Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 102:19 - ພຣະຄຳພີສັກສິ

19 ພຣະເຈົ້າຢາເວ​ແລເບິ່ງ​ຈາກ​ບ່ອນ​ບໍຣິສຸດ​ທີ່ສູງ ຄື​ເບິ່ງ​ແຜ່ນດິນ​ໂລກ​ເຮົາ​ຈາກ​ສະຫວັນ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 102:19
10 Jak'a apnaqawi uñst'ayäwi  

ຂໍໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຂົາ​ດ້ວຍ. ທີ່​ສະຫວັນ​ບ່ອນ​ພຣະອົງ​ສະຖິດ​ຢູ່ ຂໍໂຜດ​ຟັງ​ແລະ​ຍົກໂທດ ແລະ​ຊ່ວຍເຫລືອ​ພວກເຂົາ​ດ້ວຍ​ເທີ້ນ. ພຣະອົງ​ເທົ່ານັ້ນ​ທີ່​ຮູ້ຈັກ​ຄວາມຄິດ​ໃນ​ຈິດໃຈ​ມະນຸດ. ຂໍໂຜດ​ເຮັດ​ກັບ​ແຕ່ລະຄົນ​ຕາມ​ທີ່​ເຂົາ​ສົມຄວນ​ຈະ​ໄດ້​ຮັບ​ດ້ວຍ​ເທີ້ນ.


ຂໍໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ເຂົາ​ດ້ວຍ. ທີ່​ສະຫວັນ​ບ່ອນ​ພຣະອົງ​ສະຖິດ​ຢູ່ ຂໍໂຜດ​ຟັງ​ເຂົາ ແລະ​ເຮັດ​ຕາມ​ທີ່​ເຂົາ​ຮ້ອງຂໍ​ດ້ວຍ​ເທີ້ນ ເພື່ອ​ວ່າ​ປະຊາຊົນ​ທົ່ວໂລກ​ຈະ​ຮູ້ຈັກ​ພຣະນາມ​ຂອງ​ພຣະອົງ ແລະ​ຢຳເກງ​ພຣະອົງ, ເໝືອນດັ່ງ​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້​ວ່າ​ວິຫານ​ທີ່​ຂ້ານ້ອຍ​ໄດ້​ສ້າງ​ນີ້ ແມ່ນ​ບ່ອນ​ທີ່​ຮ້ອງຂໍ​ອອກ​ນາມຊື່​ຂອງ​ພຣະອົງ.


ສາຍຕາ​ຂອງ​ພຣະເຈົ້າຢາເວ​ໄດ້​ເຝົ້າເບິ່ງ​ທົ່ວໂລກນີ້​ທັງໝົດ ເພື່ອ​ໃຫ້​ກຳລັງ​ແກ່​ຜູ້​ທີ່​ມີ​ຈິດໃຈ​ສັດຊື່​ຕໍ່​ພຣະອົງ. ທ່ານ​ໄດ້​ເຮັດ​ໃນ​ສິ່ງ​ທີ່​ໂງ່ຈ້າ​ທີ່ສຸດ; ສະນັ້ນ ຕັ້ງແຕ່​ບັດນີ້​ໄປ ທ່ານ​ຈະ​ເຮັດ​ເສິກ​ຢູ່​ບໍ່​ຂາດ.”


ພຣະເຈົ້າ​ບໍ່ໄດ້​ສະຖິດ​ຢູ່​ທີ່​ຟ້າ​ສະຫວັນ​ບ່ອນ​ສູງສຸດ​ບໍ? ແລະ​ແນມ​ເບິ່ງ​ໝູ່​ດວງດາວ​ທີ່​ຢູ່​ບ່ອນ​ສູງໆ​ພຸ້ນ?


ພຣະເຈົ້າຢາເວ​ຫລຽວ​ເບິ່ງ​ມະນຸດ​ຈາກ​ສະຫວັນ ວ່າ​ມີ​ໃຜ​ແດ່​ທີ່​ສະຫລາດ ມີ​ໃຜ​ແດ່​ທີ່​ຊອກ​ສະແຫວງ​ຫາ​ພຣະອົງ.


ພວກເຂົາ​ຄື​ປະຊາຊົນ​ທີ່​ເຮົາ​ເລືອກ​ສຳລັບ​ເຮົາ​ເອງ ແລະ​ພວກເຂົາ​ຈະ​ຮ້ອງເພງ​ຍົກຍໍ​ເຮົາ​ທັງນັ້ນ.”


ຈົ່ງ​ຫລຽວ​ລົງ​ມາ​ຈາກ​ບ່ອນ​ບໍຣິສຸດ​ຂອງ​ພຣະອົງ, ຈາກ​ສະຫວັນ ແລະ​ອວຍພອນ​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ​ເທີ້ນ; ຈົ່ງ​ອວຍພອນ​ດິນແດນ​ອັນ​ອຸດົມສົມບູນ​ແລະ​ຮັ່ງມີ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ນັ້ນ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກ​ຂ້ານ້ອຍ​ດ້ວຍ​ເທີ້ນ.’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka