3 ຂ້ານ້ອຍຈະບໍ່ກະທຳຊົ່ວອີກຈັກເທື່ອ ຂ້ານ້ອຍກຽດຊັງການກະທຳຂອງຄົນທີ່ຫັນໜີຈາກພຣະເຈົ້າ ແລະຈະບໍ່ກ່ຽວຂ້ອງສິ່ງໃດໆກັບເຂົາເຈົ້າ.
ຂ້ອຍໄດ້ເຮັດສັນຍາຢ່າງໜຶ່ງໜັກແໜ້ນຈິງໃຈ ຄືບໍ່ແນມເບິ່ງຜູ້ຍິງດ້ວຍຕັນຫາຄວາມຢາກ.
ຂ້ານ້ອຍກຽດຊັງຄົນໜ້າໄຫວ້ຫລັງຫລອກທີ່ສຸດ ແຕ່ຂ້ານ້ອຍຮັກສຸດໃຈກົດບັນຍັດຂອງພຣະອົງ.
ຂໍຊົງໂຜດຮັກສາຂ້ານ້ອຍບໍ່ໃຫ້ເອົາໃຈໃສ່ຕໍ່ສິ່ງອະນິຈັງ ຂໍຊົງໂຜດຮັກສາຊີວິດຂອງຂ້ານ້ອຍຕາມພຣະທຳຂອງພຣະອົງ.
ແຕ່ບັນດາຜູ້ທີ່ດຳເນີນຕາມທາງຄົດຂອງເຂົາ ພຣະເຈົ້າຢາເວກໍຈະຊົງລົງໂທດເຂົາ ພ້ອມກັບການກະທຳຊົ່ວຂອງເຂົາເອງ. ຂໍໃຫ້ຊົນຊາດອິດສະຣາເອນ ຈົ່ງມີແຕ່ຄວາມສຸກເທີ້ນ.
ຂ້ານ້ອຍກຽດຊັງພວກເຂົາຫລາຍຈົນບໍ່ມີສິ່ງໃດປຽບປານ ແລະຖືພວກເຂົານັ້ນເປັນສັດຕູຂອງຂ້ານ້ອຍດ້ວຍ.
ພວກເຂົາລ້ວນແຕ່ເຮັດຜິດບາບ ແລະເຮັດການຊົ່ວຮ້າຍເໝືອນກັນທຸກຄົນ ບໍ່ມີຈັກຄົນໜຶ່ງຄົນດຽວເຮັດໃນສິ່ງທີ່ຖືກຕ້ອງເລີຍ.
ຄຳເວົ້າຂອງພວກເຂົາຊົ່ວຊ້າເຕັມໄປດ້ວຍຄຳຕົວະ ບໍ່ເຮັດສິ່ງທີ່ສະຫລາດ ແລະບໍ່ເຮັດສິ່ງດີຕໍ່ໄປອີກ.
ຂ້ອຍກ່າວວ່າ, “ຂ້ອຍຈະລະວັງສິ່ງທີ່ຂ້ອຍກະທຳ ແລະຈະບໍ່ເວົ້າສິ່ງໃດ ເມື່ອຄົນຊົ່ວຢູ່ໃກ້.”
ຄວາມສຸກເປັນຂອງຜູ້ທີ່ໄວ້ວາງໃຈໃນພຣະເຈົ້າຢາເວ ຄືຜູ້ທີ່ບໍ່ຫັນໄປຫາຮູບເຄົາຣົບຫລືຮ່ວມຂາບໄຫວ້ພະທຽມນັ້ນ.
ແມ່ນແຕ່ໝູ່ຜູ້ດີແທ້ໆທີ່ຂ້ານ້ອຍໄວ້ວາງໃຈ ຜູ້ທີ່ຂ້ານ້ອຍໃຫ້ອາຫານກໍໄດ້ຫັນມາຕໍ່ສູ້ຂ້ານ້ອຍ.
