5 ຂ້ານ້ອຍຮ້ອງໄຫ້ຄວນຄາງດ້ວຍສຽງດັງ ແລະຈ່ອຍຜອມເຫັນແຕ່ໜັງຕິດກະດູກ.
ພວກເຮົາໃຫຍ່ ແລະຫ່ຽວແຫ້ງໄປດັ່ງດອກໄມ້ປ່າ ພວກເຮົາສູນສິ້ນຫາຍໄປເໝືອນດັ່ງເງົາ.
ຕາມຕົນຕົວຂອງຂ້ອຍກໍເຫັນແຕ່ກະດູກຕິດໜັງ; ຂ້ອຍຍັງລອດຊີວິດຢູ່ມາໄດ້ພຽງແຕ່ພາງໆເທົ່ານັ້ນ.
ຂ້ານ້ອຍໂສກເສົ້າຍ້ອນອິດອ່ອນໝົດແຮງ ບ່ອນນອນກໍຊຸ່ມປຽກ ຍ້ອນຂ້ານ້ອຍຮ້ອງໄຫ້ເປັນທຸກລະທົມໃຈທຸກຄືນ ແລະໝອນກໍປຽກຊຸ່ມດ້ວຍນໍ້າຕາທີ່ໄຫລຫລັ່ງ.
ພວກເຈົ້າຄົນຊົ່ວຮ້າຍ ຈົ່ງໜີໄປຈາກຂ້ອຍສາ ພຣະເຈົ້າຢາເວໄດ້ຍິນສຽງຮ້ອງໄຫ້ຂອງຂ້ອຍແລ້ວ
ຊຶ່ງໃຫຍ່ຂຶ້ນແລ້ວກໍແຕກດອກອອກບານ ແລະຫ່ຽວແຫ້ງຕາຍໄປໃນເວລາຕອນຄໍ່າມາຮອດ.
ຄວາມຊື່ນບານໃຈພາໃຫ້ມີສຸຂະພາບດີ ຄວາມໂສກເສົ້າເຮັດໃຫ້ຊີວິດຄ່ອຍໆດັບໄປ.
ບັດນີ້ ພວກເຂົານອນຢຽດຢູ່ຕາມຖະໜົນບໍ່ມີຜູ້ຮູ້ຈັກ ໜ້າຕາຂອງພວກເຂົາກໍ່າດຳຢູ່ໃນຄວາມຕາຍ; ສ່ວນເນື້ອໜັງຂອງພວກເຂົາກໍຫ່ຽວແຫ້ງສໍ່າກັບຟືນ ຈ່ອຍຜອມຫລາຍຈົນເຫັນໜັງຕິດກະດູກ.
ເຫດການເຊັ່ນນີ້ເກີດຂຶ້ນທຸກປີ ເທື່ອໃດທີ່ພວກເຂົາຂຶ້ນໄປທີ່ວິຫານຂອງພຣະເຈົ້າຢາເວ ເທື່ອນັ້ນເປນິນນາກໍເຮັດໃຫ້ຮັນນາໂສກເສົ້າເສຍໃຈຢ່າງຫລວງຫລາຍ ຈົນນາງຕ້ອງຮ້ອງໄຫ້ ແລະບໍ່ກິນຫຍັງໝົດ.