4 ຂ້ານ້ອຍຖືກຕີຈົນລົ້ມດັ່ງຫຍ້າທີ່ຫ່ຽວແຫ້ງໄປ ຂ້ານ້ອຍບໍ່ຢາກກິນຫຍັງທັງເຂົ້າແລະນໍ້າ.
ພວກຂ້າຣາຊການໃນວັງເຂົ້າໄປຫາເພິ່ນ ແລະພະຍາຍາມຊັກຊວນເພິ່ນໃຫ້ລຸກຂຶ້ນ, ແຕ່ເພິ່ນປະຕິເສດແລະທັງບໍ່ຍອມກິນຫຍັງກັບພວກເຂົາ.
ແລ້ວເອຊະຣາກໍໄດ້ອອກຈາກດ້ານໜ້າຂອງວິຫານຂອງພຣະເຈົ້າ ໄປຫາບ່ອນທີ່ເຢໂຮຮານານລູກຊາຍຂອງເອລີອາຊິບອາໄສຢູ່ ແລະຄ້າງຄືນ ຢູ່ທີ່ນັ້ນທັງໂສກເສົ້າ ແລະຮ້ອງໄຫ້ເພາະຄວາມບໍ່ສັດຊື່ຂອງພວກທີ່ກັບຄືນມາຈາກການເປັນຊະເລີຍໃນຕ່າງຖິ່ນ ເພິ່ນບໍ່ກິນຫລືດື່ມຫຍັງໝົດ.
ຂ້ານ້ອຍເບື່ອໜ່າຍຊີວິດຂອງຕົນເອງ ໂຜດຟັງຄຳຈົ່ມອັນຂົມຂື່ນແດ່ທ້ອນ.
ເນື້ອໜັງຂ້ານ້ອຍບວມຊໍ້າ ເຕັມທົ່ວທັງຕົນຕົວ ຂ້ານ້ອຍກຳລັງໄຂ້ໜັກ ຮ່າງກາຍຮ້ອນດັ່ງໄຟເຜົາໄໝ້.
ຄົນເຈັບປ່ວຍນັ້ນ ເບື່ອທີ່ຈະກິນອາຫານ ແມ່ນແຕ່ອາຫານດີທີ່ສຸດກໍເບິ່ງເປັນໜ້າເບື່ອ.
ລູກໜ້າໜ້ອງໄດ້ລາມໄປທົ່ວທັງຕົວຂ້ອຍເດີ ທີ່ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ຍິງໃສ່ຂ້ອຍ. ພຣະເຈົ້າໄດ້ນຳສິ່ງທີ່ຂ້ອຍຢ້ານກົວທັງໝົດ ລຽນເປັນຖັນແຖວສຸມເຂົ້າມາຕໍ່ສູ້ຂ້ອຍ.
ຊີວິດຂອງຂ້ານ້ອຍເປັນດັ່ງເງົາໃນຕອນແລງ ຂ້ານ້ອຍເປັນດັ່ງຫຍ້າທີ່ຫ່ຽວແຫ້ງ.
ເພາະພຣະອົງຄຽດຮ້າຍກິ້ວໂກດຂ້ານ້ອຍ ອາຫານທີ່ຂ້ານ້ອຍກິນກໍຄືຂີ້ເຖົ່າໄຟເທົ່ານັ້ນ ແລະເຄື່ອງດື່ມກໍຈະປົນກັບນໍ້າຕາ ພຣະອົງຍົກຂ້ານ້ອຍຂຶ້ນແລະໂຍນລົງດ້ວຍ.
ບໍ່ດົນພວກເຂົາຈະຫາຍໄປດັ່ງຕົ້ນຫຍ້າທີ່ຫ່ຽວລົງ ພວກເຂົາຈະຕາຍດັ່ງພືດພັນທີ່ຫ່ຽວແຫ້ງ.
ຢູ່ໃນຕ່າງຖິ່ນພີ້ຂ້ານ້ອຍທຸກລະທົມໃຈ ຈຶ່ງໄດ້ແຕ່ຄິດຄະນຶງຫາພຣະອົງ. ຄື້ນແຫ່ງຄວາມໂສກເສົ້າທີ່ໄດ້ສົ່ງມາສູ່ຈິດໃຈ ດັງສັບສົນວຸ້ນວາຍ ດັ່ງນໍ້າໄຫລຖ້ວມ ດັ່ງນໍ້າຕົກຕາດດັງໄຫລສູ່ແມ່ນໍ້າຈໍແດນ ຈາກພູເຂົາເຮີໂມນແລະຈາກພູມີຊາພຸ້ນ.
ຄຳໝິ່ນປະໝາດເຮັດໃຫ້ຈິດໃຈຂອງຂ້ານ້ອຍເມື່ອຍອິດອ່ອນຫລາຍ ແລະເຮັດໃຫ້ຂ້ານ້ອຍໝົດຫວັງດ້ວຍ. ຂ້ານ້ອຍຫວັງວ່າຈະມີຜູ້ເຫັນອົກເຫັນໃຈ ຫວັງຕໍ່ຜູ້ເລົ້າໂລມໃຈແຕ່ກໍບໍ່ເຫັນປານນີ້.
ເມື່ອຂ້ານ້ອຍຄິດເຖິງພຣະເຈົ້າກໍຖອນຫາຍໃຈ ເມື່ອຄິດຕຶກຕອງກໍອ່ອນກຳລັງໃຈໄປດ້ວຍ.
ຕົ້ນຫຍ້າຫ່ຽວແຫ້ງທັງດອກໄມ້ກໍຫລ່າເຫລືອງ ເມື່ອພຣະເຈົ້າຢາເວສົ່ງລົມພັດມາໃສ່ ມະນຸດເຮົາບໍ່ອາດທົນທານໄດ້ສັນໃດ ຕົ້ນຫຍ້າກໍບໍ່ອາດທົນທານໄດ້ສັນນັ້ນ.
ພຣະອົງຍິງໃສ່ຖືກໜ້າເອິກຊອດຫົວໃຈ ດ້ວຍລູກທະນູຊຶ່ງພຣະອົງມີໃນບັ້ງ
ຂ້ອຍຄິດເຖິງເລື່ອງນີ້ຢ່າງບໍ່ສິ້ນສຸດເປັນ ແລະຈິດວິນຍານຂ້ອຍກໍໝອງເສົ້າ.
ເປັນເວລາສາມວັນ ທີ່ໂຊໂລບໍ່ສາມາດເຫັນຮຸ່ງໄດ້ ແລະທັງບໍ່ໄດ້ກິນແລະບໍ່ໄດ້ດື່ມຫຍັງ.