ພວກເຂົາໄດ້ທົດລອງພຣະເຈົ້າຫລາຍເທື່ອໂດຍເຮັດໃຫ້ອົງບໍຣິສຸດ ແຫ່ງຊາດອິດສະຣາເອນຊອກຊໍ້າ.
ພວກເຂົາບໍ່ໄດ້ເຊື່ອຟັງຂໍ້ຄຳສັ່ງຂອງພຣະອົງເລີຍ ແລະບໍ່ໄດ້ສັດຊື່ດັ່ງບັນພະບຸລຸດຂອງເຂົາເຈົ້າ ຄືເປັນພວກທີ່ຂາດຄວາມໄວ້ວາງໃຈ ແລະຄົດດັ່ງລູກໜ້າທະນູບ້ຽວ.
ພຣະເຈົ້າຢາເວຮັກພວກທີ່ກຽດຊັງຄວາມຊົ່ວ ພຣະອົງຄຸ້ມຄອງຊີວິດປະຊາຊົນຂອງພຣະອົງໄວ້ ພຣະອົງຊ່ວຍກູ້ເອົາພວກເຂົາອອກຈາກຄວາມຊົ່ວຮ້າຍ.
ຢ່າໄດ້ໂລບເອົາເຮືອນຊານບ້ານຊ່ອງຂອງເພື່ອນບ້ານຂອງເຈົ້າ; ຢ່າຢາກໄດ້ເມຍຂອງລາວ, ຄົນຮັບໃຊ້ຊາຍຍິງ, ງົວ, ລໍ ຫລືສິ່ງອື່ນໆອີກທີ່ລາວມີຢູ່.”
ພວກເຂົາໄດ້ປະຖິ້ມການດຳເນີນຊີວິດ ທີ່ເຮົາໄດ້ສັ່ງພວກເຂົາໃຫ້ປະຕິບັດ; ພວກເຂົາໄດ້ເອົາຄຳມາຫລໍ່ເປັນຮູບງົວເຖິກນ້ອຍໂຕໜຶ່ງ ແລະໄດ້ຂາບໄຫວ້ຮູບນັ້ນທັງຖວາຍບູຊາແກ່ມັນ. ພວກເຂົາກຳລັງເວົ້າວ່າ ຮູບນັ້ນແມ່ນພະຂອງພວກເຂົາ ທີ່ໄດ້ນຳພວກເຂົາອອກມາຈາກປະເທດເອຢິບ.”
ຄົນໂລເລກັບຄົນຊົ່ວຮ້າຍມັກທ່ຽວໄປຫາຕົວະ.
ພວກເຂົາຍິກຄີ້ວລິ່ວຕາເພື່ອຫລອກລວງເຈົ້າ
ຢ່າໃຫ້ຄວາມງາມຂອງນາງເປັນທີ່ຍົວະເຍົ້າໃຈເຈົ້າໄດ້ ຢ່າໃຫ້ສາຍຕາອັນຫວານແກມລວງຂອງນາງ ເປັນແຮ້ວດັກຈັບເຈົ້າໄດ້.
ການຍ້ອງຍໍໃຫ້ກຽດພຣະເຈົ້າຢາເວ ແມ່ນການກຽດຊັງສິ່ງທີ່ຊົ່ວຮ້າຍ ເຮົາຊັງຄວາມຫຍາບຊ້າແລະການອວດດີ ທາງຊົ່ວຮ້າຍອັບປີແລະຄຳເວົ້າຕົວະ.
ທຸກສິ່ງລ້ວນແຕ່ອະນິຈັງທັງສິ້ນ ແລະເປັນດັ່ງການແລ່ນໄລ່ໄປຕາມລົມ. ການພໍໃຈກັບສິ່ງທີ່ຕົນມີຢູ່ ກໍດີກວ່າການປ່ອຍຕົວເລື້ອຍໄປຕາມຕັນຫາຂອງຕົນ.
