Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 101:6 - ພຣະຄຳພີສັກສິ

6 ຂ້ານ້ອຍ​ຈະ​ເຫັນ​ພ້ອມ​ກັບ​ຄົນ​ສັດຊື່​ຕໍ່​ພຣະອົງ ແລະ​ຈະ​ໃຫ້​ພວກເຂົາ​ອາໄສ​ຢູ່​ກັບ​ຂ້ານ້ອຍ. ຄົນ​ທີ່​ດຳເນີນ​ຊີວິດ​ຢ່າງ​ສັດຊື່​ແທ້ຈິງ ກໍ​ຈະ​ໄດ້​ຮັບ​ອະນຸຍາດ​ໃຫ້​ຮັບໃຊ້​ຂ້ານ້ອຍ​ໄດ້.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 101:6
16 Jak'a apnaqawi uñst'ayäwi  

ຂ້ານ້ອຍ​ເປັນ​ເພື່ອນ​ກັບ​ທຸກຄົນ​ທີ່​ຮັບໃຊ້​ພຣະອົງ ແລະ​ກັບ​ທຸກຄົນ​ທີ່​ເຊື່ອຟັງ​ກົດບັນຍັດ​ດ້ວຍ.


ລາວ​ດູຖູກ​ຄົນ​ທີ່​ພຣະເຈົ້າ​ປະຕິເສດ​ເຂົາ ແຕ່​ໃຫ້ກຽດ​ຄົນ​ທີ່​ຢຳເກງ​ພຣະເຈົ້າຢາເວ. ລາວ​ເຮັດ​ຕາມ​ທີ່​ຕົນ​ໄດ້​ສັນຍາ​ໄວ້​ສະເໝີ ເຖິງ​ວ່າ​ຕົນ​ຈະ​ເປັນ​ຝ່າຍ​ເສຍ​ຜົນປະໂຫຍດ​ກໍຕາມ.


ພຣະເຈົ້າຢາເວ​ເຝົ້າເບິ່ງ​ຄົນ​ຊອບທຳ ແລະ​ຟັງ​ຄຳຮ້ອງຂໍ​ຂອງ​ເຂົາເຈົ້າ,


ເມື່ອ​ຄົນ​ບໍ່​ດີ​ຄອງ​ອຳນາດ​ປະຊາຊົນ​ກໍ​ຫລົບລີ້​ຊ້ອນຕົວ, ແຕ່​ເມື່ອ​ລາວ​ໝົດ​ອຳນາດ​ໄປ​ຄົນ​ຊອບທຳ​ຈະ​ຂຶ້ນ​ປົກຄອງ​ແທນທີ່.


ເມື່ອ​ຄົນ​ຊອບທຳ​ຄອງ​ອຳນາດ ປະຊາຊົນ​ກໍ​ເປັນ​ສຸກ ແຕ່​ເມື່ອ​ຄົນ​ອະທຳ​ຄອງ​ອຳນາດ​ປະຊາຊົນ​ກໍ​ເປັນທຸກ.


ແລ້ວ​ໃຫ້​ເອົາ​ຫີນ​ກ້ອນ​ໃໝ່​ມາ​ອັດ​ກ້ອນ​ທີ່​ໄດ້​ເຈາະ​ອອກ​ໄປ​ນັ້ນ ແລະ​ເອົາ​ປູນ​ມາ​ໂບກ​ຝາ​ເຮືອນ​ໃໝ່​ອີກ.


“ເຫດສະນັ້ນ ແມ່ນ​ຜູ້ໃດ​ທີ່​ເປັນ​ຄົນ​ຮັບໃຊ້​ສັດຊື່​ແລະ​ສະຫລາດ? ກໍ​ແມ່ນ​ຜູ້​ທີ່​ນາຍ​ຂອງຕົນ​ມອບ​ໃຫ້​ຮັບຜິດຊອບ​ຄົນ​ຮັບໃຊ້​ຜູ້​ອື່ນໆ ເພື່ອ​ແຈກ​ອາຫານ​ໃຫ້​ພວກເຂົາ​ຕາມ​ເວລາ.


ຖ້າ​ຜູ້ໃດ​ບົວລະບັດ​ຮັບໃຊ້​ເຮົາ ໃຫ້​ຜູ້ນັ້ນ​ຕິດຕາມ​ເຮົາ​ມາ ເຮົາ​ຢູ່​ທີ່​ໃດ​ຜູ້​ບົວລະບັດ​ຮັບໃຊ້​ເຮົາ ກໍຈະ​ຢູ່​ທີ່​ນັ້ນ​ເໝືອນກັນ ຝ່າຍ​ພຣະບິດາເຈົ້າ​ຂອງເຮົາ ຈະ​ໃຫ້​ກຽດຕິຍົດ​ແກ່​ທຸກຄົນ ທີ່​ບົວລະບັດ​ຮັບໃຊ້​ເຮົາ.”


ເມື່ອ​ເຮົາ​ໄປ​ຈັດຕຽມ​ບ່ອນ​ໄວ້​ສຳລັບ​ພວກເຈົ້າ​ແລ້ວ ເຮົາ​ຈະ​ກັບຄືນ​ມາ​ຮັບ​ເອົາ​ພວກເຈົ້າ​ໄປ​ຢູ່​ກັບ​ເຮົາ ເພື່ອ​ວ່າ​ເຮົາ​ຢູ່​ທີ່​ໃດ ພວກເຈົ້າ​ກໍ​ຈະ​ຢູ່​ທີ່​ນັ້ນ​ເໝືອນກັນ.


ໂອ ພຣະບິດາເຈົ້າ​ເອີຍ ພຣະອົງ​ໄດ້​ມອບ​ພວກເຂົາ​ໃຫ້​ແກ່​ຂ້ານ້ອຍ, ຂ້ານ້ອຍ​ຢາກ​ໃຫ້​ພວກເຂົາ​ຢູ່​ກັບ​ຂ້ານ້ອຍ ໃນ​ບ່ອນ​ທີ່​ຂ້ານ້ອຍ​ຢູ່​ນັ້ນ​ເໝືອນກັນ ເພື່ອ​ພວກເຂົາ​ຈະ​ໄດ້​ເຫັນ​ສະຫງ່າຣາສີ​ຂອງ​ຂ້ານ້ອຍ ທີ່​ພຣະອົງ​ໄດ້​ໃຫ້​ແກ່​ຂ້ານ້ອຍ​ນັ້ນ ເພາະ​ພຣະອົງ​ຮັກ​ຂ້ານ້ອຍ​ຕັ້ງແຕ່​ກ່ອນ​ສ້າງ​ໂລກ.


ຂ້າພະເຈົ້າ​ໄດ້ຍິນ​ສຽງດັງ​ອອກ​ມາ​ຈາກ​ພຣະຣາຊບັນລັງ ແລະ​ກ່າວ​ວ່າ, “ເບິ່ງແມ! ທີ່​ສະຖິດ​ຂອງ​ພຣະເຈົ້າ​ກໍ​ຢູ່​ກັບ​ມະນຸດ​ແລ້ວ ພຣະອົງ​ຈະ​ສະຖິດ​ຢູ່​ກັບ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ເປັນ​ໄພ່ພົນ​ຂອງ​ພຣະອົງ ພຣະເຈົ້າ​ເອງ​ຈະ​ສະຖິດ​ຢູ່​ກັບ​ພວກເຂົາ ແລະ​ຈະ​ຊົງ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka