ຫລາຍ ແລະ​ເຮັດ​ໃຫ້​ຂ້ານ້ອຍ​ໝົດຫວັງ​ດ້ວຍ. ຂ້ານ້ອຍ​ຫວັງ​ວ່າ​ຈະ​ມີ​ຜູ້​ເຫັນອົກເຫັນໃຈ ຫວັງ​ຕໍ່​ຜູ້​ເລົ້າໂລມ​ໃຈ​ແຕ່​ກໍ​ບໍ່​ເຫັນ​ປານນີ້.


ຂ້ານ້ອຍ​ຫວນ​ຄິດເຖິງ​ເມື່ອ​ວັນຄືນ​ທີ່​ຜ່ານ​ໄປ ແລະ​ຈື່ຈຳ​ເດືອນ​ປີ​ທີ່​ຜ່ານ​ມາ​ນັ້ນ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພວກ​ສັດຕູ​ຂອງ​ພຣະອົງ​ໄດ້​ໝິ່ນປະໝາດ​ກະສັດ ຜູ້​ທີ່​ພຣະອົງ​ໄດ້​ເລືອກເອົາ​ໃນ​ທຸກບ່ອນ​ທີ່​ເພິ່ນ​ໄປ​ນັ້ນ.


ປະຊາຊົນ​ທີ່​ເຮົາ​ໄດ້​ເລືອກເອົາ ຈະ​ໃຊ້​ຊື່​ຂອງ​ພວກເຈົ້າ​ເປັນ​ການ​ສາບແຊ່ງ. ເພາະວ່າ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈະ​ປະຫານ​ພວກເຈົ້າ. ແຕ່​ເຮົາ​ຈະ​ໃຫ້​ຊື່​ໃໝ່​ແກ່​ຄົນ​ທີ່​ເຊື່ອຟັງ​ເຮົາ.


ເມື່ອ​ປະຊາຊົນ​ນະຄອນ​ເຢຣູຊາເລັມ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ທີ່​ບາບີໂລນ ຢາກ​ຈະ​ສາບແຊ່ງ​ຜູ້ໜຶ່ງ​ຜູ້ໃດ; ພວກເຂົາ​ຈະ​ເວົ້າ​ວ່າ ຂໍ​ໃຫ້​ພຣະເຈົ້າຢາເວ​ເຮັດ​ກັບ​ເຈົ້າ ດັ່ງ​ທີ່​ພຣະອົງ​ໄດ້​ເຮັດ​ກັບ​ເຊເດກີຢາ​ແລະ​ອາຮາບ ທີ່​ກະສັດ​ແຫ່ງ​ບາບີໂລນ​ໄດ້​ປີ້ງ​ພວກເຂົາ​ທັງເປັນ.’


ຝ່າຍ​ຄົນ​ເຫຼົ່ານັ້ນ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ຄຽດແຄ້ນ ແລະ​ໄດ້​ປຶກສາ​ກັນ​ວ່າ​ຈະ​ເຮັດ​ຢ່າງ​ໃດ​ກັບ​ພຣະເຢຊູເຈົ້າ.


ຫລາຍ​ເທື່ອ​ທີ່​ຂ້ານ້ອຍ​ໄດ້​ລົງໂທດ​ພວກເຂົາ​ໃນ​ທຳມະສາລາ​ຕ່າງໆ ແລະ​ພະຍາຍາມ​ບັງຄັບ​ພວກເຂົາ​ໃຫ້​ກ່າວ​ຄຳ​ທີ່​ໝິ່ນປະໝາດ​ຕໍ່​ພຣະເຈົ້າ, ຂ້ານ້ອຍ​ໂກດແຄ້ນ​ພວກເຂົາ​ແຮງ ຈົນ​ວ່າ​ຂ້ານ້ອຍ​ໄດ້​ໄປ​ຂົ່ມເຫັງ​ພວກເຂົາ ຕາມ​ເມືອງ​ຕ່າງໆ​ໃນ​ຕ່າງ​ປະເທດ.”


ເມື່ອ​ສະມາຊິກ​ສະພາ​ສູງສຸດ​ໄດ້ຍິນ​ຊະເຕຟາໂນ​ກ່າວ​ຖ້ອຍຄຳ​ເຫຼົ່ານີ້ ພວກເຂົາ​ກໍ​ໂມໂຫ​ເຕັມທີ ແລະ​ຂົບ​ແຂ້ວ​ຄ້ຽວຟັນ​ໃສ່​ຊະເຕຟາໂນ​ດ້ວຍ​ຄວາມ​ເຈັບແຄ້ນ​ແໜ້ນໃຈ.


ດ້ວຍວ່າ, ພຣະຄຣິດ​ບໍ່ໄດ້​ເຮັດ​ໃຫ້​ເປັນ​ທີ່​ພໍໃຈ​ພຣະອົງ​ເອງ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ຄຳ​ໝິ່ນປະໝາດ​ນິນທາ​ພຣະອົງ​ນັ້ນ ກໍໄດ້​ຕົກ​ໃສ່​ຂ້ານ້ອຍ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka