Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 102:11 - ພຣະຄຳພີສັກສິ

11 ຊີວິດ​ຂອງ​ຂ້ານ້ອຍ​ເປັນ​ດັ່ງ​ເງົາ​ໃນ​ຕອນແລງ ຂ້ານ້ອຍ​ເປັນ​ດັ່ງ​ຫຍ້າ​ທີ່​ຫ່ຽວແຫ້ງ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 102:11
12 Jak'a apnaqawi uñst'ayäwi  

ພວກເຮົາ​ໃຫຍ່ ແລະ​ຫ່ຽວແຫ້ງ​ໄປ​ດັ່ງ​ດອກໄມ້​ປ່າ ພວກເຮົາ​ສູນສິ້ນ​ຫາຍໄປ​ເໝືອນດັ່ງ​ເງົາ.


ພຣະອົງ​ໃຊ້​ໄມ້​ຕີ​ຂ້ອຍ​ທຸກປ່ອງ​ທຸກແຈ ແລະ​ໃຫ້​ຄວາມຫວັງ​ຫ່ຽວແຫ້ງ​ຕາຍ​ດັ່ງ​ຕົ້ນໄມ້.


ຂ້ານ້ອຍ​ເກືອບ​ສາບສູນ​ໄປ​ເປັນ​ດັ່ງ​ເງົາ​ໃນ​ຕອນຄໍ່າ​ນັ້ນ ຂ້ານ້ອຍ​ຖືກ​ພັດ​ໃຫ້​ໜີໄປ​ດັ່ງ​ແມງໄມ້.


ມະນຸດ​ນັ້ນ​ເປັນ​ເໝືອນ​ດັ່ງ​ລົມຫາຍໃຈ ວັນ​ທັງຫລາຍ​ຂອງ​ເຂົາ​ກໍ​ເໝືອນ​ດັ່ງ​ເງົາມືດ​ຜ່ານ​ກາຍໄປ​ນັ້ນ.


ຊີວິດ​ມະນຸດ​ຜ່ານ​ພົ້ນ​ໄປ​ດັ່ງ​ເງົາ. ໃຜ​ຮູ້​ໄດ້​ແດ່​ວ່າ​ມີ​ຫຍັງ​ດີ​ສຳລັບ​ມະນຸດ​ຢູ່​ໃນ​ໂລກ​ອະນິຈັງ​ອັນ​ສັ້ນໆ​ນີ້? ໃຜ​ຮູ້​ໄດ້​ແດ່​ວ່າ​ຈະ​ມີ​ຫຍັງ​ເກີດຂຶ້ນ​ຢູ່​ໃຕ້​ດວງ​ຕາເວັນ ຫລັງຈາກ​ທີ່​ລາວ​ຕາຍໄປ​ແລ້ວ?


ຂ້ອຍ​ຄື​ຜູ້ໜຶ່ງ​ທີ່​ຮູ້​ວ່າ​ຖືກ​ລຳບາກ​ເປັນ​ຢ່າງໃດ ຖືກ​ລຳບາກ​ເພາະ​ພຣະເຈົ້າ​ໄດ້​ລົງໂທດ.


ແຕ່​ໃຫ້​ຄົນ​ຮັ່ງມີ ຈົ່ງ​ອວດອ້າງ​ໃນ​ການ​ທີ່​ພຣະເຈົ້າ​ຊົງ​ໃຫ້​ຕົກຕໍ່າ​ລົງ ເພາະວ່າ​ຕົນ​ຈະ​ຕ້ອງ​ລ່ວງລັບ​ໄປ​ເໝືອນດັ່ງ​ດອກ​ຫຍ້າ.


ພວກເຈົ້າ​ບໍ່​ຮູ້​ວ່າ ຊີວິດ​ຂອງ​ພວກເຈົ້າ​ຈະ​ເປັນ​ຢ່າງ​ໃດ​ໃນ​ມື້ອື່ນ? ພວກເຈົ້າ​ເປັນ​ດັ່ງ​ໝອກ​ທີ່​ປາກົດ​ຢູ່​ພຽງ​ຊົ່ວຄາວ ແລ້ວ​ກໍ​ຈາງຫາຍ​ໄປ.


ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ມະນຸດ​ທຸກຄົນ ເປັນ​ດັ່ງ​ຕົ້ນຫຍ້າ ແລະ​ສະຫງ່າຣາສີ​ຂອງ​ພວກເຂົາ ກໍ​ເປັນ​ດັ່ງ​ດອກ​ຫຍ້າ ຕົ້ນຫຍ້າ​ຫ່ຽວແຫ້ງ​ໄປ ແລະ​ດອກ​ມັນ​ກໍ​ລ່ວງ​ຫລົ່ນ​ໄປ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka