18 ຈົ່ງບັນທຶກສິ່ງທີ່ຊົງກະທຳໃຫ້ແກ່ຄົນລຸ້ນຫລັງ ເພື່ອວ່າຄົນທີ່ບໍ່ທັນເກີດມາຈະໄດ້ຍ້ອງຍໍສັນລະເສີນພຣະເຈົ້າຢາເວ.
ຈົ່ງສັງເກດເບິ່ງກຳແພງເມືອງແລະກວດກາເບິ່ງປ້ອມປ້ອງກັນເມືອງ ເພື່ອພວກເຈົ້າຈະບອກຄົນລຸ້ນຫລັງຕໍ່ໆໄປໄດ້ວ່າ,
ໂອ ຟ້າສະຫວັນກັບແຜ່ນດິນໂລກເອີຍ ທະເລກັບທຸກສິ່ງໃນນັ້ນເອີຍ ຈົ່ງຍ້ອງຍໍສັນລະເສີນພຣະອົງ
ຂ້າແດ່ພຣະເຈົ້າເອີຍ ບັດນີ້ຂ້ານ້ອຍເຖົ້າແກ່ ແລະຜົມຫງອກກໍຫລາຍແລ້ວ ຂໍຢ່າປະຖິ້ມຂ້ານ້ອຍໄປເລີຍ ໃນຂະນະທີ່ຂ້ານ້ອຍປະກາດເຖິງຣິດອຳນາດ ແລະຄວາມຍິ່ງໃຫຍ່ຂອງພຣະອົງແກ່ຄົນລຸ້ນຕໍ່ໄປຟັງ ຂໍພຣະອົງຢູ່ນຳຂ້ານ້ອຍດ້ວຍ.
ແລ້ວພຣະເຈົ້າຢາເວກໍບອກໂມເຊວ່າ, “ຈົ່ງບັນທຶກເລື່ອງໄຊຊະນະນີ້ໄວ້ ເພື່ອຈະໄດ້ຈົດຈຳຕະຫລອດໄປ. ຈົ່ງບອກໂຢຊວຍວ່າ ເຮົາຈະທຳລາຍຊາວອາມາເຫຼັກໃຫ້ກ້ຽງ.”
ພວກເຂົາຄືປະຊາຊົນທີ່ເຮົາເລືອກສຳລັບເຮົາເອງ ແລະພວກເຂົາຈະຮ້ອງເພງຍົກຍໍເຮົາທັງນັ້ນ.”
ຄືທຸກຄົນທີ່ຖືກເອີ້ນຕາມນາມຊື່ຂອງເຮົາ ແລະທີ່ເຮົາໄດ້ສ້າງພວກເຂົາເພື່ອເຜີຍສະຫງ່າຣາສີຂອງເຮົາ, ທີ່ເຮົາໄດ້ສ້າງແລະໄດ້ກະທຳໄວ້.”
ຂ້າພະເຈົ້າໄດ້ເຂົ້າໃຈຈຳນວນປີໃນໜັງສືຕ່າງໆທີ່ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ກ່າວໄວ້ກັບຜູ້ທຳນວາຍເຢເຣມີຢາວ່າ ນະຄອນເຢຣູຊາເລັມຕ້ອງຕົກໃນສະພາບຮົກຮ້າງເພພັງເປັນເວລາເຈັດສິບປີ.
ການທີ່ໄດ້ຈົດເຫດການເຫຼົ່ານີ້ໄວ້ເພື່ອເຈົ້າທັງຫລາຍຈະໄດ້ເຊື່ອ ວ່າພຣະເຢຊູເຈົ້າເປັນພຣະຄຣິດພຣະບຸດຂອງພຣະເຈົ້າ ແລະໂດຍທາງຄວາມເຊື່ອໃນພຣະນາມຂອງພຣະອົງນັ້ນ ພວກເຈົ້າຈະມີຊີວິດ.
ທຸກສິ່ງທີ່ມີຄຳຂຽນໄວ້ໃນພຣະຄຳພີ ກໍມີໄວ້ເພື່ອສັ່ງສອນພວກເຮົາ ເພື່ອວ່າພວກເຮົາຈະມີຄວາມຫວັງດ້ວຍຄວາມອົດທົນ ແລະມີຄວາມຊູໃຈ ດ້ວຍພຣະຄຳພີທີ່ໄດ້ກ່າວໄວ້ນັ້ນ.
ເຫດການທັງໝົດເຫຼົ່ານີ້ ໄດ້ເກີດຂຶ້ນແກ່ບັນພະບຸລຸດຂອງພວກເຮົາ ກໍເພື່ອເປັນຕົວຢ່າງໃຫ້ແກ່ຜູ້ອື່ນ ແລະໄດ້ບັນທຶກເຫດການທັງໝົດນີ້ໄວ້ ເພື່ອເຕືອນສະຕິພວກເຮົາ ຊຶ່ງຢູ່ໃນຍຸກສຸດທ້າຍທີ່ກຳລັງຈະມາເຖິງ.
ເພາະວ່າ ເຮົາທັງຫລາຍເປັນສີພຣະຫັດຂອງພຣະອົງ ທີ່ຊົງສ້າງຂຶ້ນໃນພຣະຄຣິດເຈົ້າເຢຊູ ເພື່ອໃຫ້ປະກອບການດີ ຊຶ່ງພຣະເຈົ້າໄດ້ຊົງຈັດຕຽມລ່ວງໜ້າໄວ້ກ່ອນແລ້ວ ເພື່ອໃຫ້ເຮົາທັງຫລາຍໄດ້ປະຕິບັດຕາມ.
ແລະຂ້າພະເຈົ້າຈະພະຍາຍາມຫາທາງໃຫ້ເຈົ້າທັງຫລາຍ ລະນຶກເຖິງສິ່ງເຫຼົ່ານີ້ໄດ້ທຸກເວລາ ເມື່ອຂ້າພະເຈົ້າຈາກໂລກນີ້ໄປແລ້ວ.