ອອກໜີໄປໃຫ້ພົ້ນຈາກທາງຂອງພວກເຮົາສາ ແລະຢ່າມາກີດກັ້ນພວກເຮົາເລີຍ. ພວກເຮົາບໍ່ຢາກຟັງ ເຖິງເລື່ອງພຣະເຈົ້າອົງບໍຣິສຸດຂອງຊາດອິດສະຣາເອນ.”
ພວກເຈົ້າຈະມີຊີວິດຢູ່ໄດ້ ຖ້າພວກເຈົ້າເວົ້າ ແລະເຮັດໃນສິ່ງທີ່ຊອບທຳ. ຢ່າໃຊ້ອຳນາດຂອງພວກເຈົ້າສໍ້ໂກງຄົນຍາກຈົນ ແລະຢ່າຮັບສິນຈ້າງລາງວັນ. ຢ່າຮ່ວມກັບຜູ້ທີ່ວາງແຜນຂ້າຄົນຫລືກະທຳສິ່ງທີ່ຊົ່ວຮ້າຍ.
“ແຕ່ເຈົ້າເຫັນແຕ່ຜົນປະໂຫຍດສ່ວນຕົວ ເຈົ້າກົດຂີ່ຢ່າງຮຸນແຮງປະຊາຊົນຂອງເຈົ້າ. ເຈົ້າເຂັ່ນຂ້າຄົນທີ່ບໍ່ມີຄວາມຜິດຫຍັງ.”
ເມື່ອພວກເຂົາຕ້ອງການໄຮ່ນາ ພວກເຂົາກໍຢຶດເອົາໂລດ ເມື່ອພວກເຂົາຕ້ອງການບ້ານເຮືອນ ພວກເຂົາກໍຢຶດເອົາໂລດ. ບໍ່ມີຄອບຄົວຂອງຄົນໃດ ຫລືຊັບສົມບັດຂອງຜູ້ໃດຈະປອດໄພ.
ຢ່າສູ່ວາງແຜນຄິດຄວາມຊົ່ວໃນໃຈຕໍ່ກັນແລະກັນ. ຢ່າສູ່ສາບານໂດຍເປັນພະຍານບໍ່ຈິງ. ເຮົາກຽດຊັງການເວົ້າຕົວະ, ການອະຍຸດຕິທຳ ແລະການໂຫດຮ້າຍ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ແຕ່ຝ່າຍເຮົາ ເຮົາບອກພວກເຈົ້າວ່າ, ຜູ້ໃດແນມເບິ່ງແມ່ຍິງດ້ວຍໃຈຄິດຢາກລ່ວງເກີນຍິງນັ້ນ ຜູ້ນັ້ນໄດ້ຫລິ້ນຊູ້ໃນໃຈກັບຍິງນັ້ນແລ້ວ.
ຈົ່ງຮັກດ້ວຍໃຈຈິງ ຈົ່ງກຽດຊັງສິ່ງທີ່ຊົ່ວຮ້າຍ ຈົ່ງຍຶດໝັ້ນໃນສິ່ງທີ່ດີ
ແຕ່ບັດນີ້ເຈົ້າທັງຫລາຍຮູ້ຈັກພຣະເຈົ້າແລ້ວ (ຫລືຈະເວົ້າໃຫ້ຖືກກວ່າ ກໍວ່າພຣະເຈົ້າຊົງຮູ້ຈັກເຈົ້າທັງຫລາຍແລ້ວ) ດ້ວຍເຫດໃດພວກເຈົ້າຈຶ່ງຈະກັບໄປຫາອຳນາດສິ່ງສັກສິດທຳມະດາ ອັນອ່ອນແອແລະບໍ່ມີປະໂຫຍດ? ພວກເຈົ້າຢາກຕົກເປັນຂ້ອຍຂ້າຂອງມັນອີກບໍ?
