26 ຟ້າດິນຈະສະຫລາຍແຕ່ພຣະອົງຈະດຳລົງຢູ່ ສິ່ງເຫຼົ່ານີ້ຈະເກົ່າແລະຂາດໄປດັ່ງເຄື່ອງນຸ່ງຫົ່ມ. ພຣະອົງຈະໂຍນມັນຖິ້ມດັ່ງໂຍນເຄື່ອງນຸ່ງອອກໄປ ແລະມັນກໍຈະສູນຫາຍສະຫລາຍໄປສິ້ນ.
ແລະພາວັນນາອະທິຖານວ່າ, “ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າແຫ່ງຊາດອິດສະຣາເອນເອີຍ ພຣະອົງນັ່ງຢູ່ເທິງບັນລັງຂອງພຣະອົງເໜືອເຄຣຸບ ພຣະອົງເທົ່ານັ້ນເປັນພຣະເຈົ້າທີ່ປົກຄອງທຸກອານາຈັກທົ່ວໂລກນີ້. ພຣະອົງໄດ້ສ້າງສະຫວັນ ແລະແຜ່ນດິນໂລກ.
ເມື່ອເຮົາສ້າງຈັກກະວານນັ້ນ ເຈົ້າຢູ່ບ່ອນນັ້ນບໍ? ຖ້າເຈົ້າຮູ້ຫລວງຫລາຍ ຈົ່ງບອກເຮົາມາເບິ່ງ.
ຂ້າແດ່ພຣະເຈົ້າຢາເວ ແຕ່ພຣະອົງເປັນກະສັດສືບໄປ ທຸກຊົ່ວເຊັ່ນຄົນຈະລະນຶກເຖິງພຣະນາມຂອງພຣະອົງຢູ່ບໍ່ຂາດ.
ພຣະເຈົ້າໄດ້ກ່າວຕໍ່ໂມເຊວ່າ, “ເຮົາເປັນຜູ້ເຮົາເປັນ ເຈົ້າຈົ່ງບອກຊາວອິດສະຣາເອນດັ່ງນີ້: ‘ຜູ້ທີ່ເອີ້ນຊື່ວ່າ ເຮົາເປັນ’ ສົ່ງຂ້ອຍມາຫາພວກເຈົ້າ.”
ດວງອາທິດ, ດວງຈັນ ແລະດວງດາວທັງຫລາຍຈະໝຸ່ນເປັນຂີ້ຝຸ່ນດິນ. ທ້ອງຟ້າຈະດັບສູນໄປດັ່ງໜັງສືມ້ວນທີ່ໄດ້ມ້ວນໄວ້ ແລະດວງດາວຈະຕົກລົງດັ່ງໃບໄມ້ທີ່ຫລົ່ນຈາກເຄືອອະງຸ່ນແລະກົກໝາກເດື່ອ.
ຈົ່ງແນມຂຶ້ນສູ່ຟ້າສະຫວັນແລະເບິ່ງທີ່ແຜ່ນດິນໂລກດູ, ຟ້າສະຫວັນຈະສູນຫາຍໄປດັ່ງຄວັນໄຟຟົ້ງຂຶ້ນ; ສ່ວນແຜ່ນດິນໂລກດັ່ງເຄື່ອງນຸ່ງເກົ່າຂາດໄປ ທຸກຄົນໃນໂລກກໍຈະຕາຍໄປສິ້ນ. ແຕ່ຄວາມຊ່ວຍໃຫ້ພົ້ນຂອງເຮົາຈະດຳລົງຢູ່ສືບໆໄປ, ຄວາມຊອບທຳຂອງເຮົາກໍຈະບໍ່ສິ້ນສຸດເລີຍ.
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ເຮົາກຳລັງສ້າງຟ້າສະຫວັນໃໝ່ແລະແຜ່ນດິນໂລກໃໝ່. ເຫດການຕ່າງໆໃນອະດີດຈະຖືກລືມໄລໄປຢ່າງໝົດສິ້ນ.
ພຣະເຈົ້າຢາເວກ່າວວ່າ, “ຟ້າສະຫວັນໃໝ່ແລະແຜ່ນດິນໂລກໃໝ່ ຈະຍືນຍົງຄົງຢູ່ຕໍ່ໜ້າເຮົາສັນໃດ ເຊື້ອສາຍແລະນາມຊື່ຂອງພວກເຈົ້າກໍຈະຍືນຍົງຄົງຢູ່ສັນນັ້ນ.”
ຟ້າແລະດິນກໍຈະລ່ວງພົ້ນໄປ, ແຕ່ຖ້ອຍຄຳຂອງເຮົາຈະບໍ່ລ່ວງພົ້ນໄປຈັກເທື່ອ.”
ຟ້າແລະດິນຈະລ່ວງພົ້ນໄປ, ແຕ່ຖ້ອຍຄຳຂອງເຮົາຈະບໍ່ລ່ວງພົ້ນໄປຈັກເທື່ອ.”
ເພາະວ່າສັບພະສິ່ງເຫຼົ່ານັ້ນ ໄດ້ຕົກຢູ່ໃຕ້ອຳນາດຂອງອະນິຈັງ ບໍ່ແມ່ນຕາມໃຈມັກຂອງມັນເອງ, ແຕ່ແມ່ນຕາມທີ່ພຣະເຈົ້າໃຫ້ມັນຕົກຢູ່ນັ້ນ, ໂດຍມີຄວາມຫວັງໃຈວ່າ
ແລ້ວຂ້າພະເຈົ້າກໍໄດ້ເຫັນພຣະບັນລັງໃຫຍ່ສີຂາວ ທັງເຫັນພຣະອົງຜູ້ທີ່ນັ່ງຢູ່ເທິງບັນລັງນັ້ນ. ເມື່ອພຣະອົງຊົງປາກົດ, ແຜ່ນດິນໂລກ ແລະທ້ອງຟ້າກໍພ່າຍໜີ ແລະບ່ອນຢູ່ສຳລັບແຜ່ນດິນໂລກ ແລະທ້ອງຟ້ານັ້ນກໍບໍ່ເຫັນອີກ.
ແລ້ວຂ້າພະເຈົ້າກໍໄດ້ເຫັນສະຫວັນໃໝ່ແລະແຜ່ນດິນໂລກໃໝ່ ເພາະວ່າສະຫວັນເດີມແລະແຜ່ນດິນໂລກເດີມນັ້ນ ກໍໄດ້ລ່ວງໄປແລ້ວ ແລະທະເລກໍບໍ່ມີເໝືອນກັນ.