5 ຂ້ານ້ອຍຈະກຳຈັດທຸກຄົນທີ່ຊຸບຊິບເລື່ອງບໍ່ດີ ແລະຈະບໍ່ໂຍະຍານໃຫ້ແກ່ຄົນອວດຕົວຈອງຫອງດ້ວຍ.
ເຖິງວ່າຢູ່ທີ່ສູງສຸດ ພຣະເຈົ້າຢາເວກໍເຝົ້າເບິ່ງຜູ້ທີ່ຖ່ອມໃຈ ເຖິງວ່າຢູ່ໄກແສນໄກ ພຣະອົງກໍເຫັນຄົນຈອງຫອງໄດ້.
ແລະເປັນຜູ້ທີ່ບໍ່ເວົ້າໃຫ້ຄົນອື່ນເສຍຫາຍ ບໍ່ເຮັດຜິດຕໍ່ໝູ່ຄູ່ແລະບໍ່ກ່າວຂວັນນິນທາເພື່ອນບ້ານ.
ພຣະອົງຊ່ວຍຜູ້ທີ່ຖ່ອມຕົວໃຫ້ພົ້ນໄພ ແຕ່ພຣະອົງດຶງຄົນທີ່ອວດຕົວຈອງຫອງໃຫ້ຕົກຕໍ່າລົງ.
ເຈົ້າພ້ອມທີ່ຈະຫາເລື່ອງໃສ່ພີ່ນ້ອງຂອງຕົນ ແລະເລັ່ງຊອກຈັບຜິດເຂົາເຈົ້າ.
ຢ່າເປັນພະຍານບໍ່ຈິງຕໍ່ສູ້ເພື່ອນບ້ານ.
ຢ່ານຳເອົາເລື່ອງບໍ່ຈິງໄປເລົ່າຕໍ່ໆກັນ ແລະຢ່າຊ່ວຍຄົນຜິດໂດຍໃຫ້ຄຳພະຍານບໍ່ຈິງ.
ຜູ້ທີ່ອຳຄວາມກຽດຊັງໄວ້ ກໍເປັນຄົນຂີ້ຕົວະ ຜູ້ທີ່ຫາເວົ້າຂວັນຄົນ ກໍເປັນຄົນໂງ່ຈ້າ.
ຄົນປາກບອນບໍ່ຫ່ອນຮັກສາຄວາມລັບໄວ້ໄດ້ ຈົ່ງໜີໃຫ້ຫ່າງຈາກຄົນທີ່ເວົ້າຫລາຍເກີນໄປ.
ການຫລອກລວງແລະການອວດດີ ສິ່ງເຫຼົ່ານີ້ເປັນບາບກຳທີ່ຄວບຄຸມຄົນຊົ່ວຮ້າຍ.
ລົມທິດເໜືອນຳເອົາຝົນມາສັນໃດ ຄົນປາກບອນກໍນຳເອົາຄວາມໂກດຮ້າຍມາສັນນັ້ນ.
ຜູ້ທີ່ຄິດວ່າຕົນເປັນຄົນດີເລີດ ດີເລີດສໍ່າໃດກັນເດ ຄົນຢ່າງນີ້ກໍມີ.
ວັນໜຶ່ງຈະມາເຖິງ ເມື່ອຄວາມອວດອົ່ງຈອງຫອງຂອງມະນຸດຈະສິ້ນສຸດລົງ ແລະຄວາມອວດດີຂອງພວກເຂົາຈະຖືກທຳລາຍ. ແລ້ວແມ່ນພຣະເຈົ້າຢາເວເທົ່ານັ້ນ ທີ່ຈະໄດ້ຮັບກຽດແລະຄຳຍົກຍໍສັນລະເສີນ.
ບາງຄົນໃສ່ຮ້າຍຄົນອື່ນເພື່ອໃຫ້ຖືກປະຫານ. ບາງຄົນກິນເຄື່ອງທີ່ໄດ້ຖວາຍບູຊາໃຫ້ບັນດາຮູບເຄົາຣົບແລ້ວ. ບາງຄົນກໍມີແຕ່ພໍໃຈຢູ່ກັບຣາຄະຕັນຫາ.