ຢ່າເອົາສິ່ງຂອງໃດໆທີ່ຈະຕ້ອງສາບແຊ່ງແລະທຳລາຍຖິ້ມນັ້ນມາເປັນຂອງຕົນ ແລ້ວພຣະເຈົ້າຢາເວກໍຈະເຊົາໂກດຮ້າຍ ແລະຫັນມາເມດຕາພວກເຈົ້າ. ພຣະອົງຈະເມດຕາພວກເຈົ້າ ແລະຈະໃຫ້ພວກເຈົ້າມີປະຊາຊົນເພີ່ມພູນຂຶ້ນ ເປັນຈຳນວນຫລວງຫລາຍຕາມທີ່ພຣະອົງໄດ້ສັນຍາໄວ້ກັບປູ່ຍ່າຕາຍາຍຂອງພວກເຈົ້າ
ຢ່າປະຕິເສດໃຫ້ລາວຢືມໂດຍເຫັນແກ່ປີແຫ່ງການຍົກໜີ້ໃກ້ຈະມາເຖິງ. ຢ່າໃຫ້ຄວາມຄິດບໍ່ດີເຊັ່ນນີ້ມີຢູ່ໃນຈິດໃຈຂອງພວກເຈົ້າເລີຍ. ຖ້າພວກເຈົ້າບໍ່ຍອມໃຫ້ກູ້ຢືມ ເມື່ອລາວຮ້ອງຫາພຣະເຈົ້າຢາເວ ພວກເຈົ້າກໍຈະເປັນຝ່າຍຜິດ.
ສ່ວນພວກເຮົາ ບໍ່ຢູ່ຝ່າຍຄົນທີ່ຫລົບຖອຍຫລັງ ຈົນເຖິງຄວາມຈິບຫາຍເສຍ ແຕ່ຢູ່ຝ່າຍຄົນທີ່ມີຄວາມເຊື່ອ ຈຶ່ງຮັກສາຊີວິດແລະຈິດໃຈຂອງຕົນໄວ້ໃຫ້ພົ້ນໄດ້.
ດັ່ງນັ້ນ ຈົ່ງຕັ້ງໃຈເຊື່ອຟັງແລະປະຕິບັດຕາມທຸກໆສິ່ງ ທີ່ໄດ້ມີຂຽນໄວ້ໃນປື້ມກົດບັນຍັດຂອງໂມເຊ. ຢ່າລະເລີຍຂໍ້ໃດຂໍ້ໜຶ່ງ
ເພາະຖ້າພວກເຂົາບໍ່ໄດ້ຮູ້ຈັກທາງຊອບທຳນັ້ນ ກໍຍັງຈະດີກວ່າທີ່ໄດ້ຮູ້ແລ້ວ ແຕ່ຍັງກັບຫັນຫລັງໃສ່ກົດບັນຍັດອັນສັກສິດ ທີ່ຊົງໂຜດມອບໃຫ້ແກ່ພວກເຂົານັ້ນ.
ພວກເຂົາເຫຼົ່ານັ້ນໄດ້ອອກໄປຈາກພວກເຮົາ, ແຕ່ພວກເຂົາບໍ່ແມ່ນຝ່າຍພວກເຮົາ. ເພາະວ່າ ຖ້າພວກເຂົາແມ່ນຝ່າຍພວກເຮົາ ພວກເຂົາກໍຈະໄດ້ຕັ້ງຢູ່ກັບພວກເຮົາຕໍ່ໄປ, (ແຕ່ພວກເຂົາໄດ້ອອກໄປແລ້ວ) ເພື່ອປາກົດແຈ້ງວ່າ ເຂົາເຫຼົ່ານັ້ນບໍ່ແມ່ນຝ່າຍພວກເຮົາຈັກຄົນ.
“ເຮົາເສຍໃຈຫລາຍທີ່ໄດ້ແຕ່ງຕັ້ງໂຊນໃຫ້ເປັນກະສັດ. ລາວຫັນໜີຈາກເຮົາ ແລະບໍ່ເຊື່ອຟັງຄຳສັ່ງຂອງເຮົາ.” ສ່ວນຊາມູເອນກໍໃຈຮ້າຍດ້ວຍ ຈຶ່ງພາວັນນາອະທິຖານຂໍກັບພຣະເຈົ້າຢາເວຕະຫລອດຄືນ.