ເພງ^ສັນລະເສີນ 101:7 - ພຣະຄຳພີສັກສິ7 ຈະບໍ່ມີຄົນຂີ້ຕົວະເຫຼືອຢູ່ໃນວັງຂອງຂ້ານ້ອຍເລີຍ ຄົນໜ້າຊື່ໃຈຄົດຈະຢູ່ຕໍ່ໜ້າຂ້ານ້ອຍບໍ່ໄດ້. Uka jalj uñjjattʼäta |
ເຮົາໃກ້ຈະລົງໂທດພວກເຈົ້າ ຄືພວກຜູ້ທຳນວາຍທີ່ມີນິມິດຈອມປອມ ແລະເວົ້າຄຳທຳນວາຍທີ່ນຳໄປສູ່ທາງຜິດ. ພວກເຈົ້າຈະບໍ່ໄດ້ຢູ່ໃນທີ່ນັ້ນ ເມື່ອປະຊາຊົນຂອງເຮົາມາປະຊຸມກັນ; ຊື່ພວກເຈົ້າຈະບໍ່ໄດ້ລວມເຂົ້າ ໃນບັນຊີລາຍຊື່ຂອງພົນລະເມືອງຂອງຊາດອິດສະຣາເອນ; ພວກເຈົ້າຈະບໍ່ໄດ້ກັບຄືນເມືອສູ່ດິນແດນຂອງພວກເຈົ້າອີກ. ແລ້ວພວກເຈົ້າກໍຈະຮູ້ວ່າເຮົາແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າ.