ເພງ^ສັນລະເສີນ 102:16 - ພຣະຄຳພີສັກສິ16 ເມື່ອພຣະເຈົ້າຢາເວສ້າງຊີໂອນຂຶ້ນໃຫມ່ ພຣະອົງຈະປາກົດດ້ວຍສະຫງ່າຣາສີຂອງພຣະອົງ. Uka jalj uñjjattʼäta |
ເພື່ອໃຫ້ພວກທີ່ໄວ້ທຸກທີ່ເທິງພູເຂົາຊີໂອນ ໄດ້ຊົມຊື່ນຍິນດີແທນທີ່ຈະໂສກເສົ້າ; ພວກເຂົາຈະຮ້ອງເພງສັນລະເສີນພຣະເຈົ້າໃດ ແທນທີ່ຈະເສົ້າໂສກເສຍໃຈຢູ່ເລື້ອຍໆ. ພວກເຂົາຈະເປັນດັ່ງຕົ້ນໄມ້ທີ່ພຣະເຈົ້າຢາເວໄດ້ປູກໄວ້ເອງ ພວກເຂົາທຸກຄົນຈະກະທຳແຕ່ສິ່ງທີ່ຖືກຕ້ອງ ແລະພຣະເຈົ້າກໍຈະໄດ້ຮັບຄຳຍ້ອງຍໍສັນລະເສີນ ສຳລັບສິ່ງທີ່ພຣະອົງໄດ້ກະທຳມານັ້ນ.
“ຂໍໃຫ້ຄຳສາບແຊ່ງຕົກຖືກຄົນຂີ້ໂກງ ຜູ້ຖວາຍສັດທີ່ໜ້າຂີ້ດຽດແກ່ເຮົາ ເມື່ອຢູ່ໃນຝູງມີສັດໂຕດີທີ່ຕົນໄດ້ສັນຍາວ່າຈະຖວາຍໃຫ້ແກ່ອົງພຣະຜູ້ເປັນເຈົ້າ ດ້ວຍວ່າ, ເຮົາເປັນກະສັດຜູ້ຍິ່ງໃຫຍ່ ແລະນາມຊື່ຂອງເຮົາເປັນທີ່ຢຳເກງໃນທ່າມກາງບັນດາປະຊາຊາດ.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນແຫຼະ.