Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ສັນລະເສີນ 101:1 - ພຣະຄຳພີສັກສິ

1 ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຈະ​ຮ້ອງເພງ​ເຖິງ​ຄວາມສັດຊື່ ແລະ​ຄວາມ​ເປັນທຳ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña




ເພງ^ສັນລະເສີນ 101:1
14 Jak'a apnaqawi uñst'ayäwi  

ພວກເຂົາ​ຈະ​ເວົ້າ​ເຖິງ​ຄຸນຄວາມດີ​ຂອງ​ພຣະອົງ ແລະ​ສັນລະເສີນ​ຄວາມ​ຍຸດຕິທຳ​ຂອງ​ພຣະອົງ.


ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ໄວ້​ຊີວິດ​ແລະ​ຊ່ວຍ​ໃຫ້​ພົ້ນ​ໄພ ແລະ​ຂ້ານ້ອຍ​ກໍ​ຈະ​ຊື່ນໃຈ​ເຖິງ​ຄວາມ​ຊອບທຳ​ນັ້ນ.


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຈະ​ຂັບຮ້ອງ​ບົດເພງ ເຖິງ​ພຣະຄຸນ​ຄວາມດີ​ຢູ່​ເລື້ອຍໆ. ຂ້ານ້ອຍ​ຈະ​ປະກາດ​ຄວາມສັດຊື່​ຂອງ​ພຣະອົງ ຕະຫລອດໄປ​ເປັນນິດ.


ໃນ​ທຸກໆເຊົ້າ​ຈະ​ໄດ້​ປະກາດ​ຄວາມຮັກ​ອັນ​ໝັ້ນຄົງ ແລະ​ທຸກໆ​ຄືນ​ຈະ​ໄດ້​ປະກາດ​ຄວາມສັດຊື່​ຂອງ​ພຣະເຈົ້າ


ຂ້າແດ່​ພຣະເຈົ້າຢາເວ ປະຊາຊົນ​ຊາວ​ພູເຂົາ​ຊີໂອນ​ຍິນດີ ແລະ​ເມືອງ​ຕ່າງໆ​ໃນ​ຢູດາຍ​ກໍ​ຊົມຊື່ນ​ຍິນດີ​ດ້ວຍ. ຍ້ອນ​ການຕັດສິນ​ຂອງ​ພຣະອົງ​ຍຸດຕິທຳ.


ບໍ່ແມ່ນ​ດອກ ພຣະເຈົ້າຢາເວ​ໄດ້​ບອກ​ພວກເຮົາ​ວ່າ ແມ່ນ​ຫຍັງ​ເປັນ​ສິ່ງ​ທີ່​ດີ. ສິ່ງ​ທີ່​ພຣະອົງ​ຕ້ອງການ​ຈາກ​ພວກເຮົາ​ນັ້ນ​ແມ່ນ​ດັ່ງນີ້: ເຮັດ​ສິ່ງ​ທີ່​ຖືກຕ້ອງ, ສະແດງ​ຄວາມຮັກ​ອັນ​ໝັ້ນຄົງ ແລະ​ໃຊ້​ຊີວິດ​ໃນ​ຄວາມ​ສາມັກຄີທຳ​ກັບ​ພຣະເຈົ້າ​ຂອງ​ພວກເຮົາ​ດ້ວຍ​ຄວາມ​ຖ່ອມໃຈ.


ຈົ່ງ​ພິຈາລະນາ​ເບິ່ງ​ພຣະ​ເມດຕາ ແລະ​ຄວາມ​ເຄັ່ງຄັດ​ຂອງ​ພຣະເຈົ້າ ຄື​ພຣະອົງ​ສຳແດງ​ຄວາມ​ເຄັ່ງຄັດ​ຕໍ່​ພວກ​ທີ່​ຫລົງຜິດ​ໄປ ແຕ່​ພຣະອົງ​ເມດຕາ​ເຈົ້າ ຖ້າ​ເຈົ້າ​ຕັ້ງໝັ້ນ​ຢູ່​ໃນ​ພຣະ​ເມດຕາ​ນັ້ນ​ຕໍ່ໄປ, ຖ້າບໍ່​ດັ່ງນັ້ນ ເຈົ້າ​ກໍ​ຈະ​ຖືກ​ຫັກອອກ​ເໝືອນກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka