Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 102:22 - ພຣະຄຳພີສັກສິ

22 ເມື່ອ​ບັນດາ​ຊົນຊາດ​ແລະ​ອານາຈັກ​ມາ​ຮວມກັນ ເພື່ອ​ນ້ອມ​ນະມັດສະການ​ພຣະເຈົ້າຢາເວ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 102:22
11 Jak'a apnaqawi uñst'ayäwi  

ຢູດາ ຈະ​ຖື​ຕາ​ຕັ້ງ​ອຳນາດ​ແຫ່ງ​ຣາຊາ ສືບ​ຮອດ​ຍາດ​ວົງ​ໃຫ້​ເຊື້ອສາຍ​ຄອງ​ອຳນາດ ຈົນ​ມີ​ຫລາຍ​ຊົນຊາດ​ອາສາ​ຫາ​ຂອງຂວັນ​ມາ​ຖວາຍ​ແດ່ ແລະ​ກົ້ມ​ຂາບລົງ​ໄຫວ້​ເຈົ້າ​ຝູງ​ຄົນ​ເຝົ້າ​ເຊື່ອຟັງ.


ທຸກ​ມູມໂລກ ທຸກ​ຊົນຊາດ​ຈະ​ຄິດເຖິງ​ແລະ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ ທຸກ​ເຊື້ອຊາດ​ພາສາ​ຈະ​ນະມັດສະການ​ພຣະອົງ.


ພວກ​ທີ່​ເຝົ້າຍາມ​ກໍ​ໂຮຮ້ອງ​ດ້ວຍ​ສຽງດັງ​ກ້ອງ ພວກເຂົາ​ຊົມຊື່ນ​ຍິນດີ​ຈຶ່ງ​ພາກັນ​ໂຮຮ້ອງ ພວກເຂົາ​ສາມາດ​ເຫັນ​ໄດ້​ດ້ວຍ​ຕາ​ຂອງ​ພວກເຂົາ​ເອງ ການ​ກັບ​ມາ​ສູ່​ພູເຂົາ​ຊີໂອນ​ຂອງ​ພຣະເຈົ້າຢາເວ.


ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ເປັ່ງ​ສຽງ​ຮ້ອງ​ຍິນດີ ເຈົ້າ​ຜູ້​ທີ່​ເປັນ​ເມືອງ​ເພພັງ​ແລະ​ຮົກຮ້າງ ພຣະເຈົ້າຢາເວ​ຈະ​ຊົງໄຖ່​ເອົາ​ນະຄອນ​ເຢຣູຊາເລັມ ທັງ​ຈະ​ອອຍໃຈ​ປະຊາຊົນ​ຂອງ​ພຣະອົງ​ດ້ວຍ.


ຂ່າວປະເສີດ​ຂອງ​ຣາຊອານາຈັກ​ນີ້​ຈະ​ໄດ້​ປະກາດ​ໄປ​ທົ່ວ​ໂລກ ເພື່ອ​ເປັນ​ຄຳ​ພະຍານ​ແກ່​ຄົນ​ທຸກ​ຊາດ ແລ້ວ​ທີ່ສຸດປາຍ​ຈະ​ມາ​ເຖິງ.”


ຄື​ດ້ວຍ​ຣິດອຳນາດ​ແຫ່ງ​ໝາຍສຳຄັນ ແລະ​ການ​ອັດສະຈັນ​ຕ່າງໆ ແລະ​ຣິດເດດອຳນາດ​ຂອງ​ພຣະວິນຍານ​ຂອງ​ພຣະເຈົ້າ ຈົນ​ເຮົາ​ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ພຣະຄຣິດ​ຢ່າງ​ຄົບຖ້ວນ ຕັ້ງແຕ່​ນະຄອນ​ເຢຣູຊາເລັມ ອ້ອມ​ໄປ​ຮອດ​ແຂວງ​ອີລີຣິກົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka