21 ດັ່ງນັ້ນ ພຣະນາມຂອງພຣະເຈົ້າຢາເວຈຶ່ງຈະຖືກປະກາດໃນພູເຂົາຊີໂອນ ແລະຈະເປັນທີ່ຍ້ອງຍໍສັນລະເສີນໃນນະຄອນເຢຣູຊາເລັມ.
ຂ້ານ້ອຍຈະປະກາດພຣະນາມຂອງພຣະອົງ ຕໍ່ພວກພີ່ນ້ອງຂອງຂ້ານ້ອຍທີ່ພຣະອົງໄດ້ຊົງກະທຳ ແລ້ວຂ້ານ້ອຍຈະສັນລະເສີນພຣະອົງໃນທີ່ປະຊຸມຂອງພວກເຂົາວ່າ
ຂໍຊົງໂຜດຟັງສຽງເຈັບປວດຄວນຄາງຂອງພວກນັກໂທດ ແລະໂດຍຣິດອຳນາດອັນຍິ່ງໃຫຍ່ ໂຜດໄວ້ຊີວິດຜູ້ຖືກໂທດປະຫານ.
ແລ້ວພວກຂ້ານ້ອຍທີ່ເປັນປະຊາຊົນຂອງພຣະອົງນັ້ນ ຄືເປັນຝູງແກະຂອງພຣະອົງຈະໂມທະນາຂອບພຣະຄຸນພຣະອົງ ຕະຫລອດໄປເປັນນິດ ແລະຈະຍ້ອງຍໍສັນລະເສີນພຣະອົງ ທຸກຍຸກທຸກສະໄໝ.
ບັດນີ້ ເຈົ້າຈົ່ງໄປປະຊຸມກັບບັນດາຜູ້ນຳຂອງຊົນຊາດອິດສະຣາເອນ ແລະບອກພວກເຂົາວ່າ, ‘ພຣະເຈົ້າຢາເວ ພຣະເຈົ້າຂອງປູ່ຍ່າຕາຍາຍຂອງພວກເຈົ້າ ພຣະເຈົ້າຂອງອັບຣາຮາມ, ອີຊາກ ແລະຢາໂຄບ ໄດ້ປາກົດແກ່ຂ້ອຍ. ແລະກ່າວວ່າ: ເຮົາໄດ້ມາຫາພວກເຈົ້າ ແລະໄດ້ເຫັນສິ່ງທີ່ຊາວເອຢິບໄດ້ເຮັດຕໍ່ພວກເຈົ້າ.
ເຮົາຕັດສິນໃຈແລ້ວວ່າ ຈະນຳພວກເຈົ້າອອກໄປຈາກປະເທດເອຢິບ ບ່ອນທີ່ພວກເຈົ້າທົນທຸກຢູ່ນີ້ ແລະເຮົາຈະນຳພາພວກເຈົ້າເຂົ້າໄປສູ່ດິນແດນທີ່ອຸດົມສົມບູນ ແລະຮັ່ງມີຄື: ດິນແດນຂອງຊາວການາອານ, ຊາວຮິດຕີ, ຊາວອາໂມ, ຊາວເປຣີຊີ, ຊາວຮີວີ ແລະຊາວເຢບຸດ.’
ພວກທີ່ພຣະເຈົ້າຢາເວໄດ້ຊ່ວຍກູ້ກໍເຖິງນະຄອນເຢຣູຊາເລັມ ເບີກບານໃຈທັງຮ້ອງລຳທຳເພງດ້ວຍ. ພວກເຂົາຈະມີຄວາມສຸກຕະຫລອດໄປ ຈະບໍ່ໂສກເສົ້າເຫງົາໃຈອີກຈັກເທື່ອ.
ຈົ່ງຖວາຍພຣະກຽດຕິຍົດແດ່ພຣະເຈົ້າໃນຄຣິສຕະຈັກ ແລະໃນພຣະຄຣິດເຈົ້າເຢຊູ ທຸກຍຸກທຸກສະໄໝຕະຫລອດໄປເປັນນິດເທີ້ນ ອາແມນ.
ແຕ່ຝ່າຍເຈົ້າທັງຫລາຍ ເປັນຊາດທີ່ພຣະເຈົ້າຊົງເລືອກໄວ້ແລ້ວ ເປັນປະໂຣຫິດຫລວງ ເປັນປະຊາຊາດບໍຣິສຸດ ເປັນພົນລະເມືອງຂອງພຣະເຈົ້າ ເພື່ອເຈົ້າທັງຫລາຍຈະໄດ້ປະກາດພຣະບາລະມີຂອງພຣະອົງ ຜູ້ໄດ້ຊົງເອີ້ນພວກເຈົ້າໃຫ້ອອກມາຈາກຄວາມມືດ ເຂົ້າໄປສູ່ຄວາມສະຫວ່າງອັນມະຫັດສະຈັນຂອງພຣະອົງ.