ບັດນີ້ ເຮົາຄືເນບູກາດເນັດຊາ ຂໍສັນລະເສີນແລະຖວາຍກຽດຕິຍົດ ແລະສະຫງ່າຣາສີ ແດ່ກະສັດແຫ່ງສະຫວັນ. ທຸກສິ່ງທີ່ພຣະອົງເຮັດກໍຖືກຕ້ອງແລະຍຸດຕິທຳ ແລະພຣະອົງເຮັດໃຫ້ຄົນຈອງຫອງຖ່ອມຕົວລົງໄດ້.”
ຢ່າທຽວໄປທຽວມາໃສ່ຮ້າຍປ້າຍສີຄົນອື່ນ ຢ່າປອງຮ້າຍຕໍ່ຊີວິດເພື່ອນບ້ານ. ເຮົາແມ່ນພຣະເຈົ້າຢາເວ.
ເຮົາບອກພວກເຈົ້າວ່າ ຄົນນີ້ແຫຼະ ເມື່ອກັບລົງໄປທີ່ເຮືອນຂອງຕົນກໍຊົງນັບວ່າ ລາວຊອບທຳຫລາຍກວ່າຄົນອື່ນນັ້ນ ເພາະວ່າທຸກຄົນທີ່ຍົກຕົວຂຶ້ນຈະຖືກຖອຍລົງ ແຕ່ຜູ້ໃດທີ່ຖ່ອມຕົວລົງຈະຖືກຍົກຂຶ້ນ.”
ແຕ່ເຮົາໄດ້ຂຽນມາບອກພວກເຈົ້າວ່າ ຖ້າຜູ້ໃດໄດ້ຊື່ວ່າເປັນພີ່ນ້ອງແລ້ວ, ແຕ່ຍັງເປັນຄົນຫລິ້ນຊູ້ ຄົນໂລບ ຄົນຂາບໄຫວ້ຮູບເຄົາຣົບ ຄົນເວົ້າຫຍາບຊ້າ ຄົນຂີ້ເຫລົ້າ ຄົນຂົ່ມຂູ່ກໍດີ ຢ່າຄົບຫາກັບຄົນຢ່າງນັ້ນ, ແມ່ນແຕ່ກິນເຂົ້າຮ່ວມພາ ກໍຢ່າຊູ່ກິນ.
ຝ່າຍພວກແມ່ຍິງກໍເໝືອນກັນ ຕ້ອງເປັນຄົນເອົາການເອົາງານ ຕ້ອງມີຄຸນສົມບັດດີ ແລະຕ້ອງບໍ່ເວົ້າໃສ່ຮ້າຍປ້າຍສີນິນທາຄົນອື່ນ ຕ້ອງເປັນຜູ້ຮູ້ຈັກບັງຄັບຕົນ ແລະເປັນຄົນສັດຊື່ໃນທຸກສິ່ງ.
ໃນທຳນອງດຽວກັນ ຈົ່ງແນະນຳພວກແມ່ຍິງທີ່ອາວຸໂສ ໃຫ້ປະພຶດຕົນສົມກັບເປັນຄົນຂອງພຣະເຈົ້າ ພວກເຂົາຕ້ອງບໍ່ເປັນຄົນມັກກ່າວນິນທາໃສ່ຮ້າຍປ້າຍສີ ຫລືຕິດເຫລົ້າເມົາສຸຣາ ພວກເຂົາຕ້ອງເປັນຜູ້ສັ່ງສອນຄຸນງາມຄວາມດີ
ເຈົ້າຈົ່ງເຊົາເວົ້າຄຳໂອ້ອວດນັ້ນສາ ຈົ່ງໃຫ້ຄຳເວົ້າຈອງຫອງຂອງເຈົ້າມິດງຽບ. ເພາະພຣະເຈົ້າຢາເວ ເປັນພຣະເຈົ້າຜູ້ຮູ້ເຫັນ ພຣະອົງຕັດສິນທຸກການກະທຳ ຂອງມະນຸດ.