Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 102:3 - ພຣະຄຳພີສັກສິ

3 ຊີວິດ​ຂອງ​ຂ້ານ້ອຍ​ນັ້ນ​ຫາຍໄປ​ດັ່ງ​ຄວັນໄຟ ຮ່າງກາຍ​ກໍ​ຖືກ​ເຜົາ​ດັ່ງ​ຢູ່​ໃນ​ເຕົາ​ອົບຮ້ອນ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 102:3
11 Jak'a apnaqawi uñst'ayäwi  

ເນື້ອໜັງ​ຂ້ານ້ອຍ​ບວມຊໍ້າ ເຕັມ​ທົ່ວ​ທັງ​ຕົນຕົວ ຂ້ານ້ອຍ​ກຳລັງ​ໄຂ້​ໜັກ ຮ່າງກາຍ​ຮ້ອນ​ດັ່ງ​ໄຟ​ເຜົາໄໝ້.


ຂ້ານ້ອຍ​ໃຊ້​ການ​ບໍ່ໄດ້​ດັ່ງ​ຖົງ​ເຫຼົ້າ​ອະງຸ່ນ​ໄຮ້​ຄ່າ, ແຕ່​ປານນັ້ນ ຂ້ານ້ອຍ​ກໍ​ບໍ່ໄດ້​ລືມໄລ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.


ຂໍ​ແຕ່​ພຣະອົງ​ຢ່າ​ປິ່ນໜ້າ​ໜີ​ຈາກ​ຂ້ານ້ອຍ​ເລີຍ. ຂໍ​ຢ່າ​ຄຽດ ແລະ​ໄລ່​ຜູ້ຮັບໃຊ້​ຂອງ​ພຣະອົງ​ໜີໄປ ພຣະອົງ​ເຄີຍ​ເປັນ​ຜູ້​ຊ່ວຍເຫຼືອ​ເອົາ​ຂ້ານ້ອຍ​ໄວ້ ຂໍ​ຢ່າ​ໜີ​ຈາກ​ແລະ​ຢ່າ​ປະ​ປ່ອຍ​ຂ້ານ້ອຍ​ໄປ​ເລີຍ ໂອ ຂ້າແດ່​ພຣະເຈົ້າ ພຣະຜູ້​ຊ່ວຍ​ໃຫ້​ພົ້ນ​ຂອງ​ຂ້ານ້ອຍ.


ຄວາມທຸກໃຈ​ເຮັດ​ໃຫ້​ຂ້ານ້ອຍ​ອ່ອນເພຍ​ໄປ ການ​ຮ້ອງໄຫ້​ຄວນຄາງ​ກໍ​ເຮັດ​ໃຫ້​ຊີວິດ​ຂອງ​ຂ້ານ້ອຍ​ສັ້ນ​ເຂົ້າ. ຂ້ານ້ອຍ​ອ່ອນແຮງ​ຍ້ອນ​ມີ​ຄວາມ​ເດືອດຮ້ອນ ແມ່ນແຕ່​ກະດູກ​ຂອງ​ຂ້ານ້ອຍ​ກໍ​ຂົດ​ຖືກ​ກັດກິນ​ຈົນ​ຫ້ຽນ.


ພຣະອົງ​ເປັນ​ທີ່​ເພິ່ງ​ແລະ​ທີ່​ປ້ອງກັນ​ຂອງ​ຂ້ານ້ອຍ ໂຜດ​ບອກ​ທາງ​ແລະ​ນຳພາ​ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ດ້ວຍ.


ແຕ່​ຄົນຊົ່ວຮ້າຍ​ຈະ​ຕາຍໄປ​ດັ່ງ​ຄວັນໄຟ​ຫັບຫາຍ ສັດຕູ​ຂອງ​ພຣະເຈົ້າຢາເວ​ຈະ​ດັບ​ໄປ​ດັ່ງ​ດອກໄມ້​ປ່າ.


ຍ້ອນ​ພຣະອົງ​ໂກດຮ້າຍ ຂ້ານ້ອຍ​ຈຶ່ງ​ເຈັບປວດ​ໜັກ ມີ​ພະຍາດ​ທົ່ວ​ທັງ​ກາຍ ເພາະ​ຂ້ານ້ອຍ​ເຮັດ​ບາບ.


ພຣະອົງ​ໄດ້​ສົ່ງ​ໄຟ​ຈາກ​ເບື້ອງ​ເທິງ​ລົງ​ມາ ເປັນ​ໄຟ​ທີ່​ລຸກໄໝ້​ຢູ່​ພາຍ​ໃນ​ຈິດໃຈ​ຂ້ອຍ. ພຣະອົງ​ໄດ້​ຫ້າງແຮ້ວ​ໃສ່​ຂ້ອຍ ແລະ​ເຮັດ​ໃຫ້​ລົ້ມລົງ​ກັບ​ພື້ນດິນ ປະຖິ້ມ​ຂ້ອຍ​ໃຫ້​ເຈັບປວດ​ຢູ່​ຢ່າງນັ້ນ.


ພຣະອົງ​ໄດ້​ໃຫ້​ເນື້ອໜັງ​ຂອງຂ້ອຍ​ເຖົ້າແກ່​ຂື້ນ ກະດູກ​ທັງຫລາຍ​ຂອງ​ຂ້ອຍ ພຣະອົງ​ໄດ້​ຫັກ​ແຕກ​ໄປ.


ພວກເຈົ້າ​ບໍ່​ຮູ້​ວ່າ ຊີວິດ​ຂອງ​ພວກເຈົ້າ​ຈະ​ເປັນ​ຢ່າງ​ໃດ​ໃນ​ມື້ອື່ນ? ພວກເຈົ້າ​ເປັນ​ດັ່ງ​ໝອກ​ທີ່​ປາກົດ​ຢູ່​ພຽງ​ຊົ່ວຄາວ ແລ້ວ​ກໍ​ຈາງຫາຍ​ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka